ໝາກກຸກກ້ຽງ / Wingless Cardamom

Use
Income
Medicine
Oil Extract
Scientific Name / Family
Amomum sericeum Roxb.
Synonyms
Amomum dealbatum var. sericeum (Roxb.) Baker
Cardamomum sericeum (Roxb.) Kuntze
Other Names
Conservation Status
Least Concern
Botanical Description

ເກີດເປັນສຸ່ມ, ລຳຕົ້ນສູງ 2 ມ. ລີ້ນໃບມີຂົນ. ແຜ່ນໃບຮູບໃບຫອກ, ດ້ານລຸ່ມມີຂົນສີຂາວ. ຊໍ່ດອກກົມ. ດອກສີຂາວ. ກາບດອກມີຂົນ. ກີບດອກສີເຫຼືອງ ມີຂົນ. ໝາກກົມ, ເປັນສັນເລັກນ້ອຍ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນໝາກແໜ່ງອິກຊະນິດໜື່ງທີ່ພົບແຕ່ພາກເໜືອຂອງລາວ ພົບຢູ່ຕາມຕິນພູເຂົາຫິນປູກ, ທີ່ມີດິນປະສົມກັບຫິນ, ເກີດຈາກປ່າທີ່ມີແສງຊ່ອງລົງຮອດພື້ນດີນ, ສາມາດເກີດໄດ້ຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລປະມານ 447-1422 ແມັດ, ສາມາດພົບເຫັນຢູ່ແຂວງພາກເໜືອເຊັ່ນ: ຫົວພັນ ພົບຢູ່ເມືອງຮ່ຽມ ເສັ້ນທາງໄປບ້ານໂພນຊ່ອງ, ບ້ານໂຄກສະອາດ, ບ້ານສາໂຄກ, ຫຼວງນ້ຳທາພົບຢູ່ບ້ານຊຽງກົກ, ຫຼວງພະບາງພົບຢູ່ກະຈາຍທົ່ວໄປຕ່າງຕີນພູຊວງ, ບ້ານຕາດກະຈຳ, ບ້ານຜາໜີບຂອງເມືອງນານ. 

ສະພາບການອະນຸລັກ: ເປັນພືດທີ່ມີການພົບຢູ່ທົ່ວໄປຕາມພາກເໜືອຂອງລາວ, ມີການກະຈາຍພັນໄດ້ກວ້າງຂວາງ, ການປູກສາມາດເອົາຈາກປ່າມາປູກໄດ້ງ່າຍ, ສາມາດເກີດຂື້ນໃນດິນເກືອບທຸກຊະນິດ ສະນັ້ນແລ້ວຈື່ງສາມາດຂະຫຍາຍພັນໄດ້ໄວ້ສົມຄວນ ບໍ່ມີຄວາມເປັນຫ່ວງຕໍ່ການສູນເສຍແນວພັນປານໃດ, ນອກນີ້ເຂດທີ່ຢູ່ອາໄສຂອງມັນແມ່ນເປັນຫີນບໍ່ຄ່ອຍມີໃຜຖ່າງເຮັດໄຮ່ເຂົ້າໄດ້.

Description of Use

ການນຳໃຊ້: ໝາກກຸກຊະນິດສາມາດກິນໄດ້ເມື່ອສຸກແລ້ວຈະມີລົດຊາດສົ້ມຫວານ, ເປັນອາຫານຂອງສັດຫຼາຍຊະນິດ, ຄົນເຮົາກໍ່ສາມາດກິນໄດ້ເຊັ່ນດຽວກັນ, ເປັນພືດທີມີການນຳເອົາມາໃຊ້ໃນງານບູນປະເພນີຕ່າງໆເຊັ່ນໃນຜາເຂົ້າຖວາຍພຣະໃນບູນຫໍ່ເຂົ້າຕ່າງໆໃນຊ່ວງເຂົ້າພັນສາ.

Contribute