ໝາກກຸກຂຽວ / Green Wing Cardamom

Use
Income
Medicine
Oil Extract
Scientific Name / Family
Amomum odontocarpum D.Fang
Synonyms
Other Names
Conservation Status
Vulnerable
Botanical Description

ເກິດເປັນສູ່ມ, ລຳຕົ້ນສູງ 1.6 ມ, ມີ 3-6 ຕົ້ນຕໍ່ສູ່ມ, ເຫງົ້າ ໜາ 7-10 ຊມ, ສີຂາວປົນສີຂຽວ. ໄລຍະຫ່າງລະຫວ່າງຕົ້ນ 3-5 ຊມ, ມີກາບຫຸ້ມຮູບໄຂ່ ຍາວ 1-1.5, ສີນ້ຳຕານ, ບາງຄ້າຍເຈ້ຍ, ເປັນລາຍ, ໃກ້ຈະເປື່ອຍ, ປາຍແຫຼມ, ຂອບມີຂົນຝອຍ. ລຳຕົ້ນມີໃບ 7 ໃບຕໍ່ຕົ້ນ. ໃບນ້ອຍໄປຫາປາຍ, ລຳຕົ້ນໃກ້ກົກໜາ 8-17 ມມ, ສີຂາວເປັນລາຍກ້ຽງ. ກ້ານໃບເປັນຮ່ອງກາງເຄີ່ງ ຍາວປະມານ 16 ມມ, ເປັນລາວກ້ຽງ. ແຜ່ນໃບຮູບຂອບຂະໜານ ຫຼືື ຮູບຮີຍາວ, ຂະໜາດ 50-55 x 8-12 ຊມ, ກ້ຽງ, ໂຄນເປັນຮູບຫຼີ້ມຍາວ, ປາຍໃບຮຽວຍາວ, ເສັ້ນກ່າງກາງໃບເສັ້ນຊັດເຈັນດ້ານລຸ່ມ, ເສັ້ນຂະແໜງໃບເຫັນຊັດເຈັນ. ຊໍ່ດອກເກິດຈາກເຫງົ້າໃຕ້ດີນ ມີ 3 ຊໍ່ດອກຕໍ່ເຫງົ້າ, ສ່ວນພວງດອກ ຮູບຮີ ຂະໜາດ 3-6 x 4 ຊມ, ມີປະມານ 4 ດອກບານພ້ອມກັນ. ກ້ານຊໍ່ດອກ 4 x 0.5 ຊມ, ສີແດງອ່ອນປົນສີນ້ຳຕານ, ເປັນລາຍກ້ຽງ, ມີກາບຫຸ້ມຮູບໄຂ່ ເຖິງ ຮູບໃບຫອກ ຂະໜາດ 7-18 x 10-15 ມມ, ສີແດງ ຫຼຶ ສີແດງປົນນ້ຳຕານ, ເປັນລາຍຊາ, ປາຍແຫຼມ, ຂອບມີຂົນຝອຍ. ໃບປະດັບຮູບເຮືອ ຫຼື ຮູບໃບຫອກ, 3.5-4 x 1.5-2 ຊມ, ສີນ້ຳຕານ, ເປັນລາຍໃກ້ຈະເປື່ອຍ, ມີດອກໜື່ງ, ກ້ຽງ, ປາຍແຫຼມ. ໃບປະດັບຍ່ອຍຮູບໄຂ່ ເຖິງຮູບຂອບຂະໜານ ຂະໜາດ 7-12 x 4-6 ຊມ, ສີນ້ຳຕານ, ເປັນເຈ້ຍບາງ, ກ້ຽງ, ປາຍແຫຼມ. ກາບເປັນຫຼອດ ປາຍມີ 3 ຕ່ອມ, ຂະໜາດ 25 x 3-6 ມມ, ສີນ້ຳຕານ, ເປັນເຈ້ຍບາງໆ, ກ້ຽງ, ຫຼອດກາບຍາວ 15-16 ມມ, ຕ່ອມຍາວ 5-10 ມມ, ປາຍແຫຼມ. ກີບດອກສີຂາວ, ຍາວ 5.5-6 ຊມ,   ຫຼອດດອກຍາວ 2.5-3 ຊມ, ຊາ, ດ້ານໃນມີຂົນສີຍາວ ຫຼື ເປັນຕ່ອມ ແລະ ມີຂົນນຸ່ມໆສ່ວນເທີງ, ກີບດອກຂ້າງຂະໜາດ 2.5-3 x 0.6-0.7 ຊມ, ເປັນແຜ່ນບາງໆ, ກ້ຽງ, ປາຍມົນໂຄ້ງ, ກີບດ້ານເທີງຂະໜາດ 2.5-3 x 1-1.2 ຊມ ເປັນແຜ່ນບາງໆ, ປາຍໂຄ້ງມົນ, ກີບປາກຂະໜາດ 3-3.5 x 2.5-3 ຊມ, ສີຂາວ ປົນສີເຫຼືອງຢູ່ກາງເຄີ່ງ, ມີຈຸດເສັ້ນສີແດງເປັນຈຸດໆ, ຂອບບໍ່ມີເສັ້ນເຖີງຂອບ, ກີບປາກ ແລະ ເກສອນເພດຜູ້ເຊື່ອມຕິດກັນໃນຫຼອດປະມານ 6 ມມ ເຊື່ອມທາງດ້ານໃນ, ດ້ານລຸ່ມກ້ຽງ, ດ້ານລຸ່ມມີຂົນໃກ້ໂຄນ ແລະ ບໍລິເວນກາງ, ປາຍມົນ, ຂອບບາງໆ, ເປັນຄື້ນ. ເກສອນເພດຜູ້ເປັນໜັນ ຮູບຂອບຂະໜານ 2 ມມ, ສີຂາວ. ເກສອນຜູ້ແປຍາວ 5 ຊມ, ສີຂາວ, ດ້ານລຸ່ມມີຂົນຍາວ ແລະ ຂົນສັ້ນ, ດ້ານເທີງກ້ຽງ, ຖົງລະອອງເກສອນ ຮູບຂອບຂະໜານ, ຂະໜາດ 1.5 x 0.4 ຊມ, ສີຂາວ, ກ້ຽງ, ເດືອຍເກສອນຕັດພຽງ, ລຽບ, ຂະໜາດ 6 x 2 ຊມ, ສີຂາວ, ເປັນແຜ່ນບາງໆ, ກ້ຽງ, ຮ່ວງຮອງຮັບລະອອງເກສອນກົມກ້ຽງ, ປາຍມີຂົນ. ກ້ານຊູຖົງລະອອງເກສອນກ້ຽງ, ເຕົ້າໄຂ່ໜາ 6 ມມ, ກ້ານຍາວ 2 ມມ ຍາວ 9-10 ເສັ້ນ, ມີຂົນ, ເມັດໄຂ່ກົມ, ມີ 25 ໄຂ່ຕໍ່ຫ້ອງ. ຊໍ່ພວງໝາກ ກ້ານຂະໜາດ 3-4 x 5 ມມ, ສີແດງປົນສີນ້ຳຕານ, ກ້ຽງ. ໝາກຮູບໄຂ່, ຂະໜາດ 2 x 1-15 ມມ, ສີແດງອົມນ້ຳຕານ. 

