ດອກກຸຫຼາບ / China rose
APA 6th ed. ດອກກຸຫຼາບ / China rose. (2022, February 12). Retrieved from https://www.phakhaolao.la/index.php/kb/0001414
MLA 8th ed. ດອກກຸຫຼາບ / China rose. Pha Khao Lao, 12 February 2022, https://www.phakhaolao.la/index.php/kb/0001414.
Chicago 17th ed. Pha Khao Lao. 2022. "ດອກກຸຫຼາບ / China rose." Published February 12, 2022. https://www.phakhaolao.la/index.php/kb/0001414.
Rosa bengalensis chinensis (Jacq.) Pers.
Rosa chinensis var. spontanea (Rehder & E.H.Wilson) T.T.Yu & T.C.Ku
Rosa diversifolia Vent.
Rosa lawranceana Sweet
Rosa longifolia Willd.
Rosa monstrosa Breiter
Rosa mutabilis Correvon
Rosa nankinensis Lour.
Rosa nanula Hoffmanns.
Rosa rouletii Correvon
Rosa semperflorens W.M.Curtis
Rosa semperflorens var. molinerii Spin
Rosa sinica L.
ຈີີນ: 月季.
ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງ 1-2 ແມັດ, ເນື້ອໄມ້ແຂງ, ມີເປືອກສີນ້ຳຕານ, ມີໜາມໂຄ້ງງໍເລັກນ້ອຍ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບກັນ. ໃບຍ່ອຍມີ 3-5 ໃບ, ອອກຮຽງກົງກັນຂ້າມກັນ, ຮູບຮີ ຫຼື ຮູບໄຂ່, ກວ້າງ 1-3 ຊມ, ຍາວ 2.5-6 ຊມ, ໂຄນໃບຮູບຫຼິ່ມ, ຂອບແສກແຂ້ວເລື່ອຍ, ປາຍຮຽວແຫຼມ ຫຼື ຕິ່ງໜາມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ລຽບມັນ. ກ້ານໃບຍາວ 2-4 ຊມ, ມີຂົນແຫຼມ ຫຼື ຂົນເປັນຕ່ອມກະຈາຍຢູ່ທົ່ວ. ຫູໃບມີ 1 ຄູ່, ຮູບໄຂ່ ຫຼື ຮູບໄຂ່ແກມຮູບຂອບຂະໜານ. ຊໍ່ດອກແບບກະຈະ, ອອກຕາມງ່າໃບ ຫຼື ປາຍຍອດ. ດອກຍ່ອຍມີເສັ້ນຜ່າສູນກາງ 4-5 ຊມ, ສີບົວ ຫຼື ສີແດງ, ກ້ານດອກຮູບກົມ, ຍາວ 2.5-6 ຊມ, ມີຂົນເປັນຕ່ອມກະຈາຍຢູ່ທົ່ວ. ກາບດອກມີ 5 ກາບ, ຮູບໄຂ່, ສີຂຽວ, ປາຍຮຽວຍາວ. ກີບດອກມີຈຳນວນຫຼາຍ, ຮູບໄຂ່ ຫຼື ຮູບກົມ. ເກສອນເພດຜູ້ຈັບເປັນກຸ່ມຢ່າງໜາແໜ້ນ, ຖົງລະອອງເກສອນຈັບປາຍ. ເຕົ້າໄຂ່ຈັບລຸ່ມ, ຮູບໄຂ່ ຫຼື ຮູບກົມ. ໝາກກຸ່ມ, ຮູບໄຂ່ ຫຼື ຮູບກົມ, ກວ້າງ 1-2 ຊມ, ສີຂຽວ. ແກ່ນມີຈຳນວນຫຼາຍ, ຂະໜາດນ້ອຍ.
ປັດຈຸບັນມີການປັບປຸງພັນດອກກຸບຫຼາບໃຫ້ມີສີສັນຫຼາກຫຼາຍ, ສວຍງາມ, ຂະຫຍາຍພັນໄດ້ດີ ແລະ ມີຄວາມຕ້ານທານຕໍ່ພະຍາດ, ແມງໄມ້ ຫຼື ສັດຕູພືດຕ່າງໆ ເຊິ່ງການປັບປຸງພັນຈະຊ່ວຍສົ່ງເສີມເປັນພືດເສດຖະກິດໄດ້ດີຂຶ້ນ.
ສັບພະຄຸນ:
- ດອກ: ໃຊ້ຕົ້ມດື່ມເປັນສະໝຸນໄພ.
- ແກ່ນ: ກິນດິບ ຫຼື ສຸກແຕ່ຕ້ອງກຳຈັດຂົນອອກກ່ອນ, ແກ່ນເປັນແຫຼ່ງວິຕາມິນທີ່ດີເຮົາສາມາດນຳມາບົດປະສົມກັບແປ້ງ ຫຼື ເພີ່ມໃນອາຫານຕ່າງໆ
ປະໂຫຍດ:
- ເປັນພັນໄມ້ທີ່ສຳຄັນໃນການປັບປຸງພັນກຸຫຼາບງາມສະໄໝປັດຈຸບັນ.
- ດອກຂອງຕົ້ນກຸຫຼາບມີຄວາມສວຍງາມ ນິຍົມຈັດເປັນຊໍ່ດອກໄມ້ ຫຼື ໃຊ້ປະດັບຕາມງານເທດສະການຕ່າງໆ. ສາມາດປູກເປັນພືດປະດັບຕາມສວນ, ປູກໃນຖັງດອກໄມ້. ນອກຈາກນ້ນ ກີບດອກ ຍັງໃຊ້ເປັນສີອາຫານທີ່ດີຈາກທຳມະຊາດ ລວມໄປເຖິງສ່ວນປະກອບສຳລັບເຄື່ອງສຳອາງຕ່າງ.
ຄວາມເຊື່ອໃນຄວາມໝາຍຂອງສີດອກກຸຫຼາບ:
-
ສີແດງ: ບົ່ງບອກເຖິງຄວາມຮັກຕະຫຼອດອັນໝັ້ນຄົງຕະຫຼອດການ.
-
ກຸຫຼາບສີເຫຼືອງ: ບົ່ງບອກເຖິງຄວາມເປັນມິດຕະພາບກັນ, ສື່ເຖິງຄວາມຈິງໃຈ, ຫວັງດີ ຫຼື ໃຫ້ກຳລັງໃຈກັນ. ສຳລັບຄູ່ຮັກບ່າວສາວແລ້ວ ໄດ້ສະແດງໃຫ້ເຫັນເຖິງຄວາມຮັກທີ່ສົດໃສ, ແຕ່ຍັງມີຄວາມເຂີນອາຍທີ່ຈະບອກຄວາມຮູ້ສຶກ.
-
ກຸຫຼາບສີບົວ: ບົ່ງບອກໃຫ້ເຫັນເຖິງຄວາມຮັກທີ່ສຸພາບອ່ອນຫວານ.
-
ກຸຫຼາບສີຂາວ: ບົ່ງບອກເຖິງຄວາມຮັກທີ່ບໍລິສຸດ, ມີຄວາມຈິງໃຈ, ເປັນການໃຫ້ກຽດເຊິ່ງກັນ ແລະ ກັນ