ເອື້ອງຊ້າງກະ / Giant Tail Orchid

ການນຳໃຊ້
ສີນຄ້າ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Rhynchostylis gigantea (Lindl.) Ridl./Orchidaceae
ຊື່ພ້ອງ
Anota gigantea (Lindl.) Fukuy.
Gastrochilus giganteus (Lindl.) Kuntze
Saccolabium giganteum Lindl.
ຊື່ອື່ນ
Thai: Chang dam, Chang kra
Chinese: Hai NanZuan Hui Lan
ບັນຍາຍລັກສະນະພືດສາດ

ດອກເຜີ້ງເກີດເທິງຕົ້ນໄມ້ອຶ່ນ, ເກີດເປັນສຸມ, ອາຍຸຍືນ, ຂຽວຕະຫຼອດປີ, ຈະເລີນເຕີບໂຕຊ້າ, ມີລຳທີ່ສັ້ນປະມານ 10-15 ຊມ, ປ້ອງສັ້ນ, ປາຍຮາກບໍ່ເປັນຫົວ, ໃບນ້ອຍຍາວປະມານ 30 ຊມ, ກວ້າງ 4-6 ຊມ, ມີກ້ານສັ້ນ ແລະ ເກີດສະລັບກົງ ກັນຂ້າມກັນ. ຊໍ່ຍາວ 30 ຊມ ແລະ ກວ້າງ 2-3 ຊມ, ດອກສີບົວເປັນແຕ້ມປົນສີຂາວ.

ບັນຍາຍການນຳໃຊ້

ດອກເຜິ້ງຊະນິດນີິ້ແມ່ນເກັບຕາມທຳມະຊາດເອົາທັ້ງຕົ້ນ. ການເກັບກູ້ແມ່ນສາມາດເກັບໄດ້ 4-10 ຕົ້ນ/ວັນ, ແລະ ສາມາດຂາຍໃນວຽງຈັນລາຄາ 200,000-500,000 ກີບ/ຕົ້ນ. ເອື້ອງຊ້າງກະມີພວງດອກທີ່ສວຍງາມ ເໝາະສຳລັບປູກເປັນພືດປະດັບ.

ການປະກອບສ່ວນ