ນົກກະທາ / Common Quail

Use
Food
Income
Scientific Name / Family
Coturnix coturnix (Linnaeus, 1758) / Phasianidae
Synonyms
Other Names
Chinese: 鹌鹑
Khmer: សត្វក្រួច
Thai: นกกระทา
Viet: Chim cút
Physical Description

ນົກກະທາເປັນພວກນົກຍ້າຍຖິ່ນ ມີການລ້ຽງຢູ່ທົ່ວໄປໃນ ອາຊີ, ສະຫະລັດອາເມລິກາ, ເອີຣົບ ແລະ ອາຟຼີກກາ, ພັນນົກກະທາ ທີ່ສຳຄັນ ແລະ ເປັນທີ່ຮູ້ຈັກກັນແພ່ຫລາຍທົ່ວໂລກໄດ້ແກ່:
1.    ນົກກະທາຍີ່ປຸ່ນ Japanese quail (Coturnix coturnix japonica)
2.    ນົກກະທາເວີຈິເນັຍ Bobwhite quail (Colinus virginianus).
3.    ນົກກະທາແຄລິຟໍເນັຍ California quail (Lophortyx California).
4.    ນົກກະທາເອີຣົບ European quail (Coturnix coturnix coturnix).
ນົກກະທາທີ່ນິຍົມລ້ຽງສ່ວນຫລາຍຄືນົກກະທາຍີ່ປຸ່ນ (Japanese Quail) ຫລື ມີຊື່ທາງວິທະຍາສາດວ່າ: Coturnix  coturnix  japonica ເປັນນົກທີ່ທົນທານຕໍ່ສະພາບແວດລ້ອມ ແລະ ລ້ຽງງ່າຍ, ເຊິ່ງມີ 3 ສີຄື: ສີລາຍດຳປົນຂາວ, ສີທອງ ແລະ ສີຂາວ, ແຕ່ນົກທຸກຊະນິດຈະໃຫ້ໄຂ່ທີ່ມີເປືອກສີຄືກັນເປັນລາຍດ່າງ
ລັກສະນະປະຈຳພັນສັດ: ທັງເພດຜູ້ ແລະ ເພດແມ່ ມີຂົນສີນໍ້າຕານເທົາ, ປາກສີເຫລືອງປົນດຳ, ແຄ່ງຂາວເຖິງເຫລືອງ, ເພດແມ່ເມື່ອອາຍຸ 42 ວັນນໍ້າໜັກສະເລ່ຍ 108 ກລາມ, ອາຍຸເມື່ອໃຫ້ໄຂ່ທຳອິດ 45 ວັນ, ຈາກນັ້ນອີກ 2 ອາທິດກໍ່ສາມາດຜະລິດໄຂ່ໄດ້ເຖິງ 50 % ຂອງຝູງ, ນໍ້າໜັກໄຂ່ສະເລ່ຍໜ່ວຍລະ 8.1 ກລາມ, ອາຍຸການຟັກໄຂ່ 16-19 ວັນ, ນໍ້າໜັກແລກເກີດ 6.8 ກລາມ, ເມື່ອໃຫ່ຍເຕັມທີປະມານ 140 ກລາມ (ອາຍຸປະມານ 50 ວັນ), ໃຫ້ໄຂ່ດົກປະມານ 300 ໜ່ວຍຕໍ່ປີ.

Japanese quail
Japanese quail
Bobwhite quail
Bobwhite quail
European quail
European quail
California quail
California quail
Description of Use

ນົກກະທາເປັນສັດປີກຊະນິດໜື່ງທີ່ນິຍົມລ້ຽງກັນຢ່າງແພ່ຫລາຍ ເຖິງວ່າຈຳນວນປະຊາກອນຂອງນົກກະທາບໍ່ຫລາຍເທົ່າເປັດ ແລະ ໄກ່ກໍ່ຕາມ ແຕ່ການລ້ຽງເປັນອາຊີບ ແລະ ເຄີ່ງອາຊີບເລີ່ມແພ່ຂະຫຍາຍຫລາຍຂື້ນ ເນື່ອງຈາກການລົງທຶນຕໍ່າ ແຕ່ຜົນຕອບແທນກັບຄືນໄວ,ປະຈຸບັນນົກກະທາຖືກລ້ຽງເປັນສັດເສດຖະກິດ ໂດຍການນຳເອົາຊີ້ນ ແລະ ໄຂ່ ມາບໍລິໂພກ,ແປຮູບເປັນໄຂ່ນົກກະທາກະປ໋ອງສົ່ງອອກໄປຈຳໜ່າຍຕ່າງປະເທດເປັນຈຳນວນຫລາຍ,ອີກທັງຂີ້ຂອງນົກກະທາຍັງເປັນທີ່ສົນໃຈ ແລະ ຕ້ອງການຂອງຊາວກະສິກອນ ເພື່ອນຳມາເປັນປຸຍໃສ່ພືດຜັກ,ນົກກະທາຈຶ່ງໄດ້ຮັບຄວາມນິຍົມໃນການລ້ຽງເປັນສັດເສດຖະກິດ.

Contribute