ຈັດສົ່ງຢາແຄບຊຸນປົວພະຍາດໂຄວິດ ຈາກຢາພື້ນເມືອງລາວໃຫ້ບັນດາແຂວງຕ່າງໆ

ຈັດສົ່ງຢາແຄບຊຸນປົວພະຍາດໂຄວິດ ຈາກຢາພື້ນເມືອງລາວໃຫ້ບັນດາແຂວງຕ່າງໆ

www.phakhaolao.la

     ອີງຕາມການຖະແຫຼງຂ່າວຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 7 ກັນຍາ ທີ່ຜ່ານມານີ້ ໃຫ້ຮູ້ວ່າ ເພື່ອເປັນການນໍາໃຊ້ພືດຢູ່ໃນລາວໃຫ້ໄດ້ຜົນປະໂຫຍດຫຼາຍທີ່ສຸດ ດັ່ງນັ້ນ ສະຖາບັນການແພດ ແລະ ການຢາພື້ນເມືອງຈຶ່ງໄດ້ຄົ້ນຄວ້າ ແລະ ຜະລິດຢາ ຊະນິດແຄັບຊຸນ ເຊິ່ງເປັນຢາທີ່ຜະລິດຈາກສະໝຸນໄພພື້ນເມືອງ 3 ຊະນິດຄື: ຣາຊາບີ, ຜັກຄາວທອງ ແລະ ກະຊາຍຂາວ ຊຶ່ງປັດຈຸບັນແມ່ນໄດ້ຈັດສົ່ງໃຫ້ບັນດາແຂວງທີ່ມີການລະບາດເປັນຕົ້ນແມ່ນແຂວງສະຫວັນນະເຂດ, ຈໍາປາສັກ ແລະ ສາລະວັນ ເພື່ອປິ່ນປົວຄົນເຈັບຈໍານວນ 450 ຄົນ.

     ທັງນີ້ ທາງກະຊວງສາທາລະນະສຸກ ຍັງໄດ້ສັ່ງຊື້ຈາກສະຖາບັນດັ່ງກ່າວ ເພື່ອນໍາໄປແຈກຢາຍໃຫ້ບັນດາແຂວງໃນທົ່ວປະເທດເພື່ອນໍາໃຊ້ເຂົ້າໃນການປ້ອງກັນ ແລະ ປີ່ນປົວພະຍາດໂຄວິດ-19 ຄຽງຄູ່ກັບການປິ່ນປົວຜູ້ຕິດເຊື້ອຕາມອາການຂອງຄົນເຈັບທີ່ເຄີຍປະຕິບັດໃນໄລຍະຜ່ານມາ, ນອກຈາກນີ້ ຍັງໄດ້ສົ່ງຢາພື້ນເມືອງທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງ ສປ ຈີນ ໃຫ້ກັບບັນດາແຂວງຕ່າງໆທົ່ວປະເທດຈໍານວນໜຶ່ງ ຊື່ງ ຢາພື້ນເມືອງດັ່ງກ່າວແມ່ນມີຜົນດີໃນການປ້ອງກັນ ແລະ ປິ່ນປົວພະຍາດທາງລະບົບຫາຍໃຈກໍ່ຄືພະຍາດໂຄວິດ-19

     ພ້ອມກັນນັ້ນທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ຢັ້ງຢືນຕື່ມວ່າ: ຢາພື້ນເມືອງທັງ 3 ຊະນິດ ຍັງເປັນຢາທີ່ສາມາດສ້າງພູມຄຸ້ມກັນໃຫ້ຮ່າງກາຍໄດ້ ແຕ່ຢາເຫຼົ່ານີ້ບໍ່ຄວນກິນເກີນ 7 ມື້,ກໍລະນີຕ້ອງໄດ້ກິນຄວນພັກ 3 ມື້ກ່ອນ ຫຼື ປະຕິບັດຕາມຄຳແນະນໍາຂອງແພດໝໍເຖິງຈະໄດ້ຮັບປະສິດທິຜົນດີທີ່ສຸດ.

Contribute