ພືດຊະນິດໃໝ່ຂອງໂລກຈຳນວນ 6 ຊະນິດຄົ້ນພົບໃນ ສປປ ລາວ

ນັກຄົ້ນຄວ້າດ້ານພືດສາດຈາກມະຫາວິທະຍາໄລແຫ່ງຊາດຄົ້ນພົບພືດຕະກຸນຊາລຶສີຊະນິດໃໝ່ຂອງໂລກຈຳນວນ 6 ຊະນິດ ແລະ ພືດລາຍງານຄັ້ງທຳອິດຂອງລາວຈຳນວນ 8 ຊະນິດ.
6
new species of Gesneriaceae from Lao PDR

ປທ. ແກ້ວອຸດອນ ສຸວັນນະກຸມມານ ຜູ້ຊ່ຽວຊານທາງດ້ານພືດສາດ ແລະ ເປັນຜູ້ຄົ້ນຄວ້າຫຼັກໄດ້ໃຫ້ຂໍ້ມູນກັບທີມງານພາເຂົ້າລາວວ່າ ເພີ່ນໄດ້ເລີ່ມຄົ້ນຄວ້າ ແລະ ເກັບຕົວຢ່າງພືດຕະກຸນນີ້ເລີ່ມແຕ່ປີ 2012 ຈົນເຖິງປະຈຸບັນນີ້, ໄດ້ມີການສຳຫຼວດແຕ່ເໜືອຮອດໃຕ້ຂອງ ສປປ ລາວ, ຜ່ານການວິໄຈ ແລະ ຮ່່ວມມືກັບຫຼາຍພາກສ່ວນເຫັນວ່າມີການຄົ້ນພົບພືດຊະນິດໃໝ່ຂອງໂລກ ແລະ ພືດທີ່ຍັງບໍ່ທັນໄດ້ລາຍງານຄົ້ນພົບຢູ່ ສປປ ລາວ. ດັ່ງນັ້ນເພີ່ນ ແລະ ທີມງານຈື່ງໄດ້ຮວບຮວມ ແລະ ຕິພີມເຜີຍແຜ່ໃນວາລະສານສວນພືດສາດສີງກະໂປ, ເຊິ່ງເປັນວາລະສານທີ່ໄດ້ມາດຕະຖານສາກົນ, ໄດ້ພີມເຜີຍຢ່າງເປັນທາງການໃນວັນ 10 ທັນວາ 2021 ທີ່ຜ່ານມາ ແລະ ຍັງຄາດຄະເນວ່າ ພືດຕະກຸນດັ່ງກ່າວຍັງມີພືດຊະນິດໃໝ່ຫຼາຍຊະນິດທີ່ຍັງລໍຖ້າການຄົ້ນພົບ ແລະ ຕິພີມເຜີຍໃຫ້ເປັນທາງການໃນດ້ານວິທະຍາສາດທີ່ມີການຍອມຮັບຈາກສາກົນ, ເຊິ່ງຕ້ອງການເວລາ ແລະ ຜູ້ສະໜັບສະໜູນໃນການຄົ້ນຄວ້າ.

author team12

3

4

5

6

ຮູບພາບຈາກ https://www.facebook.com/Bio.FNS

Contribute