ເຫັດປວກໃຫຍ່ / Round Cap Termite Mushroom
APA 6th ed. ເຫັດປວກໃຫຍ່ / Round Cap Termite Mushroom. (2021, June 28). Retrieved from https://www.phakhaolao.la/kb/0000926
MLA 8th ed. ເຫັດປວກໃຫຍ່ / Round Cap Termite Mushroom. Pha Khao Lao, 28 June 2021, https://www.phakhaolao.la/kb/0000926.
Chicago 17th ed. Pha Khao Lao. 2021. "ເຫັດປວກໃຫຍ່ / Round Cap Termite Mushroom." Published June 28, 2021. https://www.phakhaolao.la/kb/0000926.
ດອກເຫັດກວ້າງ 70-100 ມີນລີແມັດ, ຮູບລະຄັງແລ້ວໂຄ້ງນູນຄ້າຍຈານຄ້ວມແລ້ວແຜ່ນອອກ, ປຸ່ມນູນກາງດອກເກືອບລຽບ ຫຼື ບໍ່ເດັ່ນຊັດ, ຜິວລຽບ ຫຼື ມີເສັ້ນຂົນບາງໆ, ມັກແຕກອອກຕາມແນວລັດສະໜີເຂົ້າໄປເກືອບເຖິງຈອມດອກ, ຂອບບາງງໍເຂົ້າ, ລຽບ ຫຼື ເປັນຄື້ນ, ສີນ້ຳຕານມົ່ນ ຫຼື ນ້ຳຕານອ່ອນ. ກີບບໍ່ຕິດກ້ານດອກ, ກວ້າງເລັກນ້ອຍ, ລຽນຖີ່, ສີຂາວ. ກ້ານດອກ 100-150 x 15-25 ມີນລີແມັດ, ຊົງກະບອກ, ແຂງ, ສີຂາວ, ຂະຫຍາຍໃຫຍ່ເລັກນ້ອຍໃຕ້ດິນ. ຮາກທຽມ, ກວ້າງ 25-27 ມີນລີແມັດ, ຮຽວຍາວລົງໄປເຖິງຮັງປວກ, ໂຄ້ງງໍເລັກນ້ອຍ, ເຄືອບດ້ວຍຊັນຄິວຕີນສີນ້ຳຕານ, ເນື້ອແນ່ນ, ສີຂາວ. ສະປໍ 6-8 x 3-5 ໄມໂຄຣແມັດ, ຮູບໄຂ່ປີ້ນ ຫຼື ຮູບຮີ ຜິວລຽບ, ເຈັ້ຍຫຸ້ມບາງ, ສີຄຣິມປົນສີບົວ.
ເຫັດປວກໃຫຍ່ເປັນທີນິຍົມໃນການບໍລິໂພກຢ່າງກວ້າງຂວາງ ແລະ ມີລົດຊາດຫວານ, ເປັນເຫັດທີ່ມີລາຄາຂ້ອນຂ້າງແພງ ແລະ ມີຄວາມຕ້ອງການຂອງຕະຫຼາດຫຼາຍ ເພາະເປັນເຫັດທີ່ພົບຕາມລະດູການເທົ່ານັ້ນບໍ່ສາມາດປູກໄດ້. ດັ່ງນັ້ນຈື່ງເຮັດໃຫ້ບໍ່ພຽງພໍຕໍ່ຄວາມຕ້ອງການຂອງຜູ້ບໍລິໂພກ. ສາມາດນຳມາປູງແຕງອາຫານຄືກັນກັບເຫັດປວກຊະນິດອື່ນໆ.