ກະຊາຍແດງເມືອງຫຼວງ / Laungprabang's Fingerroot Ginger

Use
Food
Medicine
Ornamental
Scientific Name / Family
Boesenbergia kingii Mood & L.M.Prince / Zingiberaceae
Synonyms
Other Names
Conservation Status
Least Concern
Botanical Description

ເປັນພືດທີ່ມີເຫງົ້າໃຕ້ດິນ, ສູງປະມານ 1 ແມັດ. ເຫງົ້າເລືອຍາວ, ດ້ານໃນເປັນສີເຫຼືອງ. ລຳຕົ້ນຍາວ  1 ຊັງຕິແມັດ, ສີຂາວ, ກ້ຽງ, ໃບ 3-7; ກ້ານໃບຍາວ 20 ຊັງຕິແມັດ, ລີ້ນໃບແຍກເປັນສອງແສກ; ແຜ່ນໃບຮູບຮີ, ກົກມົນ ຫຼື ຫົວໃຈ, ດ້ານລຸ່ມມີຂົນ. ຊໍ່ດອກເກີດຈາກເຫງົ້າ, ມີ 3-10 ຊໍ່ຕໍ່ເຫງົ້າ. ກ້ານຊໍ່ດອກຍາວ 3 ຊັງຕິແມັດ, ສີຂາວ ຫຼື ສີບົວ, ກ້ຽງ. ຊໍ່ຮຽວຍາວ; ໃບປະດັບ ຮູບແຖບ, ຍາວ 11 ຊັງຕິແມັດ, ສີຂາວປົນສີຂຽວ. ດອກສີຂາວປົນສີແດງ. ກາບດອກເປັນຫຼອດ, ປາຍແຍກເປັນ 3 ແສກນ້ອຍ, ສີຂາວ. ຫຼອດດອກຍາວ 15 ຊັງຕິແມັດ,ສີຂາວ, ປາຍແຍກ 3 ແສກ; ແສກເທີງຮູບຂອບຂະໜານ, ສີຂາວຄຣິມ, ກ້ຽງ; ແສກຂ້າງປາຍມົນ. ກີບປາກເປັນຖົງມົນກົມ, ສີຂາວຄຣິມ, ເຄີ່ງກາງດ້ານໃນສີແດງ, ດ້ານນອກມີຂົນ. ກີບຄູ່ຂ້າງຮູບໄຂ່ກັບ. ເກສອນຜູ້ຍາວ 1.2 ຊັງຕິແມັດ. ເຕົ້າໄຂ່ຮຽວຍາວ, ສີຂາວ.

Description of Use

ຫົວມີກີ່ນຫອມຄ້າຍຫົວກະຊາຍຂາວ, ແຕ່ຂະໜາດໃຫຍ່ກວ່າ, ສາມາດນຳເປັນເຄື່ອງປູງແຕ່ງອາຫານໄດ້ ແລະ ສາມາດເຮັດເປັນພືດປະດັບຕາມແຄມບ້ານເຮືອນໄດ້ດີ. 

Contribute