ເຄືອໝ່ວຍ / Mamoi
APA 6th ed. ເຄືອໝ່ວຍ / Mamoi. (2021, December 15). Retrieved from https://www.phakhaolao.la/index.php/kb/0001341
MLA 8th ed. ເຄືອໝ່ວຍ / Mamoi. Pha Khao Lao, 15 December 2021, https://www.phakhaolao.la/index.php/kb/0001341.
Chicago 17th ed. Pha Khao Lao. 2021. "ເຄືອໝ່ວຍ / Mamoi." Published December 15, 2021. https://www.phakhaolao.la/index.php/kb/0001341.
ຈີນ: 买麻藤 mai ma teng.
Assamese: Mamei-lata ແລະ Mamoi lota.
ລຳຕົ້ນເປັນລຳເຄືອ ຫຼື ເປັນໄມ້ຟຸ່ມເລື້ອຍຂະໜາດໃຫຍ່, ເນື້ອໄມ້ແຂງ, ບໍລິເວນຂໍ້ພອງບວມ. ໃບດ່ຽວ, ອອກຮຽງສະຫຼັບຕັ້ງສາກ, ຮູບໄຂ່ ຫຼື ຮູບຂອບຂະໜານແກມຮູບໄຂ່, ກວ້າງ 5-6 ຊມ, ຍາວ 13-16 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາ ແລະ ໜ້ຽວຄ້າຍໜັງ. ຊໍ່ດອກແບບຮວງເຂົ້າ, ແຕກແໜ່ງ, ຊໍ່ດອກແຍກເພດໃນຕົ້ນດຽວກັນ. ຊໍ່ດອກເພດຜູ້ເປັນຊໍ່ແບບຮວງເຂົ້າແຕກແໜ່ງ, ອອກບໍເວນປາຍຍອດ ຫຼື ລຳຕົ້ນ. ດອກຍ່ອຍແຕ່ລະຊໍ່ມີ 8-15 ຊັ້ນ. ເກສອນເພດຜູ້ມີ 8-25 ອັນ, ຮຽງເປັນວົງຮອບຂໍ້. ຊໍ່ດອກເພດແມ່ແຕກແໜ່ງ. ດອກຍ່ອຍມີ 6-14 ຊັ້ນ. ແກ່ນແຕ່ລະຊັ້ນມີ 1-8 ແກ່ນ, ຮູບຮີ, ບໍ່ມີໝາກຫຸ້ມ, ແຕ່ມີກາບບາງໆຫຸ້ມໄວ້, ແກ່ນອ່ອນສີຂຽວເມື່ອແກ່ເປັນສີບົວ.
ພົບຕາມປ່າດົງດິບແຫ້ງແລ້ງ.
ອາຫານ:
- ໃບ: ກິນເປັນຜັກໄດ້.
- ແກ່ນ: ເຮັດໃຫ້ສຸກກິນໄດ້.
ສັບພະຄຸນ:
- ຮາກ: ຕົ້ມດື່ມແກ້ພິດບາງຊະນິດ ແລະ ແກ້ໄຂ້ມາລາເຣຍ.
- ລຳຕົ້ນ: ມີສັບພະຄຸນເຮັດໃຫ້ຈິດໃຈຊຸ່ມຊື່ນ, ເຮັດໃຫ້ແຂງແຮງ, ປະສົມກັບເຄືອເອັນອ່ອນຕົ້ມດື່ມແກ້ອາການເມືອຍ, ຕົ້ມດື່ມຊ່ວຍໃນການຢູ່ໄຟຂອງແມ່ລູກອ່ອນຊ່ວຍບຳລຸງຮ່າງກາຍຫຼັງເກີດ, ດື່ມແກ້ອາການເມືອຍ ແລະ ຊ່ວຍເຮັດໃຫ້ເສັ້ນເອັນອ່ອນ.
- ເປືອກຕົ້ນ: ຕົ້ມດື່ມແກ້ອາການບວມພອງ.
- ໃບ: ນຳມາຕົ້ມນ້ຳດື່ມຊ່ວຍເຮັດໃຫ້ເລືອດໄຫຼ່ວຽນໄດ້ດີ, ຕົ້ມລ້າງແຜສົດ, ແຜເປືອຍ, ແຜອັກເສບ, ຝີໜອງ ແລະ ຕຸ່ມຊ່ວຍໃຫ້ເລືອດໄຫຼວຽນໄດ້ດີ.
ຄຸນປະໂຫຍດ:
- ເປືອກ: ມີຄວາມໜຽວ ແລະ ທົນທາສາມາດນຳມາເຮັດເຊືອກໄດ້.
- ແກ່ນ: ໃຫ້ນ້ຳມັນ ຫຼື ສາມາດໃຊ້ເຮັດໄວນ໌ໄດ້.
- ເສັ້ນໄຍຈາກເປືອກ: ນຳມາເຮັດເປົາ ແລະ ແຫຈັບປາ.