ການປູກເຫັດຂອນຂາວ

ການປູກເຫັດຂອນຂາວ

Andy Souvanphakdy
ເຫັດຂອນຂາວເຫັດຊະນິດທີ່ສາມາດປູກໃສ່ເບົ້າປູກ ແລະ ໃສ່ຂອນໄມ້ໄດ້ຫຼາຍຊະນິດ (ໄມ້ມ່ວງ, ໄມ້ຕີ້ວ ແລະ ອື່ນໆ) ແລະ ສາມາດເກັບກູ້ຈາກທຳມະຊາດ ໂດຍສະເພາະແມ່ນປ່າໂຄກຈາກໄມ້ຕາຍ.
ແນະນຳວິທີເຮັດ
phakhaolao.la
phakhaolao.la

ເຫັດຂອນຂາວເປັນເຫັດທີມັກອາກາດຮ້ອນ ການປູກແມ່ນເລີ່ມຕົ້ນປູກແຕ່ ເດືອນ ກຸມພາ ເຖິງເດືອນ ມິຖຸນາ. ເຫັດຂອນຂາວເປັນຊະນິດເຫັດດອກນ້ອຍ ແຕ່ມີລົດຊາດແຊບ, ມີທາດວິຕາມິນສູງ ສາມາດປຸງແຕ່ງເປັນອາຫານໄດ້ຫລາຍເມນູ,ຖ້າປູກຫຼາຍກໍ່ສາມາດຂາຍສາ້ງລາຍຮັບເພີ່ມໃຫ້ແກ່ຄອບຄົວອີກດ້ວຍ.

