ຜັກຂາຂຽດ / Pickerel weed

Use
Food
Medicine
Scientific Name / Family
Pontederia vaginalis Burm.f. / Pontederiaceae
Synonyms
Gomphima vaginalis (Burm.f.) Raf.
Monochoria loureiroi Kunth
Monochoria pauciflora (Blume) Kunth
Monochoria vaginalis (Burm.f.) C.Presl
Pontederia cordata Lour.
Pontederia loureiroana Schult. & Schult.f.
Pontederia pauciflora Blume
Pontederia vaginata Royle
Other Names
ຊື່ລາວ: ຕົບໃບໂພ.
ຊື່ໄທ: ຜັກຂາຂຽດ, ຜັກອີ່ຮິນ ແລະ ຜັກຮິນ.
ຊື່ສາມັນ: Pickerel weed.
Botanical Description

ຜັກຂາຂຽດຈັດເປັນພືດລົ້ມລຸກ. ລຳຕົ້ນສັ້ນຢູ່ໃຕ້ດິນ, ສີນ້ຳຕານ. ໃບດ່ຽວ, ອອກແບບຮຽງສະຫຼັບ, ຮູບຫົວໃຈ, ກ້ວາງ 2-3 ຊມ, ຍາວ 4-5 ຊມ, ໂຄນໃບວ້ຳເຂົ້າ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ສີຂຽວເຂັ້ມ, ຜິວລຽບ. ກ້ານໃບກົມ, ອົມນ້ຳ, ດ້ານໃນມີຊ່ອງຫວ່າງ, ຍາວ 10-25 ຊມ, ໂຄນໃບອວບຫຸ້ມກັນໄວ້. ຊໍ່ດອກແບບກະຈຸກ, ອອກກ່າງກ້ານໃບ. ດອກຍ່ອຍມີ 3-15 ດອກ, ກີບເປັນກີບລວມ, ມີ 6 ກີບ, ແຍກກັນອິດສະຫຼະ, ຮູບຫອກ, ຮູບໄຂ່ ຫຼື ຮູບຮີ, ສີມ່ວງ. ເກສອນເພດຜູ້ມີ 6 ອັນ. ໝາກມີລັກສະນະຄ້າຍກັບແຄັບຊູນ, ຍາວ 1 ຊມ, ສີຂຽວ, ໝາກແກ່ແລ້ວແຕກເປັນສາມແສກ. ແກ່ນຈຳນວນຫຼາຍ, ສີນ້ຳຕານ.

Description of Use

ເປັນອາຫານ: ຍອດກິນສົດ, ກິນກັບແຈ່ວ, ລາບ, ກ້ອຍ, ຍຳ, ຕຳສົ້ມ,ໃຊ້ປຸງປະກອບອາຫານ ຫຼື ໃສ່ແກງ.

ສັບພະຄຸນ: ທັງຕົ້ນ ໃຊ້ຕົ້ມດື່ມເພື່ອຊ່ວຍຂັບປັດສະວະ, ແກ້ພິດຮ້ອນ, ຖອນພິດໄຂ້, ນຳມາຄັ້ນນ້ຳດື່ມເປັນຢາແກ້ໄອ, ຕົ້ມກັບຜັກກະເສດກິນແກ້ອາການເມົາຈາກພິດຂອງເຫັດ ແລະ ນຳມານຳໃຫ້ລະອຽດໃຊ້ພອກຮັກສາຝີ. ໃບ: ກິນສົດເພື່ອລົດອາການຮ້ອນໃນ.

Contribute