ໝາກກຸກແດງ / Red Wing Cardamom

Use
Income
Medicine
Oil Extract
Scientific Name / Family
Amomum velutinum X.E.Ye, Škorničk. & N.H.Xia
Synonyms
Other Names
Conservation Status
Least Concern
Botanical Description

ເກິດເປັນສູ່ມ, ມີປະມານ 3-7 ຕົ້ນຕໍ່ສູ່ມ. ເຫງົ້າໜາ 6-12 ມມ, ສີແດງ ຫຼື ສີແດງອ່ອນປົນນ້ຳຕານ, ກ້ຽງ. ໄລຍະຫ່າງລະຫວ່າງຕົ້ນ 4-10 ມມ, ກາບຫຸ່ມຮູບສາມຫຼ່ຽມ ຫຼື ຮູບໄຂ່ ຍາວ 8-20 ມມ, ສີນ້ຳຕານຈາງ, ເປັນລາຍຊາ, ກ້ຽງ, ປາຍແຫຼມ ເຖີງມົນໂຄ້ງມີເດືອນສັ້ນໆ. ລຳຕົ້ນສູງປະມານ 1-2 ມ, ມີປະມານ 7 ໃບຕໍ່ຕົ້ນ, ກົກໜາ 1-1.5 ຊມ, ສີແດງປົນສີນ້ຳຕານ, ດ້ານນອກເປັນຕາໜ່າງລາຍ. ລີ້ນໃບຮູບໃບຫຼອກ, ປາຍແຍກເປັນສອງແສກ, ຍາວ 1-4 ຊມ, ສີນ້ຳຕານຈາງ, ເປັນເຈ້ຍບາງໆ, ດ້ານນອກມີຂົນ, ປາຍແຫຼມ. ກ້ານໃບເປັນຮ່ອງກາງເຄີງ ຂະໜາດ 30-70 x 0.3-0.5 ຊມ, ສີຂຽວປົນສີແດງ, ເປັນລາຍ, ມີຂົນນຸ່ມ. ແຜ່ນໃບຮູບຮີ ເຖີງຮູບຂອບຂະໜານແກມຮູບຮີ ຂະໜາດ 20-50 x 6-20 ຊມ, ມີຂົນຍາວດ້ານລຸ່ມ, ໂຄນຮູບຫຼີ້ມ, ປາຍໃບສັ້ນມີຕີ່ງຍາວອອກ, ເສັ້ນກ່າງກາງໃບນູນດ້ານລູ່ມ, ມີຂົນເມື່ອຍັງອ່ອນ, ເສັ້ນຂະແໜງໃບເຫັນຊັດເຈນ. ຊໍ່ດອກເກີດຈາກເຫງົ້າໃກ້ກັບກົກ ມີປະມານ 3-5 ຊໍ່ຕໍ່ເຫງົ້າ, ພວງດອກເປັນຮູບຮີ, ຂະໜາດ 5-8 x 3-5 ຊມ, ມີປະມານ 4 ດອກບານພ້ອມກັນ, ກ້ານຊໍ່ດອກຂະໜາດ 12-23 x 0.4-0.6 ຊມ, ສີແດງປົນສີນ້ຳຕານ, ເປັນລາຍ, ກ້ຽງ, ກາບຫຸ້ມເປັນຮູບເຮືອ ເຖີງ ຮູບໃບຫອກຍາວປະມານ 0.7-4 ຊມ, ສີບົວປົນສີນ້ຳຕານ ຫຼື ເປັນສີຂຽວເຂັ້ມປົນສີນ້ຳຕານ, ຊາບໍລິເວນກົກ, ບາງໆສ່ວນເທີງ, ເປັນລາຍ, ດ້ານນອກມີຂົນອ່ອນນຸ່ມ, ປາຍໂຄ້ງມົນມີເດືອຍ, ຂອບມີຂົນຝອຍໆເຖີງປາຍ. ໃບປະດັບຮູບເຮືອ ເຖີງ ຮູບໄຂ່ກວ້າງ ຂະໜາດ 2-3 x 1-2 ຊມ, ສີນ້ຳຕານ, ຊາບໍລິເວນກົກ, ເປັນແຜ່ນບາງສ່ວນເທີງ, ເປັນລາຍ, ປາຍແຫຼມມີເດືອຍສັ້ນໆ, ຂອບມີຂົນຝອຍໆ. ໃບປະດັບຍ່ອຍ ຮູບໄຂ່ ຫືຼ ຮູບໄຂ່ກວ້າງ ຂະໜາດ 1.5-2 x 1-1.5 ຊມ, ສີນ້ຳຕານຈາງ, ເປັນແຜ່່່ນບາງຄ້າຍເຈ້ຍ, ເປັນລາຍ, ກ້ຽງ, ດ້ານນອກມີຂົນຍາວສ່ວນເທີງ, ປາຍແຍກເປັນແຂ້ວ, ສີນ້ຳຕານ ຫຼື ສີບົວ, ເປັນແຜ່ນບາງໆ, ປາຍຮຽວຍາວ. ກີບດອກສີຂາວ ຫຼື ສີບົວອົມຂາວ, ຂະໜາດ 4.5-5 ຊມ, ຫຼອດດອກຍາວ 1.5-2.5 ຊມ, ຊາ, ດ້ານນອກກ້ຽງ, ດ້ານໃນມີຂົນຍາວ. ກີບຂ້າງຂະໜາດ 1.5-2.5 x 0.7-0.8 ຊມ, ເປັນແຜ່ນບາງໆ, ກ້ຽງ, ປາຍແຫຼມ. ກີບເທີງຂະໜາດ 1.5-2 x 0.8-1.2 ຊມ, ເປັນແຜ່ນບາງໆ, ດ້ານເທີງກ້ຽງ, ດ້ານລຸ່ມມ່ຂົນຍາວ, ປາຍໂຄງມົນມີເດືອຍສັ້ນໆ. ກີບປາກຂະໜາດ 1.4-2 x 1.5-2 ຊມ, ມີສາມແສກ, ສີຂາວປົນສີເຫຼືອງກາງເຄີ່ງ ແລະ ມີເສັ້ນຈຸດໆສີແດງ, ດ້ານໃນມີຂົນສີຂາວບໍລິເວນກົກ,  ຂອບເປັນຄື້ນ. ເກສອນເພດຜູ້ທີ່ເປັນໜັນ ຮູບສາມຫຼ່ຽມ ເຖີງຮູບຂອບຂະໜານຍາວປະມານ 0.1-0.5 ຊມ, ສີຍາວ, ກ້ຽງ, ປາຍພຽງ. ເກສອນຜູ້ແປ, ຍາວ 0.2-0.5 ຊມ, ສີຂາວ, ດ້ານລຸ່ມມີຂົນຍາວ, ດ້ານເທີງກ້ຽງ. ຖົງເມັດລະອອງຮູບຂອບຂະໜາດ 0.7-1 x 0.3 ຊມ, ສີຂາວ, ດ້ານເທີງມີຂົນ ແລະ ຕ່ອມຂົນ, ດ້ານລຸ່ມກ້ຽງ, ເດືອຍຖົງເມັດລະອອງມົນ, ລຽບ, ກວ້າງ 0.3 ຊມ, ສີຂາວ, ເຈ້ຍບາງໆ, ກ້ຽງ. ຮວງຮັບ ເປັນຮູບຖ້ວຍ, ກ້ຽງ ປາຍມີຂົນຝອຍ. ກ້ານຊູກ້ຽງ. ເຕົ້າໄຂ່ໜາ 0.5 ຊມ, ມີ ເສັ້ນສັນ 9 ເສັ້ນ, ມີຂົນຍາວ, ໄຂ່ກົມມີປະມານ 25 ໄຂ່ຕໍ່ຫ້ອງ, ກ້ຽງ. ພວງໝາກກ້ານຂະໜາດ 15-20 x 0.3 ຊມ, ສີຂຽວປົນສີນ້ຳຕານເຂັ້ມ, ກ້ຽງ, ພວງໝາກ ຂະໜາດ 5-10 x 5 ຊມ, ມີປະມານ 15-20 x 0.3 ຊມ, ສີຂຽວປົນສີນ້ຳຕານເຂັ້ມ ມີ 9 ປີກ, ແຕ່ລະປິກກວ້າງປະມານ 0.3 ຊມ, ເປັນລາຍ, ກ້ຽງ. ເມັດກົມໜາ 0.3 ຊມ, ສີນ້ຳຕານ, ກ້ຽງ. ມີປະມານ 20-25 ເມັດຕໍ່ຫ້ອງ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີເກິດໃນປ່າດົງດິບ ແລະ ປ່າປະສົມປ່ຽນໃບ, ເກີດຕາມຈາຍພູເຂົາ, ຫຼື ປ່າເປິດແປ້ນ, ຕາມແຄມຫ້ວຍນ້ຳ, ເປັນພືດທີ່ເກິດຢູ່ລະດັບຄວາມສູງຈາກໜ້ານ້ຳທະເລປະມານ 264-1190 ແມັດ. ພືດຊະນິດນີ້ພົບຢູ່ທາງພາກເໜືອຂອງປະເທດລາວເຊັ່ນ: ແຂວງຫຼວງນ້ຳທາ, ພົບຢູ່ຕາມຊາຍແດນລະຫວ່າງຫຼວງນ້ຳທາ ແລະ ເມືອງສີງ, ບ້ານຫ້ວຍທູ້ ແລະ ບ້ານທົ່ງລາດ,  ອຸດົມໄຊພົບຢູ່ບ້ານນ້ຳແພງ, ຜົ້ງສາລີ ພົບຢູ່ບ້ານຫາດສາ, ບ້ານນາມາກ, ບ້ານປ່າຄ່າ ແລະ ບ້ານສີນໄຊ, ແຂວງວຽງຈັນພົບຢູ່ບ້ານນາແຊງ.

