ໝາກແໜ່ງຂຽວນ້ອຍ / Small Green Cardamom

Use
Income
Medicine
Oil Extract
Scientific Name / Family
Meistera echinocarpa (Alston) Skornick. & M.F.Newman
Synonyms
Amomum echinocarpum Alston
Other Names
Conservation Status
Least Concern
Botanical Description

ເກີດເປັນສູ່ມ, ມີປະມານ 2-4 ຕົ້ນຕໍ່ສູ່ມ. ເຫງົ້າໜາ 5-10 ມມ, ສີຂາວປົນສີນ້ຳຕານ. ໄລຍະຫ່າງລະຫວ່າງຕົ້ນ 10 ຊມ, ກາບຫຸ້ມເປັນຫຼອດ ຍາວປະມານ 1-3 ຊມ, ສີແດງອົມສີນ້ຳຕານ, ບາງຄ້າຍເຈ້ຍ, ເປັນລາຍ, ກ້ຽງ, ປາຍແຫຼມ. ລຳຕົ້ນ ສູງປະມານ 2 ມ, ມີກົກໜາ 8-10 ມມ, ສີຂຽວ, ກ້ຽງ, ດ້ານນອກເປັນລາຍ, ດ້ານໃນກ້ຽງ, ຂອບກາບມີຂົນສ່ວນເທີງ, ມີປະມານ 19 ໃບຕໍ່ຕົ້ນ. ລີ້ນໃບ ຍາວ 1-4 ມມ, ສີຂາວອ່ອນ, ຊາ, ກ້ຽງ, ປາຍຮູບຕັດ. ກ້ານໃບສັ້ນປະມານ 1-2 ຊມ, ເປັນຮ່ອງກາງເຄີງ, ສີຂຽວ, ກ້ຽງ. ແຜ່ນໃບຮູບຂອບຂະໜານ, ຂະໜາດ 12-30 x 3-7 ຊມ, ດ້ານລຸ່ມເປັນສີຂຽວຈ່າງ, ກ້ຽງ, ໂຄນໃບຮູບຫຼີ້ມ, ປາຍໃບຮຽວຍາວປະມານ 2 ຊມ, ຂອບໃບລຽບ, ເສັ້ນກ່າງກາງໃບນູນທາງດ້ານລຸ່ມຂອງທ້ອງໃບ ແລະ ມີຂົນດ້ານລຸ່ມ, ເສັ້ນຂະແໜງໃບເຫັນເປັນເງົາ. ຊໍ່ດອກເກີດຈາກເຫງົ້າໃຕ້ດີນໃກ້ກັບກົກລຳຕົ້ນ, ມີປະມານ 1-2 ຊໍ່ຕໍ່ເຫງົ້າ, ກ້ານຊໍ່ດອກຂະໜາດ 15 x 0.5 ຊມ, ສີແດງ, ເປັນລາຍ, ກ້ຽງ, ກາບຫູ້ມກົກຂະໜາດ 1-1.5 x 0.3 ຊມ, ແລະ ສ່ວນເທີງເປັນຮູບໃບຫອກຂະໜາດ 3-3.5 x 1-1.2 ຊມ, ສີແດງປົນສີນ້ຳຕານອົມແດງ, ຊາກຊາເປັນລາຍ, ກ້ຽງ, ປາຍແຫຼມ, ສ່ວນພວງດອກຮູບໄຂ່ ຂະໜາດ 5 x 3 ຊມ, ມີປະມານ 4 ດອກບານພ້ອມກັນ, ໃບປະດັບຮູບເຮືອ ຂະໜາດ 2-2.5 x 0.7-1 ຊມ, ສີນ້ຳຕານເຂັ້ມ, ເປັນລາຍ, ໃກ້ຈະເປື່ອຍ, ມີ 1 ດອກຕໍ່ໃບປະດັບ, ກ້ຽງ, ປາຍແຫຼມ. ໃບປະດັບຍ່ອຍເປັນຫຼອດ, ມີ 2 ແສກປາຍ, ຂະໜາດ 1-1.2 x 0.3 ຊມ, ສີນ້ຳຕານຈ່າງ, ເປັນແຜ່ນບາງໃກ້ຈະລຸດຫຼົ່ນ, ດ້ານນອກມີຂົນບໍລິເວນກົກ, ຫຼອດຍາວປະມານ 1 ຊມ, ແສກປາຍຍາວ 2-3 ມມ, ປາຍແຫຼມ ຫຼື ມົນໂຄ້ງ. ກາບດອກເປັນຫຼອດ ມີ 2 ແສກທີ່ປາຍ, ຂະໜາດ 1.5-1.6 x 0.3 ຊມ, ສີຂາວ, ເປັນແຜ່ນຄ້າຍເຈ້ຍບາງໆ, ກ້ຽງ, ຫຼອດຍາວ 7-8 ມມ, ແສກປາຍຍາວ 4-8 ມມ, ປາຍແຫຼມ. ກີບດອກຍາວ 2-3 ຊມ, ສີຂາວ, ຫຼອດກີບດອກຍາວ 1-1.5 ມ, ກ້ຽງ. ກີບດອກຂ້າງຂະໜາດ 1.5 x 0.6-0.7 ຊມ, ເປັນແຜ່ນບາງໆ, ກ້ຽງ, ປາຍມົນໂຄ້ງ, ກີບດອກເທິງຂະໜາດ 1.5-1.7 x 0.9-1.2 ຊມ, ເປັນແຜ່ນບາງໆຄ້າຍເຈ້ຍ, ກ້ຽງ, ປາຍມົນໂຄ້ງ, ກີບປາກຂະໜາດ 1.5 x 1.2-1.3 ຊມ, ສີຂາວປົນສີເຫຼືອງກາງເຄີ່ງ, ມີຈຸດສີແດງ, ລຽບ, ປາຍແຍກ, ເປັນແຜ່ນບາງໆ, ຂອບເປັນຄື້ນ, ມີຂົນຢູ່ໂຄນຂອງກີບປາກ. ເກສອນເພດຜູ້ທີ່ເປັນໜັງ ຮູບຂອບຂະໜານ, ຍາວປະມານ 3 ມມ, ສີຂາວປົນສີແດງເປັນຈຸດ. ເກສອນຜູ້ແປ ຍາວ 3-4 ມມ, ສີຂາວ, ກ້ຽງ. ຖົງລະອອງ 8 x 2-4 ມມ, ສີຂາວ, ກ້ຽງ. ເດືອຍເກສອນຜູ້ເປັນແຜ່ນລຽບ, ກວ້າງ 2-3 ມມ, ເປັນແຜ່ນບາງໆ, ມົນປາຍຕັດ, ສີຂາວ. ຮວງຮັບມົນກົມ, ມີຂົນ, ປາຍມີຂົນຍອຍ, ກ້ານຊູມີຂົນ. ເຕົ້າໄຂ່ໜາ 4 ມມ, ມີໜາມ, ມີຂົນ, ໄຂ່ກົມມີປະມານ 3-5 ຕໍ່ຫ້ອງ. ພວງໝາກກ້ານຍາວ 10-16 x 0.6 ຊມ, ສີແດງອ່ອນ, ກ້ຽງ, ພວງໝາກ, ຂະໜາດ 5 x 5 ຊມ, ມີປະມານ 10 ໝາກຕໍ່ພວງ, ໝາກກົມກ້ຽງ, ຂະໜາດໜາ 0.8-1 ຊມ, ສີຂຽວອ່ອນ, ມີໜາມ ແລະ ມີຂົນ, ເມັດກົມກ້ຽງ, ໜາ 4 ຊມ, ກ້ຽງ, ມີປະມານ 3-5 ຕໍ່ຫ້ອງ. 

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີເກີດຕາມພູສູງປ່າດົງດິບ, ປ່າປະສົມປ່ຽນໃບ, ມັກເກີດບ່ອນຮົ່ມເລັກນ້ອຍ, ດີນເກີດຢູ່ບ່ອນທີ່ມີຄວາມຊຸ່ມປານກາງ ສາມາດພົບພືດຊະນິດໄດ້ຢູ່ເຂດພາກເໜືອພົບຢູ່ແຂວງຫົວພັນ, ບ້ານດ່ານແຈ້ງ ແລະ ບ້ານຊາກົກ.

ສະພາບການອະນຸລັກ: IUCN ນັກຄົ້ນຄວ້າໄດ້ລາຍງານວ່າຍັງມີການສຶກສານ້ອຍ ພົບເຂດກະຈາຍພັນນ້ອຍ, ການຄົ້ນທາງດ້ານຊະນິດຍັງມີຄວາມສັບສົນກັບຊະນິດອື່ນ ສຳລັບປະເທດເຮົາກໍ່ພົບຢູ່ພຽງແຂວງຫົວພັນເທົ່ານັ້ນ, ຖ້າມີການຄົ້ນຄວ້າຢ່າງຈີງຈັງ ພືດຊະນິດອາດເປັນພືດຫາຍາກກໍ່ເປັນໄປໄດ້ເພາະວ່າໃນລາວກໍ່ພົບພຽງແຫຼ່ງດຽວ.

Description of Use

ການນຳໃຊ້: ໝາກແໜ່ງຊະນິດນີ້ສາມາດນຳເອົາມາຕາກແຫ້ງ ແລ້ວເອົາໄປຂາຍເປັນສີນຄ້າ, ແລະ ຍັງເປັນຢາພື້ນເມືອງຕົ້ມນ້ຳດື່ມເຮັດໃຫ້ຮ່າງກາຍມີຄວາມແຂງແຮງ.

Contribute