ຫຍ້າໃບລາຍ / Lyle's Jewerly Orchid
APA 6th ed. ຫຍ້າໃບລາຍ / Lyle's Jewerly Orchid. (2021, August 30). Retrieved from https://www.phakhaolao.la/index.php/kb/0000022
MLA 8th ed. ຫຍ້າໃບລາຍ / Lyle's Jewerly Orchid. Pha Khao Lao, 30 August 2021, https://www.phakhaolao.la/index.php/kb/0000022.
Chicago 17th ed. Pha Khao Lao. 2021. "ຫຍ້າໃບລາຍ / Lyle's Jewerly Orchid." Published August 30, 2021. https://www.phakhaolao.la/index.php/kb/0000022.
Thai: Ueang din pak som
ຫຍ້າໃບລາຍ ເປັນພືດເລືອຕາມໜ້າດິນ, ແລ້ວມີຍອດຕັ້ງຂຶ້ນສູງເຖິງ 5-10 ຊມ. ລຳຂອງມັນເປັນສີຂຽວແກມເຫຼືອງ ຫາແດງຊໍ້າ ແລະ ເປັນຂໍ້ທຸກໆປ້ອງ, ຍາວ 1-2 ຊມ. ໃບດ່ຽວ, ຈັບລຽນເປັນວົງກຽວ, ມີຮູບໄຂ່, ສີຂຽວແກມເຫຼືອງ ຫຼື ແກມແດງ ແລະ ມີເສັ້ນກ່າງໃບ ສີເຫຼືອງ-ແດງຊ້ຳ. ຊໍ່ດອກຕັ້ງຂຶ້ນ, ຍາວ 20-25 ຊມ, ປະກອບດ້ວຍ 3-6 ດອກ, ທີ່ເປັນສີຊົມພູແກມຂາວ. ຫຍ້າໃບລາຍນີ້ໃຊ້ເປັນພືດປະດັບ ແລະ ມີຄຸນຄ່າທາງການຢາອີກນຳ ຊຶ່ງເຊື່ອກັນວ່າເປັນຢາອາຍຸວັດທະນະ. ມັນເປັນພືດມັກແສງໜ້ອຍ, ເກີດປະປົນກັບໃບໄມ້ ແລະ ໄຄຫີນຕາມບ່ອນຊຸ່ມໃກ້ສາຍນ້ຳ.
ຫຍ້າໃບລາຍ ມັກຖືກຂາຍສົດໆ ຫຼື ບາງຄັ້ງກໍຖືກຮັກສາໄວ້ໃນເຫຼົ້າ. ຢູ່ພາກເໜືອ ຂອງປະເທດລາວ ມີພໍ່ຄ້າບາງຄົນ ໄດ້ລິເລີ້ມອົບແຫ້ງ ຫຍ້າໃບລາຍນີ້ແລ້ວ. ຈີນ ແລະ ໃຕ້ຫວັນ ມີຄວາມຕ້ອງການ ຫຍ້າໃບລາຍນີ້ຢູ່ຕະຫຼອດ ແລະ ກໍ່ສູງຂຶ້ນເລື້ອຍໆ. ຢູ່ພາກເໜືອຫຍ້າໃບລາຍ 1 ກິໂລ, ຂາຍກັນໃນລາຄາ 20-50 ດອນລາ (ຢູ່ພາກໃຕ້ ລາຄາ 15-45 ດອນລາ/ກລ) ແລະ ຖ້າເປັນຕົ້ນແຫ້ງແລ້ວ ຈະໄດ້ລາຄາປະມານ 500 ດອນລາ/ກລ. ການຂະຫຍາຍພັນ ສາມາດເຮັດໄດ້ທັງດ້ວຍແກ່ນ ແລະ ດ້ວຍຮາກຂໍ້ໃຕ້ດິນ ແຕ່ວ່າ ຂະຫຍາຍດ້ວຍຮາກ ຈະງ່າຍກວ່າ. ຫຍ້າໃບລາຍຈະປົ່ງໜໍ່ໃໝ່ອອກຕາມຂໍ້ຮາກຂອງມັນ, ໃນທີ່ຜ່ານມາ ກໍມີຄົນພະຍາຍາມຂະຫຍາຍພັນ ດ້ວຍການຕັດ ແລະ ຊຳຮາກຂໍ້ຂອງມັນແຕ່ວ່າບໍ່ໄດ້ຮັບຜົນ. ຢູ່ປະເທດໄທເພິ່ນໄດ້ຂະຫຍາຍດ້ວຍການລ້ຽງເນື້ອເຍື່ອຊຶ່ງເຫັນວ່າ ໄດ້ຜົນດີ. ພືດຊະນິດນີ້ສາມາດຮັກສາພິດຈາກງູກັດ ແລະ ແກງກັບຊີ້ນໝູຊ່ວຍບໍຳລຸງກຳລັງ ຫຼື ຊ່ວຍເພີ່ມພະລັງງານຮ່າງກາຍ.