ເຫັດເຜາະ / Hygroscopic Earthstar

ເຫັດເຜາະ / Hygroscopic Earthstar

Use
Food
Medicine
Scientific Name / Family
Astraeus hygrometricus (Pers.) Morg./ Diplocystaceae
Synonyms
Geastrum hygrometricum Pers.
Lycoperdon stellatus Scop.
Geastrum stellatum (Scop.) Wettst.
Astraeus stellatus (Scop.) E. Fisch.
Geastrum hygrometricum ß anglicum Pers.
Geastrum vulgare Corda
Geastrum hygrometricum var. paucilobatum Wettst.
Geastrum decaryi Pat.
Astraeus hygrometricus f. decaryi (Pat.) Pat.
Astraeus hygrometricus f. ferrugineus V.J. Staněk
Other Names
ໄທ: ເຫັດເຜາະ, ເຫັດຖອບ, ເຫັດຫຽງ, ເຫັດເຜາະຝ້າຍ ແລະ ເຫັດເປາະ.
Botanical Description

ເຫັດເຜາະມີລັກສະນະກົມ, ມີຂະໜາດ 1.5-3.5 ຊມ, ບໍ່ທີກ້ານໃບ, ບໍ່ມີຮາກ, ເຫັດອ່ອນມີສີຂາວນວນ, ເປືອກນອກຫໍຫຸ້ມສະປໍໄວ້, ເຫັດແກ່ເປືອກນອກເປັນສີນ້ຳຕານ ຫຼື ສີດຳ. ສະປໍດ້ານໃນເປັນສີດຳ, ຜິວຂຸຂັງ, ດອກແກ່ແລ້ວແຕກເປັນຮູບດາວ, ມີ 5-9 ແສກ, ຮອຍແສກເລິກໄປຮອດຖານດອກ, ດອກໃນແຕກເປັນຮູເຮັດໃຫ້ສະປໍກະຈາຍ.

ຮູບພາບປະກອບຈາກ: https://products.namnuntawan.com

Description of Use

ອາຫານ: ນິຍົມກິນເຫັດໃນໄລຍະອ່ອນໂດຍນຳມາແກງ, ຂົ້ວ ແລະ ຜັດ.

ສັບພະຄຸນ: ຊ່ວຍບຳລຸງຮ່າງກາຍ, ບຳລຸງກຳລັງ, ຊູກຳລັງທາງເພດ, ແກ້ຊ້ຳໃນ, ຊ່ວຍຫ້າມເລືອດເຮັດໃຫ້ເລືອດກ້າມ, ຮັກສາແຜ, ຊ່ວຍຫຼຸດອາການບວມ, ຊ່ວຍຫຼຸດອາການບວມຕາມນິ້ວຕີນ, ນິ້ວມື ແລະ ຊ່ວຍຫຼຸດໄຂ້ອາການຮ້ອນ.

ຄຸນຄ່າທາງໂພສະນາການ 100 ກຼາມ: ພະລັງງານ 47 Kcal, ຄາໂບໄຮເດດ 8.6 ກຼາມ, ໄຂມັນ 2.4 ກຼາມ, ໂປຣຕີນ 2.2 ກຼາມ, ເສັ້ນໄຍ 2.3 ກຼາມ, ນ້ຳ 87.8 ກຼາມ, ແຄລຊຽມ 39 ມິນລີກຼາມ, ຟອສຟໍຣັດ 85 ມິນລີກຼາມ, ທາດເຫຼັກ 3.6 ມິນລີກຼາມ, ໄທອາມີນ 0.04 ມິນລີກຼາມ, ໄຣໂບຟຣາວີນ 0.03 ມິນລີກຼາມ, ໄນອາຊີນ 0.7 ມິນລີກຼາມ ແລະ ວິຕາມິນຊີ 12 ມິນລີກຼາມ.

Contribute