ປາເຄິງ / Asian Redtail Catfish
APA 6th ed. ປາເຄິງ / Asian Redtail Catfish. (2019, June 24). Retrieved from https://www.phakhaolao.la/index.php/kb/0000547
MLA 8th ed. ປາເຄິງ / Asian Redtail Catfish. Pha Khao Lao, 24 June 2019, https://www.phakhaolao.la/index.php/kb/0000547.
Chicago 17th ed. Pha Khao Lao. 2019. "ປາເຄິງ / Asian Redtail Catfish." Published June 24, 2019. https://www.phakhaolao.la/index.php/kb/0000547.
Mystus wyckioides (Fang & Chaux, 1949)
Mystus aubentoni (Desoutter, 1975)
Cambodian: Trey Khya
ປາເຄິງເປັນປາທີ່ມີຮູບຮຽວຍາວ, ສ່ວນຫົວແຜ່ກ້ວາງ, ໜັງທີ່ມີຫາງສີແດງ ມີຄີຫຼັງ 7-8 ກ່າງ ແລະ ຄີກົ້ນ ມີ 12-14 ກ່າງ ມີໜວດ 4 ຄູ່ ແລະ ຄູ່ຕິດຮິມສົບເທິງຍາວເກືອບຮອດຄີໄຂມັນ, ປານ້ອຍຈະເປັນສີດໍາທັງໂຕ ເມື່ອໃຫຍ່ຂື້ນມາອາຍຸໄດ້ 4-5 ເດືອນຈະຄ່ອຍໆປ່ຽນສີເປັນສີແດງຢູ່ຫາງ ແລະ ຄີ, ສ່ວນພື້ນທ້ອງຈະເປັນສີຂາວ. ມີລວງຍາວເຖິງ 150 ຊັງຕີແມັດ.
ສຶບພັນ: ປາຊະນິດນີ້ສາມາດສຶບພັນຕາມທໍາມະຊາດໄດ້ໃນລະດູຝົນ. ຄວາມດົກຂອງໄຂ່ຢູ່ລະຫວ່າງ 15,000 ໜ່ວຍ ຕໍ່ ປາ 1 ກິໂລກຣາມ. ຕາມຟາມຂະຫຍາຍພັນປາກໍ່ສາມາດປະສົມພັນປາເຄິງໄດ້ດ້ວຍ 2 ຮູບແບບຄື: ການປະສົມພັນແບບທຳມະຊາດ ແລະ ການປະສົມພັນທຽມ. ປາເຄິງພົບເຫັນຢູ່ແມ່ນໍ້າໃຫຍ່, ບ່ອນທີ່ມີນໍ້າໄຫຼພື້ນນໍ້າມີຫີນ, ເປັນປາທີ່ບໍ່ເຄື່ອນຍ້າຍເປັນກຸ່ມໃຫຍ່ ມີການເຄື່ອນເຂົ້າໄປຍັງທົ່ງນໍ້າຖ້ວມໃນເດືອນ 7-10. ພົບເຫັນໃນປະເທດ ລາວ, ໄທ, ກໍາປູເຈຍ, ແຫຼມມາລາຢູ່ເກາະບອກນຽວ ແລະ ຊາວາອິນໂດເນເຊຍ. ຢູ່ລາວເຮົາສາມາດພົບປາຊະນິດນີ້ໃນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາແມ່ນໍ້າຂອງເກືອບທຸກສາຂາ. ເປັນປາກິນຊີ້ນ (Carnivorous), ປູ, ປານ້ອຍ, ກຸ້ງ, ຫອຍ, ແມງໄມ້, ຂີ້ກະເດືອນ ແລະ ສາມາດຝຶກແອບໃຫ້ກິນອາຫານສຳເລັດຮູບໄດ້ ເຊັ່ນອາຫານປາດຸກ. ຊາວປະມົງຈັບປາຊະນິດນີ້ໄດ້ດ້ວຍ: ແຫ, ເບັດ, ຈັນ, ລອບ ແລະ ອື່ນໆ.