ຄົ້ນພົບສັດ ແລະ ພືດ ຈໍານວນ 380 ສາຍພັນໃໝ່ ໃນໄລຍະເວລາ 2 ປີ

ເພື່ອເປັນການສະເຫຼີມສະຫຼອງ ວັນແຫ່ງຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ສາກົນ 22 ພຶດສະພາ 2023 ນີ້ ຈຶ່ງໄດ້ມີການລາຍງານ ການຄົ້ນພົບ ສັດ ແລະ ພືດ ຈໍານວນ 380 ສາຍພັນໃໝ່
ຄົ້ນພົບສັດ ແລະ ພືດ ຈໍານວນ 380 ສາຍພັນໃໝ່ ໃນໄລຍະເວລາ 2 ປີ
WWF-Laos

 

ອີງຕາມການລາຍງານຂອງ ອົງການ WWF ໄດ້ເຜີຍແຜ່ບົດລາຍງານ ກ່ຽວກັບການຄົ້ນພົບ ສັດ ແລະ ພືດ ສາຍພັນໃໝ່ ໃນບັນດາປະເທດລຸ່ມແມ່ນໍ້າຂອງ ຈາກນັກວິທະຍາສາດ ດັ່ງນັ້ນເນື່ອງໃນວັນແຫ່ງຄວາມຫຼາກຫຼາຍ ທາງດ້ານຊີວະນາໆພັນ ສາກົນ 22 ພຶດສະພາ 2023 ນີ້ ຈຶ່ງໄດ້ມີການລາຍງານ ການຄົ້ນພົບ ສັດ ແລະ ພືດ ຈໍານວນ 380 ສາຍພັນໃໝ່ ໃນໄລຍະເວລາ 2 ປີ ທີ່ຜ່ານມາ (2021 - 2022).

ການຄົ້ນພົບ ສາຍພັນໃໝ່ຂອງສັດ ແລະ ພືດ ດັ່ງກ່າວ ໂດຍນັກວິທະຍາສາດ, ນັກຄົ້ນຄວ້າ-ວິໄຈ, ລວມເຖິງນັກອະນຸລັກ ຫຼາຍຮ້ອຍຄົນ ຈາກຫຼາຍສະຖາບັນໃນທົ່ວໂລກ ໂດຍພືດ ແລະ ສັດ ທີ່ຄົ້ນພົບມີດັ່ງນີ້:

  • ຊະນິດພັນພືດ 290 ສາຍພັນ
  • ຊະນິດພັນປາ 19 ສາຍພັນ
  • ຊະນິດພັນສັດເຄິ່ງບົກ-ເຄິ່ງນໍ້າ 24 ສາຍພັນ
  • ຊະນິດພັນສັດເລືອຄານ 46 ສາຍພັນ
  • ຊະນິດພັນສັດລ້ຽງລູກດ້ວຍນົມ 1 ສາຍພັນ

ທັງໝົດ 380 ນີ້ແມ່ນຖືກຄົ້ນພົບຢູ່ທີ່ ລາວ, ຫວຽດນາມ, ກໍາປູເຈຍ, ໄທ ແລະ ພະມ້າ. ສະເພາະຢູ່ ສປປ ລາວ, ໃນລະຫວ່າງປີ 2021 ຫາ 2022 ແມ່ນມີຈໍານວນ 53 ສາຍພັນໃໝ່ ທີ່ຖືກຄົ້ນພົບ.

ນັບແຕ່ປີ 1997 ຮອດປີ 2022, ການຄົ້ນພົບສັດ ແລະ ພືດ ສາຍພັນໃໝ່ ໃນບັນດາປະເທດລຸ່ມແມ່ນໍ້າຂອງ ມີຫຼາຍເຖິງ 3,390 ສາຍພັນ ກວມເອົາສັດ ແລະ ພືດ ຫຼາກຫຼາຍຊະນິດ ທີ່ສາມາດບົ່ງບອກໄດ້ເຖິງຄວາມອຸດົມສົມບູນ ແລະ ໄພຂົ່ມຂູ່ ທີ່ມີຕໍ່ທັງສັດ ແລະ ພືດທີ່ມີຢູ່ ແລະ ສາຍພັນໃໝ່ທີ່ກໍາລັງຖືກຄົ້ນພົບ.

 

ແຫຼ່ງຂໍ້ມູນ:https://www.facebook.com/wwflaosoffice/posts/pfbid02XZXPhHV7NRzoYB6ituDcMkx67rt5w3UKaEKyxA1CXygkQ7kBfKJPakjbwQbu7v1vl

Contribute