![ສົ່ງເສີມການຜະລິດໄຄແຜ່ນໃນແຂວງຫຼວງພະບາງ](/sites/default/files/public/styles/publication_feature_image/public/publications/images/P81_LPB_Riverweed_lao.jpg?itok=MDyZCUQi)
ໄຄເປັນອາຫານທີ່ສຳຄັນຂອງຄົນ ແລະ ສັດກິນພືດໃຫຍ່-ນ້ອຍ, ລວມໄປເຖິງຈຸລິນຊີທີ່ມີໜ້າທີ່ຍ່ອຍສະຫລາຍສິ່ງມີຊີວິດທີ່ຕາຍລົງ, ດັ່ງນັ້ນແລ້ວໄຄຈຶ່ງມີຄວາມສໍາຄັນຕໍ່ຕ່ອງໂສ້ອາຫານ ແລະ ຕໍ່ລະບົບນິເວດວິທະຍາ. ໄຄດິບພົບວ່າໄຄມີສານອາຫານເປັນປະໂຫຍດຕໍ່ຮ່າງກາຍໃນປະລິມານສູງ ເຊັ່ນ ມີປະລິມານທາດໂປຼຕີນສູງຄືກັບທີ່ພົບໃນປານໍ້າຈືດ, ລວມເຖິງມີເສັ້ນໃຍອາຫານ, ວິຕາມິນ ແລະ ແຮ່ທາດຫຼາຍຄືກັບຜັກໃບຂຽວ. ໄຄແຕ່ລະສາຍພັນມີຊ່ືເອ້ີນຕ່າງກັນອີງຕາມທ້ອງຖ່ິນແຕ່ໂດຍລວມແລ້ວເປັນການເອ້ີນຊ່ືອີງຕາມລັກສະນະທາງກາຍະພາບ ເຊັ່ນ ໄຄໝື່ນ, ໄຄຊາ, ໄຄໄໝ ເປັນຕົ້ນ. ການໄຫຼຂອງນໍ້າ,ອຸນຫະພູມ ແລະ ຄວາມຂຸ່ນຂອງນໍ້າມີຜົນຕໍ່ການຈະເລີນເຕີບໂຕຂອງໄຄຫຼາຍກ່ວາປັດໄຈທາງເຄມີ