ຫວາຍກະເທີຍ / Ladyboy Rattan
APA 6th ed. ຫວາຍກະເທີຍ / Ladyboy Rattan. (2021, August 27). Retrieved from https://www.phakhaolao.la/index.php/kb/0000153
MLA 8th ed. ຫວາຍກະເທີຍ / Ladyboy Rattan. Pha Khao Lao, 27 August 2021, https://www.phakhaolao.la/index.php/kb/0000153.
Chicago 17th ed. Pha Khao Lao. 2021. "ຫວາຍກະເທີຍ / Ladyboy Rattan." Published August 27, 2021. https://www.phakhaolao.la/index.php/kb/0000153.
Plectocomia montana Hook.f. & Thomson [Invalid]
Plectocomia montana Griff. ex T.Anderson
ລັກສະນະລຳຕົ້ນເກີດເປັນສຸມ ຫຼື ບາງຄັ້ງເປັນລຳດ່ຽວ, ເປັນເຄືອ, ເສັ້ນລຳຕົ້ນຍາວເຖິງ 20 ມ, ເສັ້ນຜ່າສູນກາງ 4 ຊມ; ກາບໃບສີນ້ຳຕານ, ປົກຫຸ້ມດ້ວຍຂົນສີນ້ຳຕານ, ມີໜາມຄ້າຍຄືເຂັມ, ສີນ້ຳຕານຮຽງເປັນແຖວວຽນ, ຍາວ 2.5 ຊມ, ອ້ອມຮອບກາບເປັນວົງ; ບໍ່ມີເຂົ່າໃບ; ບໍ່ມີມືເກາະຢູກາບໃບ; ກ້ານໃບຍາວ 15 ຊມ; ກ້ານກາງໃບຍາວ 1.5 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 25-30 ໃບ, ໃບຍ່ອຍຮຽງບໍ່ສະໝໍ່າສະເໝີ, ໃບຍ່ອຍຮຽງເປັນເປັນກຸ່ມ, ແຜ່ອອກໄປໃນທິດທາງຕ່າງກັນ, ທ້ອງໃບສີຂຽວ, ປົກກະຕິກ້ານໃບຍ່ອຍສັ້ນ, ປາຍໃບຍ່ອຍມີເສັ້ນຍາວຄືດ້າຍ, ບໍ່ມີເສັ້ນໃບ ແລະ ຢູ່ຕາມຂອບໃບມີໜາມນ້ອຍໆ; ມືເກາະຢູ່ປາຍໃບຍາວ 1 ມ; ຊໍ່ດອກຍາວ 0.8 ມ; ດ້ານນອກຂອງກາບຊ້ອນຊໍ່ດອກມີຂົນໜາແໜ້ນ; ໝາກກົມມົນ, ເສັ້ນຜ່າສູນກາງ 1.5 ຊມ; ເກັດໝາກສີນ້ຳຕານເຫຼືອງ, ເປັນເສັ້ນຝອຍພຽງຢ່າງດຽວ, ບໍ່ມີຂົນສັ້ນແຂງ, ປາຍຕັ້ງຂຶ້ນ. ການກະຈາຍພັນ ແລະ ຖິ່ນກຳເນິດ: ພາກເໜືອຂອງລາວ, ບູຖານ, ຈີນ, ອິນເດຍ, ເນປານ ແລະ ໄທ. ພົບຕາມປ່າພູສູງ ທີ່ມີລະດັບສູງຈາກໜ້ານ້ຳທະເລ 1,500-2,500 ມ. (ຈັນສະໝອນ ພົງອຸດົມ ແລະ ຄະນະ, 2014)
ລຳຕົ້ນບໍ່ໜຽວ ແລະ ຂາດງ່າຍບໍ່ເໝາະສຳລັບຜະລິດເປັນເຄື່ອງຫັດຖະກຳ, ແຕ່ຍອດອ່ອນສາມາດກິນໄດ້, ໝາກສຸກເປັນອາຫານຂອງສັດປ່າ.