ຫົວດູກເດືອນົກ / Kraus's Voodoo Lily

Associated Species
Use
Food
Income
Medicine
Ornamental
Scientific Name / Family
Amorphophallus krausei Engl. / Araceae
Synonyms
Amorphophallus pachystylis Hett.
Amorphophallus sutepensis Gagnep.
Amorphophallus ximengensis H.Li
Amorphophallus zengianus C.L.Long & H.Li
Other Names
Thai: บุก
Botanical Description

ຫົວກົມ ຫຼື ຊົງກະບອກ, ເສັ້ນຜ່າສູນກາງ 5-15 ຊັງຕິແມັດ, ຜິວລຽບ, ສີນ້ຳຕານອ່ອນ, ດ້ານໃນສີຂາວ ຫຼື ສີເຫຼືອງອ່ອນ. ໃບດ່ຽວ, ກ້ານໃບຕັ້ງຊື່, ຍາວ 20-125 ຊັງຕິແມັດ, ຜິວລຽບ, ກ້ຽງ, ສີຂຽວອ່ອນ, ໂຄນກ້ານໃບເປັນສີບົວ ຫຼື ສີນ້ຳຕານປົນແດງ, ມີລວດລາຍເປັນຈຸດກະຈາຍທົ່ວ, ຮູບຮີ, ສີຂຽວເຂັ້ມເກືອບດຳ, ແຜ່ນໃບຮູບໃບຫອກ ຫຼື ຮູບຮີ, ໂຄນໃບມີແຜ່ນຍາວ. ເກີດດອກເປັນຊໍ່ຕັ້ງຊື່, ກ້ານຊໍ່ດອກຍາວ 25-100 ຊັງຕິແມັດ, ສີ ແລະ ຜິວຄືກັບກ້ານໃບ, ແຕ່ມີຂະໜາດນ້ອຍກວ່າເລັກນ້ອຍ. ກາບຫຸ້ມຊໍ່ດອກຍາວ 20-35 ຊັງຕິແມັດ, ຮູບຮ່າງຄ້າຍເຮືອ ຫຼື ຮູບໄຂ່-ຮູບໃບຫອກ, ສີດ້ານນອກສ່ວນຫຼາຍເປັນສີຂຽວອ່ອນ ແລະ ປ່ຽນເປັນສີຂຽວເຂັ້ມບໍລິເວນໂຄນ, ດ້ານໃນເປັນສີຂຽວອ່ອນປົນສີເຫຼືອງ ຫຼື ສີແດງເຂັ້ມ. ຊໍ່ດອກມີກາບຫຸ້ມທີ່ຍາວເທົ່າກັບຊໍ່ດອກ. ຈະງອຍເກສອນເພດຜູ້ມີລັກສະນະຄ້າຍຊົງກະບອກປາຍມົນ ແລະ ຮູບຮ່າງແປຄ້າຍລີ້ນ, ມີບໍລິເວນຂອງເກສອນຜູ້ເປັນໜັນ. ໝາກກົມ, ຊວດເຄີ່ງກາງ, ສີຂຽວສົດ ແລະ ປ່ຽນເປັນສີແດງເມື່ອໝາກແກ່.

Description of Use

ຫົວນຳໄປແກງໃສ່ຊີ້ນໄກ່, ເປັດ ຫຼື ໝູ. ນຳໄປໜື້ງກັບແຈ່ວ ຫຼື ເອາະອ່ອມຕ່າງໆ. ເຮັດເປັນເຂົ້າໜົມຫວານໃສ່ໝາກພ້າວ ແລະ ນ້ຳຕານ. ນອກນັ້ນຍັງນ້ຳມາແປຮູບເປັນແປ້ງ ແລະ ວຸ້ນບຸກ. ກ້ານໃບ ແລະ ກ້ານດອກອ່ອນນຳມາປຸງແຕ່ງເປັນອາຫານໃນຫຼາຍປະເພດ.

