ຕົ້ນບາກ / Mesawa Tree

ການນຳໃຊ້
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Anisoptera costata Korth / Dipterocarpaceae
ຊື່ພ້ອງ
Anisoptera cochinchinensis Pierre
Anisoptera marginatoides F.Heim
Anisoptera mindanensis Foxw.
Anisoptera oblonga Dyer
Anisoptera robusta Pierre
Dryobalanops hallii Korth. ex Burck
ຊື່ອື່ນ
Thai: ກະບາກ
Eng: Mesawa
ສະຖານະພາບການອະນຸລັກ
Endangered
ບັນຍາຍລັກສະນະພືດສາດ

ຕົ້ນບາກຈັດເປັນໄມ້ເນື້ອແຂງຂະໜາດໃຫຍ່, ສູງໄດ້ 50 ມ, ລໍາຕົ້ນຕັ້ງຊື່, ເປືອກມີຮ່ອງຕື້ນຕາມລວງຍາວ, ເປືອກໃນໜາຮຽງເປັນຊັ້ນສີເຫຼືອງ. ໃບມີລັກສະນະເປັນຮູບຂອບຂະໜານ, ຫຼົ່ນງ່າຍ, ຍາວ 7-25 ຊມ, ແຜ່ນໃບດ້ານລຸ່ມມີຂົນຮູບດາວ ແລະ ເກັດສີຂຽວເທົາອົມເຫຼືອງ. ຊໍ່ດອກອອກຕາມງ່າມໃບ, ເປັນດອກສີຂາວມີ 5 ກີບ. ໝາກມີຫຼອດກາບດອກແນບຕິດກັບແກ່ນ, ຂ້ອນຂ້າງກົມ, ມີປີກຍາວ.

ບັນຍາຍການນຳໃຊ້

ປະໂຫຍດ ແລະ ສັບພະຄຸນ:
   - ເນື້ອໄມ້ໃຊ້ໃນການກໍ່ສ້າງ ແລະ ແຂງແຮງຫຼາຍ.
ຂໍແນະນໍາ: ເປັນໄມ້ທີ່ໃຫຍ່ໄວ, ເໝາະສໍາຫຼັບປູກເປັນໄມ້ຮົ່ມເງົາ ແລະ ມີຄວາມສຳຄັນທາງລະບົບນິເວດ, ເປັນແຫຼ່ງເກີດຂອງເຫັດປ່າຫຼາຍຊະນິດ.

ການປະກອບສ່ວນ