ຄັນຄາກບ້ານ / Asian Common Toad

Use
Food
Fibre
Scientific Name / Family
Duttaphrynus melanostictus (Schneider, 1799) / Bufonidae
Synonyms
Ansonia kamblei Ravichandran and Pillai, 1990
Bufo bengalensis Daudin, 1802
Bufo camortensis Mansukhani and Sarkar, 1980
Bufo carinatus Gray, 1830
Bufo chlorogaster Daudin, 1802
Bufo dubius Gray, 1830
Bufo flaviventris Daudin, 1802
Bufo gymnauchen Bleeker, 1858
Bufo isos Lesson, 1834
Bufo longecristatus Werner, 1903
Bufo melanostictus Schneider, 1799
Bufo melanostictus hazarensis Khan, 2001
Bufo melanostictus melanostictus Khan, 2001
Bufo scaber Daudin, 1802
Bufo spinipes Steindachner, 1867
Bufo tienhoensis Bourret, 1937
Docidophryne isos Fitzinger, 1861 1860
Docidophryne melanostictus Bourret, 1942
Docidophryne spinipes Fitzinger, 1861 1860
Phrynoidis melanostictus Cope, 1862
Rana dubia Shaw, 1802
Rana melanosticta Shaw, 1802
Duttaphrynus melanostictus Frost
Other Names
ອັງກິດ: Asian common toad, lack-spined toad, Black-spined Toad, Javanese Toad, Indian Toad, Common Sunda Toad, Common Toad, Black-lipped Toad, Asian Common Toad, Black-spectacled Toad, Asian Toad, Common Asian Toad ແລະ Doubtful Toad.
Physical Description

ຄັນຄາກບ້ານມີລຳຕົວມີຂະໜາດໃຫຍ່, ຍາວ 68-120 ມມ, ກ້ວາງ 4-5 ຊມ, ມີຜິວໜັງທີ່ແຫ້ງ, ມີປຸ່ມພິດຂະໜາດໃຫຍ່ຢູ່ເທິງຫົວຕາ, ຍາວ 10​​-20 ມມ, ຜິວໜັງດ້ານຫຼັງມີຕຸ່ມຂະໜາດນ້ອຍໃຫຍ່ກະຈາຍທົ່ວຕົວ, ເທິງຕຸ່ມມີລັກສະນະແຫຼມສີດຳ, ຊາກຊາ, ຜິວດ້ານທ້ອງບໍ່ມີຕຸ່ມ ແຕ່ຂ້ອນຂ້າງຫຍາບ, ສີນ້ຳຕານປົນສີເຫຼືອງ ຫຼື ສີນ້ຳຕານເຂັ້ມ. ເພດຜູ້ເວລາປະສົມພັນຄໍຈະມີສີເຫຼືອງ ຫຼື  ສີນ້ຳຕານເຫຼືອງ. ຫົວມີລັກສະນະເປັນສັນນູນຂຶ້ນຈາກປາກໄປສຸດທີ່ຂອບຕາເບື້ອງເທິງ, ກ້ວາງ 29-29.9 ມມ, ຍາວ 39.5-40.5 ມມ. ຕາຮູບກົມຄ້າຍແກ່ນຖົ່ວ, ຍາວປະມານ 25 ມມ, ກ້ວາງປະມານ 10 ມມ. ແຜ່ນຫູຂະໜາດໃຫຍ່. ນິ້ວຕີນໜ້າມີລັກສະນະສັ້ນປ້ອມ, ບໍ່ມີແຜ່ນໜັງລະຫວາງນິ້ວ, ນິ້ວຕີນຫຼັງຍາວກ່ວາຕີນໜ້າເລັກນ້ອຍ, ມີແຜ່ນໜັງລະຫວ່າງຕີນຂ້ອນຂ້າງໜາ, ປາຍນິ້ວມີສີດຳ. 

Description of Use

ອາຫານ:

  • ຊິ້ນ: ສາມາດນຳມາປຸງແຕ່ງອາຫານໄດ້ແຕ່ຕ້ອງເອົາຕ່ອມພິດ ແລະ ເສັ້ນນຳພິດອອກກ່ອນ.

ສັບພະຄຸນ:

  • ຢາງພິດ: ສາມາດຮັກສາແຜອັກເສບ,  ແຜເປັນໜອງ ແລະ ແຜຕິດເຊື້ອ, ໃຊ້ເປັນຢາຊາ, ລະງັບອາການເຈັບ, ຮັກສາພະຍາດລະບົບຫົວໃຈວາຍ, ໃຊ້ເປັນຢາຕ້ານ ແລະ ຮັກສາມະເຮັງ, ໃຊ້ເປັນຢາກະຕຸ້ນສະມັດຕະພາບທາງເພດ. 

ຄຸນປະໂຫຍດ:

  • ໜັງ: ນຳມາເຮັດກະເປົາ ແລະ ເຄື່ອງໜັງຊະນິດຕ່າງໆ.
Reproduction and Lifecycle

ເປັນສັດທີ່ບໍ່ຢູ່ໃກ້ກັບແຫຼ່ງນ້ຳຍົກເວັນລະດູປະສົມພັນ ແລະ ວາງໄຂ່. ວາງໄຂ່ໃນຊ່ວງລະດູຮ້ອນຈົນເຖິງປາຍລະດູຝົນ (ເດືອນມີນາ-ເດືອນກັນຍາ).

ວາງໄຂ່ໃນແຫຼ່ງນ້ຳນິ້ງ, ໂດຍຈະວາງໄຂ່ເປັນສາຍຍາວ, ໃນຂະນະທີວ່າງໄຂ່ຕົວແມ່ຈະເຄື່ອນທີ່ໄປເລື້ອຍໆ. ໄຂ່ຈະແບ່ງອອກເປັນສອງສ່ວນຄືສ່ວນທີ່ເປັນໄຂ່ແທ້ ແລະ ສ່ວນທີ່ເປັນວຸ້ນ, ໂດຍວຸ້ນຈະເຮັດໜ້າທີ່ໃນການປ້ອງກັນການກະທົບກະເທືອນຈາກພາຍນອກ ແລະ ຈຸລະຊີບທີ່ຈະມາທຳລາຍ. ໄລຍະການຟັກໄຂ່ຈະຊ້າ ຫຼື ໄວຂຶ້ນກັບອຸນຫະພູມ, ແຕ່ສ່ວນຫຼາຍຈະເຫັນຕົວອ່ອນໃນໄລຍະເວລາ 1 ວັນ ແລະ ຝັກອອກມາເປັນຕົວອ່ອນໄລຍະ 3 ວັນ, ຕົວອ່ອນທີກຳລັງຝັກອອກມາມີຂະໜາດນ້ອຍຫຼາຍ, ສາມາດເຫັນຝັນຟືມໄດ້ຢ່າງຊັດເຈນ, ລັກສະນະຂ້ອນຂ້າງກົມ, ປາກຢູ່ດ້ານລຸ່ມ, ຫາງຮຽວຍາວ, ແຜ່ນຄີຫາງນ້ອຍ, ຈະງອຍປາກເທິງ ແລະ ຈະງອຍປາກລຸ່ມເປັນຮອຍແຂ້ວ, ສີດຳ.

Contribute