ໝາກພຸກ / Pomelo

Use
Food
Medicine
Scientific Name / Family
Citrus maxima (Burm.) Merr / Rutaceae
Synonyms
Aurantium decumana (L.) Mill.
Aurantium decumanum (L.) Mill.
Aurantium maximum Burm.
Citrus × aurantium var. decumana L.
Citrus aurantium subsp. decumana (L.) Tanaka
Citrus × aurantium var. grandis L.
Citrus × aurantium f. grandis (L.) M.Hiroe
Citrus aurantium f. grandis (L.) Hiroë
Citrus costata Raf.
Citrus decumana L.
Citrus grandis (L.) Osbeck
Citrus grandis f. buntan Hayata
Citrus grandis var. sabon (Siebold) Karaya
Citrus grandis var. sabon (Siebold ex Hayata) Hayata
Citrus grandis var. yamabuki (Tanaka) Karaya
Citrus obovoidea Yu.Tanaka
Citrus pompelmos Risso
Citrus sabon Siebold ex Hayata
Citrus yamabuki Yu.Tanaka
Other Names
Lao: ໝາກ້ຽງໃຫຍ່, ໝາກພຸກ
Thai: ໝາກສົ້ມໂອ
Eng: Pomelo
Botanical Description

ໝາກພຸກເປັນໝາກໄມ້ທີ່ມີຕົ້ນກໍາເນີດໃນແຖບອາຊີຕາເວັນອອກສຽງໃຕ້, ເປັນໄມ້ຢືນຕົ້ນຂະໜາດນ້ອຍຫາກາງ. ໃບເປັນໃບດ່ຽວ, ມີລັກສະນະເປັນຮູບມົນຮີ, ຂອບໃບເປັນຄື່ນເລັກນ້ອຍ, ກົກໃບ ແລະ ປາຍໃບມົນ. ອອກດອກດ່ຽວ ຫຼື ເປັນຊໍ່ຢູ່ຕາມງ່າມໃບ, ດອກເປັນສີຂາງ, ມີກີບດອກ 4 ກີບ. ໝາກມີລັກສະນະກົມໃຫຍ່, ເປືອກໜາມີຕ່ອມນໍ້າມັນຫຼາຍ, ໝາກອ່ອນມີສີຂຽວ, ໝາກແກ່ ຫຼື ໝາກສຸກມີສີເຫຼືອງ, ຂະໜາດໝາກຍາວ 9-10 ຊມ, ເນື້ອໃນມີສີເຫຼືອງອ່ອນ ແລະ ສີບົວ, ມີລົດຊາດຫວານອົມສົ້ມ, ມີແກ່ນຝັງຢູ່ໃນເນື້ອ.

Description of Use

ປະໂຫຍດ ແລະ ສັບພະຄຸນ:
   - ຮັບປະທານໝາກກ້ຽງໃຫຍ່ຊ່ວຍຂັບສານຜິດໃນຮ່າງກາຍໄດ້.
   - ໝາກມີສ່ວນຫຼຸດຄວາມສ່ຽງຂອງພະຍາດມະເຮັງ.
   - ໃບຊ່ວຍແກ້ອາການເຈັບຫົວ, ຈຶ່ງຊ່ວຍປ້ອງກັນ ແລະ ຮັກສາພະຍາດເລືອດອອກຕາມຫວ່າງແຂ້ວ.
   - ຮາກ ແລະ ແກ່ນ ຊ່ວຍແກ້ໄຂ້ຫວັດ.
   - ເປືອກ, ຮາກ, ແກ່ນ ຊ່ວຍແກ້ອາການໄອ.
   - ໝາກ, ດອກ, ເປືອກ ຊ່ວຍຂັບລົມໃນລໍາໄສ້ ແລະ ກະເພາະອາຫານ.
   - ດອກຊ່ວຍແກ້ອາການເຈັບໃນກະເພາະອາຫານ.
   - ເປືອກ ຊ່ວຍແກ້ອາການຄັນຕາມຜິວໜັງ ດ້ວຍການນໍາເປືອກມາຕົ້ມອາບ.
   - ເປືອກ ໃຊ້ຕໍາແລ້ວນໍາມາພອກເພື່ອຮັກສາຝີ.
ຄຸນຄ່າທາງໂພຊະນາການຂອງໝາກກ້ຽງໃຫຍ່ຕໍ່ 100 ກຼາມ.
   - ພະລັງງານ 38 ກຼາມ
   - ໂປຣຕີນ 0.76 ກຼາມ
   - ຄາໂດໄຮເດສ 9.62 ກຼາມ
   - ໄຂມັນ 0.04 ກຼາມ
   - ເສັ້ນໃຍ 1 ກຼາມ
   - ແຄວຊຽມ 4 ມີນລີກຼາມ 0%
   - ຟອດຟໍຣັດ 17 ມີນລີກຼາມ 2%
   - ທາດເຫຼັກ 0.11 ມີນລີກຼາມ 2%
   - ວິຕາມິນບີໜື່ງ 0.034 ມີນລີກຼາມ 3%
   - ວິຕາມິນບີສອງ 0.027 ມີນລີກຼາມ 2%
   - ວິຕາມິນບີຫົກ 0.036 ມີນລີກຼາມ 3%
   - ວິຕາມິນຊີ 61 ມີນລີກຼາມ 73%
   - ທາດເມັກນີຊຽມ 6 ມີນລີກຼາມ 2%
   - ທາດສັງກະສີ 0.08 ມີນລີກຼາມ 1%

Contribute