1. ຂັ້ນຕອນການປູກ

  1.  ການກຽມສະຖານທີ່: ບ່ອນຕັ້ງເຮືອນເຫັດຄວນເປັນບ່ອນອາກາດຖ່າຍເທສະດວກ, ເປັນໂນນ, ອະນາໄມງ່າຍ,ຂະໜາດຂອງເຮືອນປູກ 4 X 6 ແມັດ,ມຸງ ແລະ ແອ້ມດວ້ຍແພຢາງ.
  2. ການກຽມອຸປະກອນ: ຖັງໜຶ້້້ງ, ຖົງຢາງປູກເຫັດ, ຢາງບວ້ງ, ປອກຄໍຖົງ, ສໍາລີ, ຕະກຽງເຫຼົ້າ 90, ເຫຼົ້າ 90, ຊິງຊັ່ງນໍ້າໜັກ, ເຈ້ຍ (ສໍາລັບປິດປາກຖົງກ້ອນເຫັດ), ດີເກືອ, ຢິບຊໍາ, ປູນຂາວ, ຮໍາອ່ອນ, ເຂົ້າປຽນ, ເຊື້ອເຫັດ.
  3. ວິທີປະສົມຂີ້ເລື່ອຍໃສ່ສ່ວນປະສົມ: ຂີ້ເລືອຍ 100 ກິໂລກຼາມ, ດີເກືອ 3 ຂີດ, ຢິບຊໍ້າ 1 ກິໂລກຼາມ, ປູນຂາວ 1 ກິໂລກຼາມ, ຮໍາອ່ອນ 1 ກິໂລກຼາມ, ເຂົ້າປຽນ 3 ກິໂລກຼາມ, ເອົາຂີ້ເລື່ອຍ ແລະ ສ່ວນປະສົມມາປະສົມເຂົ້າກັນ ຄົນໃຫ້ລະອຽດ, ຫົດນໍ້າໃຫ້ຄວາມຊູ່ມປະມານ 65 - 70% ແລ້ວນໍາໄປບັນຈຸໃສ່ຖົງຢາງ.
  4. ການຍັດຂີ້ເລື່ອຍທີ່ປະສົມໃສ່ຖົງຢາງປູກເຫັດ: ເອົາຂີ້ເລື່ອຍປະສົມບັນຈຸໃສ່ ຖົງຢາງຕໍາໃຫ້ແໜ້ນພໍປະມານ, ຫຸບປາກຖົງເຂົ້າ, ໃສ່ປອກຄໍເອົາຢາງບວ້ງຮັດ  ແລະ ອັດປາກຖົງດວ້ຍສໍາລີ ການຍັດມີ 2 ວິທີຄື: ໃຊ້ດ້ວຍມື ແລະ ໃຊ້ດ້ວຍເຄື່ອງອັດຖົງ.
  5. ການໜຶ້ງຖົງເຫັດ: ເອົາຖົງກ້ອນເຫັດໄປໜຶ້ງໃສ່ຖັງ (ຟຸ້ຍ) ໃນຖັງໜຶ້ງ ໃສ່ຕະແກງສູງ 15  ຊັງຕິແມັດ,ໃສ່ ນໍ້າ 12 ຊັງຕິແມັດ, ເອົາຖົງເຫັດເຂົ້າໄປລຽນໃນຖັງເຮັດເປັນຊັ້ນຂື້ນມາຈົນເຕັມ, ເອົາແພຢາງປິດ, ເຊືອກຮັດໃຫ້ແໜ້ນ, ການໜື້ງໃຊເວລາ 3 ຊົ່ວໂມງ.
  6. ວີທີເຂ່ຍເຊື້ອເຫັດ: ການເຂ່ຍເຊື້ອເຫັດຕ້ອງກຽມອຸປະກອນເຊັ່ນ: ຕະກຽງເຫຼົ້າ 90, ເຫຼົ້າ 90, ຢາງບວ້ງ, ເຈ້ຍປິດປາກຖົງກ້ອນເຫັດເວລາເຂ່ຍເຊື້ອຕ້ອງລ້າງມືໃຫ້ສະອາດ, ກ່ອນຈະເຂ່ຍເຊື້ອເຫັດ ເອົາແກ້ວເຊື້ອເຫັດມາຕີໃຫ້ຫົວເຊື້ອແຕກອອກ ຈາກນັ້ນເອົາໄຟລົນປາກກວດແກ້ວ ແລ້ວ ດຶງເອົາສຳລີອັດປາກຖົງເຫັດອອກ ເຂ່ຍເຊື້ອລົງໃສ່ຖົງປະມານ 20-30 ເມັດ. ແລ້ວສັ່ນໆໃຫ້ເມັດເຂົ້າກະຈາຍອອກຂາ້ງຖົງດາ້ນໃນ, ເອົາສໍາລີອັດປາກຖົງໄວ້ຄືເກົ່າແລ້ວ ເອົາເຈ້ຍອັດ ເອົາຢາງບ້ວງມັດປາກຖົງໄວ້.
  7. ການບົ່ມຖົງກ້ອນເຫັດ: ເອົາຖົງກ້ອນເຫັດທີ່ເຂ່ຍເຊື້ອເຫັດໃສ່ແລ້ວໄປບົ່ມໄວ້ຢູ່ໃນເຮືອນບົ່ມ,ເຮືອນບົ່ມຄວນເປັນເຮືອນທີ່ສະອາດ, ອາກາດຖ່າຍເທສະດວກ, ການບົ່ມໃຊ້ເວລາ 25-30 ວັນ. ເຊື້ອເຫັດກໍຈະຂະຫຍາຍຕົວ ເປັນສີຂາວເຕັມຖົງ.
  8. ການເປິດປາກຖົງກ້ອນເຫັດ: ເມື່ອເຊື້ອເຫັດຂະຫຍາຍຕົວເຕັມຖົງກ້ອນເຫັດແລ້ວ, ເອົາຖົງກ້ອນເຫັດເຂົ້າໄປລຽນເປັນແຖວ ເປັນຊັ້ນຂື້ນແລ້ວກໍ່ເປີດປາກຖົງໂດຍໃຊ້ມີດປາດປາກຖົງໃຫ້ກວ້າງເຖິງບ່າຂອງຖົງເຫັດ , ດຶງເອົາຖົງຢາງທີ່ປາດອອກອະນາໄມປາກຖົງໃຫ້ສະອາດຈົນໝົດທຸກໆຖົງຫລັງຈາກນັ້ນກໍຫົດນໍ້າ.

2. ການບົວລະບັດຮັກສາ

ໃຫ້ໝັ່ນອະນາໄມເຮືອນເຫັດໃຫ້ສະອາດ, ຫົດນໍ້າໃຫ້ຄວາມຊຸ່ມສະໝ່ໍາສະເໝີ ຕິດຕາມເບີ່ງແມງໄມ້ສັດຕູພືດທີ່ຈະມາລົບກວນ.

3. ພະຍາດທີ່ມັກເກີດກັບເຫັດຂອນຂາວ

ເຊື້ອລາຂຽວ, ລາໄຂ່ປາ,ຖົງເຫັດເນົ່າ ແລະ ມີໜອນເຈາະເຮັດໃຫ້ຖົງເຫັດເສຍ ເຫັດບໍ່ອອກດອກ, ການປ້ອງກັນ ຕ້ອງອະນາໄມເຮືອນເຫັດ, ອະນາໄມຖົງເຫັດໃຫ້ສະອາດ.

 

 

Source ແບບຮຽນວິຊາການປູກຝັງ

Contribute