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນພືດທີພົບຕາມສັ້ນພູ, ປ່າປະສົມປ່ຽນໃບ ຫຼື ປ່າເປີດແປ້ນ, ສາມາດເກິດໃນລະດັບສູງຈາກໜ້ານ້ຳທະເລປະມານ 1200-1523 ແມັດ ເປັນພືດທີ່ພົບໃນພາກເໜືອເຂດພູສູງ ເຊັ່ນ:  ຜົ້ງສາລີ ພົບຢູ່ຕາມສາຍພູຖະແລງ, ຊຽງຂວາງພົບຢູ່ ບ້ານທ່າ ເປັນພືດທີຂ່ອນຂ້າງມີເຂດການກະຈາຍພັນຈຳກັດ ແຕ່ຄາດວ່າມີຢູ່ແຂວງຫົວພັນ, ຫຼວງພະບາງ ແລະ ອຸດົມໄຊ. 

ສະພາບການອະນຸລັກ: IUCN, ນັກຄົ້ນຄວ້າພືດຊະນິດນີ້ໄດ້ລາຍງານຕໍ່ອົງການອະນຸລັກຂອງໂລກວ່າເປັນພືດທີ່ມີຄວາມສ່ຽງຕໍ່ການສູນພັນເພາະວ່າພື້ນທີ່ມີການກະຈາຍພັນຈຳກັດ ພ້ອມຍັງມີການປູກພືດກະສິກຳແບບຈຳນວນພື້ນທີກວ້າງ ເຊັ່ນການປູກກວ້ຍ, ປູກຢາງພາລາ, ເຊີ່ງມີຜົນກະທົບຕໍ່ພື້ນທີແຫຼ່ງທີ່ຢູ່ອາໄສຂອງມັນຈື່ງເປັນເຫດເຮັດໃຫ້ປະຊາກອນພືດຊະນິດຫຼຸດລົງ ອິກຢ່າງໜື່ງແມ່ນພືດຊະນິດມີການຂະຫຍາຍຕົວຊ້າໃນທຳມະຊາດ ແລະ ບໍ່ມີຄົນທົດລອງເອົາມາປູກເທື່ອ. 

Description of Use

ການນຳໃຊ້: ໝາກສຸກສາມາດເອົາມາກິນໄດ້, ໝາກແກ່ສຸກເອົາມາຕາກແດດໃຫ້ແຫ້ງແລ້ວຕົ້ມນ້ຳດື່ມເພື່ອດັບກະຫາຍຄາຍຮ້ອນໄດ້ເປັນຢ່າງດີ. ລຳຕົ້ນໃບສາມາດເອົາມາຕົ້ມເປັນຢາຮົ່ມໄດ້.

Contribute