ສະພາບການອະນຸລັກ: IUCN, ເປັນພືດທີ່ພົບສະເພາະພາກເໜືອຂອງລາວ ແຕ່ພາກເໜືອພື້ນທີ່ແຫ່ງທີ່ຢູ່ອາໄສຂອງມັນພັດຖືກບູກເບີກແທນທີ່ດ້ວຍພືດກະສິກຳເຊັ່ນ: ກ້ວຍ ແລະ ຢາງພາລາ, ອັນເປັນສາເຫດເຮັດໃຫ້ພືດຊະນິດມີຄວາມສ່ຽງເຊັ່ນດ່ຽວກັນ, ອາດຈະເຮັດໃຫ້ມີຜົນກະທົບໃນໄລຍະຍາວເພາະວ່າແຫຼ່ງກະຈາຍພັນແມ່ນມີຈຳກັດ ແລະ ເປັນພືດປັບຕົວຢູ່ໄດ້ໃນເຂດອາກາດເຢັນ ແລະ ເປັນຮົ່ມຕາມປ່າດົງໃຫຍ່. 

Description of Use

ການນຳໃຊ້: ເອົາໝາກແກ່ມາຕາກໃຫ້ແຫ້ງແລ້ວເອົາມາຕົ້ມນໍ້າດື່ມຈະມີລົດຊາດຫອມ, ໝາກສຸກສາມາດກີນໄດ້ຈະມີລົດຊາດຫວານສົ້ມ, ມີກີ່ນຫອມເລັກນ້ອຍ, ສາມາດເຮັດໃຫ້ລົດຄວາມກະຫາຍນ້ຳໄດ້, ເປັນຢາບຳລູງກຳລັງ, ຮັກສາຄວາມສົມດູນຂອງຮ່າງກາຍ.

Contribute