ການເລືອກອາຫານສຳລັບລູກນ້ອຍ ແລະ ເດັກນ້ອຍກຳລັງຮຽນ

Andy Souvanhphukdee
ເດັກໃນວັນນີ້ຄືຜູ້ໃຫ່ຍໃນວັນໜ້າ
ເຮືອນຄົວລາວ
phakhaolao.la

ອາຫານແມ່ນຫຍັງ?

ອາຫານແມ່ນສິ່ງທີ່ບໍລິໂພກໄດ້ ແລະ ມີປະໂຫຍດຕໍ່ຮ່າງກາຍ ເພື່ອຮັບປະກັນວ່າເຮົາຈະໄດ້ຮັບສານອາຫານທີ່ຈຳເປັນຢ່າງພຽງພໍ ຕາມຄວາມຕ້ອງການຂອງຮ່າງກາຍ ເຮົາຈຳເປັນຕ້ອງໄດ້ກິນອາຫານຫຼາກຫຼາຍຊະນິດຈາກອາຫານ 5 ໝູ່: ຈຳພວກແປ້ງ, ຈຳພວກຊີ້ນ, ຈຳພວກໄຂມັນ, ຈຳພວກຜັກ ແລະ ຈຳພວກໝາກໄມ້

ເດັກນ້ອຍອາຍຸຕໍ່າກວ່າ 12 ເດືອນຄວນກິນອາຫານແບບໃດ?

ເດັກນ້ອຍເກີດໃໝ່ ໄດ້ຮັບສານອາຫານຈາກນ້ຳນົມແມ່ເປັນທາງເລືອກທີ່ດີທີ່ສຸດ ເພາະອຸດົມໄປດ້ວຍສານອາຫານ ແລະ ຍັງມີພູມຕ້ານທານພະຍາດຕ່າງໆ

  • ເມື່ອອາຍຸໄດ້ 6 ເດືອນ ຄວນໃຫ້ອາຫານເສີມເປັນເຂົ້າບົດ
  • ເມື່ອອາຍຸ 8 ເດືອນ ສາມາດກິນອາຫານບົດ ຫຼື ຟັກໃຫ້ລະອຽດໄດ້ເຊັ່ນ: ປາບົດ, ໄຂ່ຕົ້ມບົດ
  • 9 ເດືອນສາມາດກິນອາຫານທີ່ຟັກມຸ່ນໆໄດ້
  • 10-12 ເດືອນສາມາດກິນອາຫານປົກກະຕິຄືຜູ້ໃຫ່ຍໄດ້ ຄວນຫຼີກລ່ຽງອາຫານທີ່ມີລົດຊາດເຜັດ, ມັນ ແລະ ອາຫານແຂງ

ຂໍ້ຄວນລະວັງ

  • ຄວນໃຫ້ອາຫານເສີມໃນຕອນເຊົ້າ ຫຼື ຕອນສວຍ ບໍ່ຄວນໃຫ້ອາຫານໃນຕອນແລງ ເພາະຈະເຮັດໃຫ້ເດັກນ້ອຍເຈັບທ້ອງເນື່ອງຈາກ ອາຫານບໍ່ຍ່ອຍ
  • ເວລາປ້ອນອາຫານທີ່ເໝາະສົມທີ່ສຸດຄື ກ່ອນໃຫ້ດື່ມນົມ
  • ຄວນໃຫ້ອາຫານເທື່ອລະຊະນິດ ແລະ ເທື່ອລະໜ້ອຍໃນແຕ່ລະມື້ື
  • ຄວນປ່ຽນວິທີປຸງແຕ່ງອາຫານ ແລະ ປ່ຽນອາຫານຢ່າງສະໝໍ່າສະເໝີ
  • ບໍ່ຄວນໃຊ້ເຄື່ອງປຸງລົດຊາດອາຫານຫຼາຍ ແລະ ຫຼີກລ່ຽງອາຫານປະເພດຈືນ
  • ບໍ່ຄວນໃຫ້ອາຫານທີ່ແຂງ
  • ເວລາປ້ອນອາຫານເດັກນ້ອຍ ຄວນໃຊ້ບ່ວງ
  • ຄວນເປັນອາຫານທີ່ກືນ ແລະ ຍ່ອຍງ່າຍ ສົດໃໝ່

ເດັກໃນຊ່ວງກຳລັງຮຽນຄວນກິນອາຫານແບບໃດ?

