ເຫັດກ້ານຈອງ / Lizing Mushroom
APA 6th ed. ເຫັດກ້ານຈອງ / Lizing Mushroom. (2019, July 9). Retrieved from https://www.phakhaolao.la/index.php/kb/0000086
MLA 8th ed. ເຫັດກ້ານຈອງ / Lizing Mushroom. Pha Khao Lao, 9 July 2019, https://www.phakhaolao.la/index.php/kb/0000086.
Chicago 17th ed. Pha Khao Lao. 2019. "ເຫັດກ້ານຈອງ / Lizing Mushroom." Published July 9, 2019. https://www.phakhaolao.la/index.php/kb/0000086.
Polyporus lucidus (Curtis) Fr.
Grifola lucida (Curtis) Gray
Phaeoporus lucidus (Curtis) J. Schröt.
Fomes lucidus (Curtis) Sacc.
Boletus lucidus Curtis
Thai: hlin cheu
Vietnamese: linh chi
ດອກເຫັດທົນໄດ້ 1 ປີ, ຈະມີກ້ານຍາວ ຫຼື ສັ້ນນັ້ນແມ່ນຂື້ນກັບທາດອາຫານ ແລະ ແຫຼ່ງທີ່ເກີດ. ສ່ວນຫຼາຍແມ່ນເກີດຈາກຂ້ອນໄມ້ ຫຼື ຮາກໄມ້ໂດກຝັງດີນຢູ່, ໂດຍທົ່ວໜາເຖີງ 20 ມມ, ບາງຄັ້ງອາດຈະຫຼຸດ ຫຼື ຫຼື່ນນີ້ເລັກນ້ອຍ. ໝວກເຫັດຮູ້ວີ ຫຼື ຮູບເຄີ່ງວົງມົນ, ບໍ່ສະໜໍ່າສະເໜີ, ເສັ້ນຜ່າສູນກາງ 100−200 ມມ, ໜາ 10−20 ມມ, ຜີວດ້ານເທີງຈະເຫຼື້ອມເປັນເຫງົາເຄືອບດ້ວຍສີນ້ຳຕານດຳ, ບໍ່ລຽບ, ຂອບເປັນຄື້ນ. ຮູສະປໍສີຂາວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີນ້ຳຕານ.
ຈາກການທົບທວນເອກະສານຖານຂໍ້ມູນຂອງ Cochrane ປີ 2015, ພົບວ່າມີຫຼັກຖານບໍ່ພຽງພໍຂອງການໃຊ້ ເຫັດຊະນີດນີ້ເພື່ອຮັກສາພະຍາດມະເຮັງໃນຂັ້ນທຳອິດ. ສະແດງວ່າເຫັດກ້ານຈອງອາດມີ ປະໂຫຍດ ເປັນຕົວທາງເລືອກໃນການຮັກສາແບບເດີມໂດຍຄຳນືງເຖີງປະສິດທິພາບຕໍ່ຕ້ານການຈະເລີນເຕີບໂຕຂອງເນື້ອງອກ ແລະ ກະຕຸ້ນພຸ້ມຄູ້ມກັນຂອງຮ່າງກາຍ. ການສຶກສາຍັງບໍ່ມີຂໍ້ມູນສະໜັບສະໜູນການໃຊ້ເຫັດກ້ານຈອງໃນການຮັກສາປັດໄຈສ່ຽງຂອງພະຍາດພະຍາດຫົວໃຈ ແລະ ຫຼອດເລືອດໃນຜູ້ເປັນພະຍາດເບົາຫວານ.
ເຫັດກ້ານຈອງຜະລິດກຸ່ມທາດຂອງ ໄຕເຕີເພັນເນັດ ທີ່ເອື້ນກັນວ່າ ກາໂນເດອິກ ອາຊີດ ເຊີ່ງມີທາດໂຄ້ງສ້າງໃກ້ຄຽງກັບ ສະເຕຣອຍ ຮໍໂມນ. ນອກນັ້ນມັນຍັງສາມາດສ້າງທາດອື່ນໆທີ່ພົບເປັນທາດປະສົມເຊັ່ນ ໂປລີຊັກຄາໄຣດ໌ (ເຊັ່ນ ເບຕາກລູແຄນ), ຄູມາລີນ, ແມນນິໂທລ ແລະ ອາລຄາລອຍ. ສະເຕີຣອຍທີ່ແຍກໄດ້ຈາກເຫັດນີ້ມີ ກາໂນເດີໂຣລ, ກາໂນເດີເຣນິກ ອາຊິດ, ກາໂນເດີລອຍ, ການໂນເດີແມນໂນນທອຍ, ລູຊີດາດອຍ ແລະ ກາໂນເດີມາດອຍ. ໂປຣຕີນໃນລະບົບພູ້ມຄູ້ມກັນຂອງເຊື້ອຣາ (FIPs) ເປັນທາດທີ່ຕ້ານເຊື້ອ ແລະ ມີການສ້າງພູ້ມຄູ້ມກັນຂອງຮ່າງກາຍ.