![ວີຈິດ ລຳໄຊ](/sites/default/files/public/styles/publication_feature_image/public/publications/images/293358804_869459764404939_1823487341367342271_n1.png?itok=OBY5om65)
ພູເບ້ຍເປັນພູທີ່ສູງສຸດຂອງ ສປປ ລາວ ໃນລະດັບຄວາມສູງ 2.820 ແມັດ, ມີທີ່ຕັ້ງຝນເມື່ອງອານຸວົງ, ແຂວງໄຊສົມບູນ, ເຊິ່ງປົກຄຸມດ້ວຍປ່າໄມ້ທີ່ມີຄຸນຄ່າທາງດ້ານເສດຖະກິດ ແລະ ຊີວະນາໆພັນທີ່ອຸດົມສົມບູນ ເປັນເອກະລັກ ແລະ ມະຫັດສະຈັນ, ນອກຈາກນັ້ນຍັງເປັນບ່ອນຢູ່ອາໄສຂອງສັດປ່າຫຼາຍຊະນິດ ເຊັ່ນ: ໝີ, ເໝືອຍ, ເຍືອງ, ໝູປ່າ, ກວາງ, ຟານ, ທະນີ, ລີງ, ຂາແດງ ແລະ ອື່ນໆ. ພູເບ້ຍມີຄວາມເໝາະສົມໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສາມາດສ້າງກິດຈະກຳທ່ອງທ່ຽວໄດ້ຢ່າງຫຼາກຫຼາຍຮູບແບບ. ບໍລິເສັດກຸ່ມຄຳໄພຊະນະ ຈຶ່ງໄດ້ສຶກສາຄວາມເປັນໄປໄດ້ໃນການພັດທະນາພູເບ້ຍ ໃຫ້ເປັນແຫຼ່ງທ່ອງທ່ຽວຕາມໂຄງການ "phubia paradise" ນັບແຕ່ປີ 2018 ເປັນຕົ້ນມາ.
See Also