ໃນຊ່ວງທີ່ເດັກນ້ອຍກຳລັງຮຽນ ເປັນຊ່ວງທີ່ຮ່າງກາຍກຳລັງຈະເລີນເຕີບໂຕ ດັ່ງນັ້ນຈຶ່ງຕ້ອງການສານອາຫານທີ່ພຽງພໍສຳລັບການເຜົາຜານພະລັງງານ, ຢາກໃຫ້ເດັກຈະເລີນເຕີບໂຕຈະຕ້ອງຝຶກໃຫ້ກິນອາຫານຖືກວິທີດັ່ງນີ້:

  1. ພະຍາຍາມຈັດອາຫານໃຫ້ເດັກນ້ອຍ ຄົບທຸກປະເພດໝວດ ແລະ ໝູ່, ພໍ່ແມ່ຄວນໃຊ້ໂຕຊ່ວຍເຊັ່ນ: ປ່ຽນແປງອາຫານໃຫ້ມີຫຼາຍຮູບແບບ, ປຸງລົດຊາດອາຫານໃຫ້ຫຼາກຫຼາຍ, ປ່ຽນໜ້າຕາອາຫານໃຫ້ຊວນກິນ ເພື່ອດຶງດູດຄວາມສົນໃຈ (ຫ້າມຂື້ນສຽງ ຫຼື ຮ້າຍດ່າຢ່າງເດັດຂາດ ເພື່ອຫຼີກລ່ຽງຜົນກະທົບທາງອາລົມຂອງເດັກນ້ອຍ ຊຶ່ງອາດຈະຮຸນແຮງໄປກ່ວາເກົ່າ) ພໍ່ແມ່ຕ້ອງເປັນໂຕຢ່າງທີ່ດີບໍ່ເລືອກກິນອາຫານ
  2. ລະວັງການເລືອກເຂົ້າໜົມ ເພາະເດັກນ້ອຍມັກກິນເຂົ້າໜົມ, ແຕ່ເຂົ້າໜົມສ່ວນຫຼາຍທີ່ເດັກນ້ອຍມັກ ຈະບໍ່ມີປະໂຫຍດຕໍ່ຮ່າງກາຍ ເຊັ່ນ: ນ້ຳອັດລົມ ເຂົ້າໜົມອົມ ເປັນຕົ້ນ. ດັ່ງນັ້ນ, ພໍ່ແມ່ຄວນຈັດອາຫານວ່າງສຳລັບເດັກນ້ອຍ ທີ່ປະກອບດ້ວຍ ຜະລິດຕະພັນຈາກນົມ, ເຂົ້າ ເປັນຕົ້ນ; ອາຫານປະເພດຊີ້ນ ເຊັ່ນ: ນົມສົດ, ສາລີ, ເຂົ້າຈີ່, ໄກ່, ໄຂ່ ເປັນຕົ້ນ; ຜັກ ແລະ ໝາກໄມ້ ເຊັ່ນ ສະລັດຜັກ ແລະ ສະລັດໝາກໄມ້ ແລະ ນ້ຳໝາກໄມ້ທຸກຊະນິດ.
  3. ຝຶກການກິນທີ່ດີ ຝຶກໃຫ້ເດັກນ້ອຍກິນອາຫານໃຫ້ຖືກເວລາ ແລະ ໃນປະລິມານທີ່ແນ່ນອນ
  4. ຝຶກໃຫ້ກິນອາຫານທີ່ມີເສັ້ນໄຍສູງ ແລະ ອາຫານທຳມະຊາດ ແລະ ລົດອາຫານທີ່ຜ່ານການປຸງແຕ່ງ

source: ປຶ້ມ 100 ຄຳຖາມເລື່ອງອາຫານການກິນ (ສາລະໜ້າຮູ້ເລື່ອງອາຫານການກິນເພື່ອສຸຂະພາບທີ່ດີ)

ການປະກອບສ່ວນ