ວິທີການປະສົມພັນ

ການປ່ອຍໃຫ້ພໍ່ພັນຄູມຝູງ: ການປ່ອຍໃຫ້ພໍ່ພັນຄຸມຝູງແມ່ພັນ ແລະ ໃຫ້ມີການປະສົມພັນຕາມທຳມະຊາດ ເຊິ່ງມີຂໍ້ດິຄືຜູ້ລ້ຽງບໍ່ຕ້ອງຄ່ອຍສັງເກດການແມ່ພັນມີຄວາມເພາະປະສົມພັນມື້ໃດ, ເພາະວ່າພໍ່ພັນຈະຮັບຮູ້ ແລະ ປະສົມພັນເອງ. ແຕ່ຂໍ້ເສຍຄື ຖ້າແມ່ພັນຕ້ອງການປະສົມພັນຫຼາຍໂຕພ້ອມກັນ ຫຼື ເວລາໃກ້ຄຽງກັນ, ຈະເຮັດໃຫ້ພໍ່ພັນມີຮ່າງກາຍຊຸດໂຊມ, ວິທີແກ້ໄຂ ໂດຍ ຂັງພໍ່ພັນໄວ້ເມື່ອປ່ອຍແມ່ພັນອອກໄປລ້ຽງໃນທົ່ງຫຍ້າ ແລ້ວນຳພໍ່ພັນເຂົ້າປະສົມພັນເມື່ອຝູງເຂົ້າຄອກ, ພໍ່ພັນອາຍຸ 3 ປີຂຶ້ນໄປ ຄວນໃຊ້ຄຸມຝູງແມ່ງົວ  20-30 ໂຕ/ພໍ່ພັນໜື່ງໂຕ. ພໍ່ພັນງົວອາຍຸ 2-2.5 ປີ ຄວນໃຊ້ໂຕແມ່ 12-25 ໂຕ.

ການຈູງປະສົມພັນ: ເປັນການປະສົມພັນໂດຍການຈູງເອົາພໍ່ພັນມາປະສົມກັບແມ່ພັນ ຫຼື ຈູງແມ່ພັນມາປະສົມກັບພໍ່ພັນ, ການປະສົມດ້ວຍວິທີນີ້ຄວນແຍກພໍ່ພັນອອກລ້ຽງຕ່າງຫາກ ເພາະຈະເຮັດໃຫ້ພໍ່ພັນມີສຸຂະພາບສົມບູນດີ ແລະ ພໍ່ພັນສາມາດປະສົມພັນກັບແມ່ພັນໄດ້ຈຳນວນຫຼາຍກວ່າການໃຊ້ຄູມຝູງ, ແຕ່ມີຂໍ້ເສຍຄືກັນ ຜູ້ລ້ຽງຕ້ອງຄ່ອຍສັງເກດໂຕແມ່ເພື່ອພ້ອມປະສົມພັນ, ປົກກະຕິພໍ່ພັນສາມາດໃຊ້ປະສົມໄດ້ອາທິດລະ 5 ຄັ້ງ, ຫາກມີການເບີ່ງແຍງທີ່ດີ.   ແມ່ງົວທີ່ຈະປະສົມພໍ່ພັນຈະຕ້ອງປະສະຈາກພະຍາດ, ດັ່ງນັ້ນ ພໍ່ພັນ ແລະ ແມ່ພັນຂອງສະມາຊິກກຸ່ມທຸກໂຕຈະຕ້ອງໄດ້ກັບການກວດພະຍາດ ແລະ ປອດພະຍາດ, ເພາະຫາກພໍ່ພັນ ເປັນພະຍາດຈະເຮັດໃຫ້ແມ່ພັນທຸກໂຕທີ່ໄດ້ຮັບການປະສົມພັນ ຈະແທ້ງລູກ ຫຼື ລູກຕິດເຊື້ອ.

ການປະສົມພັນທຽມ: ເປັນວີທີນຳເອົານ້ຳເຊື້ອພໍ່ພັນດີມາປະສົມພັບກັບແມ່ພັນທີ່ພ້ອມປະສົມພັນ, ໂດຍຜູ້ທີ່ປະຕິບັດປະສົມ ພັນທຽມຈະສອດຫຼອດນ້ຳເຊື້ອເຂົ້າໄປໃນອະໄວຍະວະເພດຂອງໂຕແມ່ທີ່ເປັນແມ່ພັນ, ປົກກະຕິຈະສອດຫຼອດ ຜ່ານຄໍມົດລູກ ເຂົ້າໄປປ່ອຍນ້ຳເຊື້ອໃນມົດລູກຂອງແມ່ພັນ. ການປະສົມພັນທຽມຈະຕ້ອງ ນຳງົວເຂົ້າໄປໃນຊ້ອງຈື່ງປະສົມພັນທຽມໄດ້ສະດວກ, ຊ້ອງທີ່ໃຊ້ປະສົມພັນທຽມບໍ່ຄວນເປັນຊ້ອງທີ່ໃຫ່ຍເກີນໄປ ໜິບທີ່ໃຊ້ສິດຢາວັກຊິນ, ເພາະຈະເຮັດແມ່ງົວຈື່ປະສົບການເຫຼົ່ານີ້ໄດ້ຈື່ເຮັດໃຫ້ແມ່ງົວຢ້ານ, ສຳລັບ ຊາວກະສິກອນມື້ໃໝ່ເພື່ອສະດວກໃນການປະສົມພັນທຽມ ຄວນຈະເຮັດຊ່ອງປະສົມພັນທຽງໄວ້ປະຈຳຄອກ ຫຼື ພາຍໃນສວນຫຍ້າ ເມື່ອພະນັກງານວິຊາການລົງມາເອົານ້ຳເຊື້ອປະສົມພັນ ໃຫ້ຕ້ອງມີຄົນ ຢ່າງໜ້ອຍ 3 ຄົນຄ່ອຍຊ່ວຍເຫຼືອ. ເມື່ອສີດນ້ຳເຊື້ອແລ້ວຄວນກັກແມ່ງົວໄວ້ບ່ອນຮົ່ມ, ຈະເຮັດໃຫ້ມີໂອກາດປະສົມພັນ ຕິດໄດ້ດີຂຶ້ນ, ບໍ່ຄວນປ່ອຍໃຫ້ແມ່ພັນແລ່ນ ຫຼື ປ່ອຍໄປຕາກແດດຕາມທົ່ງຫຍ້າ ເພາະຈະເຮັດໃຫ້ຮ່າງກາຍອຸນຫະພູມສູງຂຶ້ນ ແລະ ໂອກາດການປະສົມພັນຕິດໄດ້ໜ້ອຍລົງ.

ໃນລະຫວ່າງການປະສົມພັນຄວນເຮັດໃຫ້ແມ່ພັນມີອາການສະຫງົບ ບໍ່ຕື່ນເຕັ້ນ, ການແຍກແມ່ງົວເຂົ້າຄອກກ່ອນປະສົມພັນ 3 ຊົ່ວໂມງຈະຊ່ວຍໃຫ້ແມ່ພັນສະຫງົບ, ຖ້າມີລູກຕິດໃຫ້ລູກມາຢູ່ນຳແມ່ຈະເຮັດໃຫ້ແມ່ພັນສະຫງົບໄດ້ດີ.

Contribute