ສຶກສາຄວາມເປັນໄປໄດ້ໃນການສ້າງສວນອານຸລັກຕົ້ນໄມ້ເປັນຢາ

ສຶກສາຄວາມເປັນໄປໄດ້ໃນການສ້າງສວນອານຸລັກຕົ້ນໄມ້ເປັນຢາ

ແຫຼ່ງຂ່າວແຂວງໄຊຍະບູລີ

     ກອງປະຊຸມປຶກສາຫາລື ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອສຶກສາຄວາມເປັນໄປໄດ້ ໃນການສ້າງສວນອານຸລັກຊີວະນາໆພັນທີ່ເປັນຢາ ຢູ່ເຂດບ້ານຜາລຽບ ແລະ ບ້ານເມືອງປາ ເມືອງປາກລາຍ ແຂວງໄຊຍະບູລີ.

     ອີງຕາມການລາຍງານຈາກແຫຼ່ງຂ່າວໄຊຍະບູລີໃຫ້ຮູ້ວ່າ ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ 2021 ທີ່ພະແນກສາທາລະນະສຸກ ເມືອງປາກລາຍ ໂດຍການເປັນປະທານຂອງທ່ານ ຄຳຝັ້ນ ວົງສະຫວັນ ເຈົ້າເມືອງປາກລາຍ, ມີທ່ານ ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ, ດຣ ລາດສະວົງ ລັດສະໝີ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງໄຊຍະບູລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດທະມົນຕີກະຊວງສາທາລະນະສຸກ ສະບັບເລກທີ 2330/ສທ., ລົງວັນ 22 ຕຸລາ 2020 ວ່າດ້ວຍ ການອະນຸມັດໃຫ້ສະຖາບັນການແພດ ແລະ ການຢາພື້ນເມືອງ ຈັດກອງປະຊຸມປຶກສາຫາລືຄວາມເປັນໄປໄດ້ ແລະ ການສຳຫຼວດພື້ນທີ່ໃນການສ້າງສວນອານຸລັກຕົ້ນໄມ້ທີ່ເປັນຢາຕາມເຂດບ້ານຜາລຽບ ແລະ ບ້ານເມືອງປາ ເມືອງປາກລາຍ ແຂວງໄຊຍະບູລີ, ເຊິ່ງເປັນປ່າດົງທີ່ອຸດົມສົມບຸນເຕັມໄປດ້ວຍແຫຼ່ງຊັບພະຍາກອນທຳມະຊາດ ໂດຍສະເພາະແມ່ນຊີວະນາໆພັນທີ່ເປັນຢາ ຕິດພັນກັບການປົກປັກຮັກສາປ່າໄມ້ສີຂຽວ ທັງເປັນແຫຼ່ງສຶກສາຄົ້ນຄວ້າທາງວິທະຍາສາດກ່ຽວກັບພືດ-ຕົ້ນໄມ້ເປັນຢາ ແລະ ການທ່ອງທ່ຽວແບບທຳມະຊາດ.

 

ທີ່ມາ: ປະເທດລາວ Pathedlao

Contribute