ດຸກເດືອເປັນພືດອາຫານ, ຢາພື້ນເມືອງທີ່ຮູ້ຈັກ ແລະ ນິຍົມຢ່າງກວ້າງຂວາງ, ໂດຍສະເພາະຊາວຍີ່ປຸ່ນ ແລະ ຈີນນິຍົມປຸງແຕ່ງເປັນອາຫານເພື່ອສຸຂະພາບມານານນັບຮ້ອຍປີ, ມີການຄັດເລືຶຶອກສາຍພັນ ແລະ ປູກເປັນການຄ້າເພື່ອຮອງຮັບອຸດສາຫະກຳແປຮູບອາຫານສຸຂະພາບ ສຳລັບບໍລິໂພກ, ໂດຍຄົນຍີ່ປຸ່ນ ເປັນຜູ້ຜະລິດລາຍໃຫຍ່ສົ່ງຂາຍອອກສະຫະລັດອາເມລິກາ ແລະ ເອິລົບ ເອີ້ນຊື່ທາງການຄ້າວ່າ: ຄອນນິຍາກຸ (Konnyaku). ສ່ວນປະເທດຈີນກໍ່ບໍລິໂພກດຸກເດືອເປັນອາຫານມານານເຊັ່ນດ່ຽວກັນ, ໃນປະຈຸບັນຈີນມີໂຮງງານອຸດສາຫະກຳແປຮູບອາຫານທີ່ເຮັດຈາກດຸກເດືອຢູ່ປະມານ 2000 ແຫ່ງ, ສ່ວນໃຫຍ່ເຮັດເປັນຜະລິດຕະພັນອາຫານ ແລະ ເຂົ້ານົມໂດຍສະເພາະແມ່ນເຍລລີ່ ແລະ ແປ້ງດຸກເດືອເຊີ່ງນຳໄປປະສົມກັບຜະລິດຕະພັນອາຫານຊະນິດອື່ນ. ສຳລັບຄົນໄທດຸກເດືອເປັນພືດຜັກພື້ນເມືອງ ໃນຊົນນະບົດນິຍົມເອົາມາປູກເພື່ອນຳໃຊ້ເປັນອາຫານ ແລະ ເຂົ້າໜົມ ຕັ້ງແຕ່ອາດິດເຖິງປະຈຸບັນ ໂດຍໃຊ້ພາຍໃນຄອບຄົວ ແລະ ສົ່ງຂາຍຕາມຕະຫຼາດທ້ອງຖີ່ນ. ໂດຍກິນທັ້ງຫົວໃຕ້ດີນ ແລະ ລຳກ້ານອ່ອນ ແລະ ກ້ານດອກອ່ອນ. ສຳລັບຫົວໃຕ້ດີນກ່ອນນຳມາບໍລິໂພກຄວນຕົ້ມ ຫຼື ໜື້ງໃຫ້ສຸກ ຫຼື ແຍກເອົາສະເພາະເນື້ອໃນຫົວມາປຸງແຕ່ງເປັນອາຫານ. ລຳກ້ານອ່ອນນຳມາປຸງແຕ່ງເປັນອາຫານຄືກັບຜັກ ຫຼື ບອນເຜືອກທົ່ວໄປ, ໂດຍເຮັດແກງສົ້ມ ຫຼື ແກງເຜັດ, ສ່ວນດອກນິຍົມນຳມາຕົ້ມກິນກັບແຈ່ວ. ຕາມຕຳລາຢາພື້ນເມືອງຕັ້ງແຕ່ບູນຮານໄດ້ນຳສ່ວນຕ່າງໆຂອງດຸກເດືອມາໃຊ້ເປັນຢາພື້ນເມືອງຮັກສາພະຍາດຫຼາຍຢ່າງ. ໃນປະຈຸບັນພົບວ່າຫົວດຸກເດືອມີສານປະກອບທີ່ສຳຄັນເຊັ່ນ: ກູລໂຄແມນແນນ ເປັນສານປະເພດຄາໂບໄຮເດດ ເຊິ່ງປະກອບດ້ວຍກູໂກສ, ແມນໂນສ ແລະ ຟູກໂຕສ, ມີລັກສະນະເມືອກ ເຮັດໃຫ້ຊ່ວຍດູດຊືມຈາກທາງເດີນອາຫານໄດ້ດີ. ດັ່ງນັ້ນຈື່ງນິຍົມໃຊ້ວຸ້ນໃນຫົວບຸກເປັນອາຫານສຳລັບເປັນພະຍາດເບົາຫວານ, ພະຍາດໄຂມັນໃນເລືອດສູງ ແລະ ຊ່ວຍໃນການຂັບຖ່າຍໄດ້ສະດວກ.

ຄູນຄ່າທາງດ້ານຢາພື້ນເມືອງ (Traditional medicine)
ຫົວ: ໃຊ້ເປັນຢາບໍາລຸງທາດ, ຂັບລົມ, ແກ້ບິດ ແກ້ພະຍາດໄຂຂໍ້ອັບເສບ, ບຳລຸງກຳລັງ ແກ້ລິດສະດວງທະວານໜັກ.
ຫົວສົດ: ໃຊ້ຂັບເສມຫະ, ເມືອກເປັນນ້ຳມັນໃສ່ບາດແຜ, ກັດຝີໜອງ ແລະ ໃຊ້ເປັນຢາພອກໄດ້ດ້ວຍ. ນອກຈາກນີ້ຍັງນຳໃຊ້ຫົວຕົ້ມປະສົມກັບຢາງນ່ອງໄວ້ໃຊ້ລ່າສັດປ່າຂອງຄົນພື້ນເມືອງ.
ຮາກ: ໃຊ້ພອກຝີ, ຂັບປະຈຳເດືອນ ແລະ ໃຊ້ແກ້ລິດສີດວງທະວານໜັກ.
ຂໍ້ຄວນລະວັງ: ເນື່ອງຈາກດຸກເດືອມີສານຊະນິດໜື່ງທີ່ເຮັດໃຫ້ເກີດອາການແພ້ ແລະ ຄັນຕາມຜິວໜັງຄື ແຄລຊຽມອອກຊາເລດ ມີລັກສະນະເປັນຜືກຮູບເຂັມ ມີຫຼາຍໃນເນື້ອຂອງຫົວດຸກເດືອ ດັ່ງນັ້ນ ເພື່ອປ້ອງກັນອາການແພ້ຄັນເຫຼົ້ານີ້ກ່ອນບໍລິໂພກຄວນເຮັດໃຫ້ສຸກກ່ອນ.

Contribute