ໝາກແໜ່ງກ້ຽງ / Smooth Cardamom

Use
Food
Income
Medicine
Oil Extract
Scientific Name / Family
Amomum glabrum S.Q.Tong
Synonyms
Other Names
Botanical Description

ເປັນເຫງົ້າເລືອຕາມພື້ນດິນ, ສູງ 1 ມ, ກ້ຽງ. ເຫງົ້າ ໜາປະມານ 6-7 ມມ, ສີຂາວປົນສີບົວ ຫຼື ສີແດງປົນສີນ້ຳຕານ, ຢູ່ເລີກຈາກໜ້າດິນປະມານ 10 ຊມ. ໄລຍະຫ່າງລະຫວ່າງຕົ້ນ 20-35 ຊມ. ກາບຫຸ້ມເຫງົ້າເປັນຮູບສາມຫຼ່ຽມ ຫຼື ຮູບໄຂ່, 1-2 x 1-1.5 ຊມ, ສີແດງປົນສີນ້ຳຕານ, ດ້ານນອກເປັນລາຍ, ປາຍແຫຼມ. ລຳຕົ້ນມີໃບ 6-9 ໃບຕໍ່ຕົ້ນ, ໃບນ້ອຍໄປຫາປາຍ, ລຳຕົ້ນມີກົກໜາ 1 ຊມ, ສີຂາວປົນສີບົວເມື່ອຍັງອ່ອນເປັນສີຂຽວ, ເປັນລາຍ. ລີ້ນໃບ ຮູບໄຂ່ ຂະໜາດຍາວ 2-5 ມມ,  ປາຍວ້ຳ ຫຼື ແຍກເປັນແສກ. ກ້ານໃບຍາວ 4 ຊມ, ເປັນຮ່ອງກາງເຄີ່ງ, ສີຂຽວ. ແຜ່ນໃບຮູບຂອບຂະໜານ, ໃບກົກເປັນຮູບຮີ, ຂະໜາດ 20-40 x 5-10 ຊມ, ດ້ານລຸ່ມສີຂຽວຈາງ, ໂຄນໃບຮູບຫຼີ້ມ, ປາຍໃບຮຽວແຫຼມ, ຂອບໃບມີຂົນສັ້ນໆ. ເສັ້ນກ່າງກາງໃບນູນຂື້ນດ້ານລຸ່ມ, ເສັ້ນຂະແໜງໃບເປັນເງົາ. ຊໍ່ດອກເກິດຈາກເຫງົ້າໃຕ້ດີນ ຫຼື ໃກ້ກັບກົກ. ກາບຫຸ້ມເປັນຮູບ ສາມຫ່ຼຽມ, ກາບລຸ່ມມີຂະໜາດ 5 x 10 ມມ, ແລະ ກາບດ້ານເທີງເປັນຮູບໃບຫອກ ຂະໜາດ 2-4 x 1-2 ຊມ, ສີແດງ ຫຼື ສີບົວ, ເປັນລາຍຊາ, ປາຍແຫຼມ ຫຼື ຮູບເຮືອຍມີຕີ່ງສັ້ນໆ, ສ່ວນພວງດອກຮູບຮີ, ຈຸດປາຍ ຂະໜາດ 4-6 x 2-3 ຊມ. ໃບປະດັບ ຮູບໃບຫອກຂະໜາດ 3-4 x 1-1.5 ຊມ, ສີຂາວ ຫຼື ສີແດງປົນສີຂາວ, ບາງຄັ້ງອອກສີບົວປົນສີຂາວ, ບາງຄ້າຍເຈ້ຍ, ຊາ, ປາຍແຫຼມ. ໃບປະດັບຍ່ອຍ ເປັນຫຼອດຍາວປະມານ 1 ຊມ, ມີສອງແສກຢູ່ປາຍ, ສີຂາວ, ເປັນແຜ່ນນ້ອຍໆບາງໆ, ຫຼອດ ຍາວປະມານ 6 ມມ, ແສກປາຍຍາວປະມານ 4 ມມ, ປາຍແຫຼມ. ກາບດອກເປັນຫຼອດ ມີສາມແສກຢູ່ປາຍ, ສີຂາວ, ເປັນແຜ່ນບາງໆ, ຫຼອດຍາວ 2 ຊມ, ແສກປາຍຍາວ 1 ຊມ, ປາຍໂຄງກົມ. ກີບດອກຍາວປະມານ 6 ຊມ, ສີຂາວ, ຫຼອດດອກຍາວ 3 ຊມ, ດ້ານໃນມີຂົນຍາບຍາວ ຫຼື ເປັນຕຸ່ມໆ ກັບຂົນສີຂາວ. ກີບດອກດ້ານຂາວເປັນຮູບຂອບຂະໜານ ຂະໜາດ 2.5-3 x 0.6-0.8 ຊມ, ປາຍໂຄງກົມບໍ່ມີເດືອຍ. ກີບດອກເທີງເປັນຮິບຂອບຂະໜານ ຂະໜາດ 2.5-3 x 0.8-1 ຊມ, ປາຍໂຄງມົນມີເດືອຍສັ້ນໆປະມານ 2 ມມ. ກີບປາກຂະໜາດ 3-4 x 2-3 ຊມ, ສີຂາວ, ສີບົວ ຫຼື ສີແດງທີ່ກົກ, ກາງເປັນສີເຫຼືອງເປັນເສັ້ນໄປຫາຂອບກີບ, ເປັນແຜ່ນບາງໆ. ກ້ຽງ. ເກສອນຜູ້ທີ່ເປັນໜັນ ຮູບໄຂ່ ເຖີງ ຮູບໃບຫອກ ຍາວປະມານ 5 ມມ, ສີຂາວ. ເກສອນເພດຜູ້ ແປ ຂະໜາດ 8-10 x 2 ມມ, ຖົງລະອອງເກສອນຍາວປະມານ 14-15 ຊມ, ສີຂາວ, ເດືອຍຂອງຖົງລະອອງເກສອນເປັນແຜ່ນສີຂາວບາງໆ. ຮ່ວງຮອງຮັບລະອອງເກສອນເປັນຮູບຖ້ວຍ, ມີຂົນສີຂາວ. ເຕົ້າໄຂ່ມົນກົມ, ກ້ານສັ້ນໆໜາປະມານ 5 ຊມ, ມີຈຸດຢູ່ດ້ານເທີງ. ໄຂ່ກົມມີປະມານ 15 ໄຂ່ຕໍ່ຫ້ອງ. ພວງໝາກ ກ້ານຮຽວຍາວ 15 ຊມ, ພວງມົນກົມ. ໝາກກົມ, ໜາປະມານ 1-1.6 ຊມ, ເປັນສີດຳອົມສີເທົາ, ເປັນປີກສັ້ນໆ, ກ້ຽງ, ກ້ານໝາກສັ້ນໆ. ແກ່ນກົມມີເຍື້ອບາງໆຫຸ້ມຢູ່ ໜາປະມານ 5 ມມ, ສີຂາວ, ມີ 10 ແກ່ນຕໍ່ຫ້ອງ.

