ປາສະກາງ / Sickle Fin Barb
APA 6th ed. ປາສະກາງ / Sickle Fin Barb. (2022, July 28). Retrieved from https://www.phakhaolao.la/index.php/kb/0000557
MLA 8th ed. ປາສະກາງ / Sickle Fin Barb. Pha Khao Lao, 28 July 2022, https://www.phakhaolao.la/index.php/kb/0000557.
Chicago 17th ed. Pha Khao Lao. 2022. "ປາສະກາງ / Sickle Fin Barb." Published July 28, 2022. https://www.phakhaolao.la/index.php/kb/0000557.
Eng: Silver Barb Fish
Thai: กระมังครีบยาว สะกางเกสูง เก้ง
ຮູບຮ່າງລັກສະນະ ລຳຕົວກວ້າງສັ້ນ ແລະ ມີລັກສະນະແປດ້ານຂ້າງ, ຕາມີຂະໜາດໃຫຍ່, ປາກມີຂະໜາດນ້ອຍ ແລະ ປູ້, ບໍ່ມີໜວດ, ມີເກັດຮອບຄອດຫາງ, ຈຳນວນ 16 ເກັດ, ກ້ານຄີແຂງຂອງຄີດ້ານຫຼັງ ແລະ ມີລັກສະນະເປັນແບບແຂ້ວເລື່ອຍ, ງ່ຽງຄີແຂງຂອງຄີກົ້ນມີຂະໜາດໃຫຍ່ ແລະ ມີລະນະເປັນແຂ້ວ, ສ່ວນຫົວ ແລະ ລຳຕົວມີສີຂາວ, ຄີຫຼັງ, ຄີກົ້ນ ແລະ ຄີຫາງມີສີສົ້ມ. ລຳຕົວຍາວ 15-35 ຊມ. ອາຫານຂອງພວກມັນແມ່ນຂີ້ກະເດືອນ, ແມງໄມ້ນ້ຳ ແລະ ອື່ນໆ.