ນິເວດວິທະຍາ ແລະ ການກະຈາຍພັນ: ເປັນໝາກແໜ່ງທີ່ເກີດຕາມປ່າດົງພູສູງໃນເຂດເໜືອຂອງລາວ, ມັກເກີດຕາມປ່າທີ່ເປັນສັນພູຈອມສູດຂອງພູ, ເປັນພືດທີ່ມີການຈາຍພັນບໍ່ກວ້າງຂວາງປານໃດ, ມັກເກີດໃນດິນທີສະເພາະເຈາະຈົງ, ຕ້ອງເປັນເຂດທີ່ຢູ່ໃນປ່າດົງດິບຊື່ນ, ມີຄວາມຊຸ່ມຊື່ນພຽງພໍຈື່ງສາມາດເກີດໄດ້, ໃນເຂດປະເພດເພື່ອນບ້ານສາມາດພົບໄດ້ໃນສະເພາະປະເທດຈີນຕອນໃຕ້, ໃນລາວພົບພຽງພາກເໜືອເທົ່ານັ້ນເຊັ່ນ: ຫຼວງນ້ຳທາ ພົບຢູ່ແຄມທາງລະຫວ່າງເມືອງສີງ ແລະ ເມືອງຫຼວງນ້ຳທາ, ນອກນັ້ນຍັງສາມາດພົບຢູ່ບ້ານສົບວາຍ, ຜົ້ງສາລີພົບຢູ່ເມືອງບູນເໜືອແຄມສາຍແດນລາວຈິນ, ຍັງສາມາດພົບຢູ່ຕາມພູຟ້າແຄມທາງຂື້ນຫາພູຟ້າ ແລະ ຍັງພົບຢູ່ຕາມສາຍພູຖະແລງ; ອຸດົມໄຊພົບຢູ່ບ້ານຫຼັກ62. ສາມາດພົບຢູ່ສູງຈາກລະດັບໜ້ານ້ຳທະເລປະມານ 886–1546 ແມັດ. 

ສະພາບການອະນຸລັກ: IUCN, ເປັນພືດທີ່ມີເຂດກະຈາຍພັນຈຳກັດ ແລະ ເປັນພືດທີຂ່ອນຂ້າງຫາຍາກ ຈື່ງເປັນທີ່ບໍ່ຄ່ອຍຮູ້ຈັກກັນປານໃດບໍ່ວ່າຈະເປັນທາງດ້ານການນຳໃຊ້ ແລະ ການປູກ, ຈື່ງເຮັດໃຫ້ພືດຊະນິດມີຄວາມສ່ຽງຕໍ່ການສູນພັນ.

Description of Use

ການນຳໃຊ້: ເອົາໃບມາຕົ້ມຮົ່ມຢາ ເຮັດໃຫ້ຮ່າງກາຍມີຄວາມຊຸ່ມຊື່ນ, ໝາກສາມາດນຳເອົາມາຕົ້ມນ້ຳດື່ມ ຜອນຄາຍກະຫາຍນ້ຳ.

Contribute