ການອົບແຫ້ງຫົວດຸກເດືອ
ການອົບແຫ້ງດຸກເດືອແບບມາດຕະຖານ: ນຳເອົາຫົວດຸກເດືອມາລ້າງ ແລະ ປອກເປືອກໃຫ໊ເຫຼືອພຽງແຕ່ສີຂາວ, ຈາກນັ້ນເອົາມາຊອຍເປັນປ່ຽງບາງໆເຊີ່ງມີຂະໜາດກວ້າງ 1,5 ຊມ, ຍາວ 5 ຊມ, ໜາ 2,5 ມມ ແລ້ວນຳເອົາມາເຂົ້າເຕົ້າອົບ ໃຊ້ວິທີການເປົ່າລົມຮ້ອນໃຫ້ມີອຸນຫະພູມສູງຄົງທີ່ 120-130 ອົງສາ, ໃນໄລະຍະເລີ່ມອົບ ໂຮຍດ້ວຍຊັລເຟອຣ໌ໄດອອກໄຊດ໌ (SO2) ຫຼື ຜົງກຳມະຖັນ (S) ເພື່ອຢັ້ບຢັ້ງການຈະເລີນຂອງເຊື້ອຈຸລະຊິບ ແລະ ເຊື້ອຣາ, ເພື່ອລົດການປ່ຽນສີເຮັດໃຫ້ມີສີຂາວຄົງຕົວ ແລະ ສາມາດຮັກສາເກັບໄວ້ໃນໄລຍະຍາວຂື້ນຕື່ມອິກ, ແຕ່ຕົກຄ້າງໃນດຸກເດືອແຫ້ງບໍ່ເກີນ 1000 ppm, ອົບແຫ້ງໃຫ້ສະໝ່ຳສະເໝື ໃຊ້ເວລາປະມານ 45 ນາທີ ໃຫ້ໄດ້ດຸກເດືອແຫ້ງທີ່ມີຄວາມຊຸ່ມບໍ່ເກີນ 10% ປະໄວ້ໃຫ້ເຢັນ ແລ້ວນຳມາໃສ່ຖົງ ຫຼື ບົດເປັນເພື່ອແຍກເປັນແປ້ງວຸ້ນຕໍ່ໄປ ໂດຍອັດຕາການເຮັດແຫ້ງ ດຸກເດືອສົດເທ່ົາກັບ 10: 1 ແລະ ດຸກເດືອແຫ້ງ: ແປ້ງວຸ້ສນ ເທົ່າກັບ 3:1
ການອົບແຫ້ງແບບຊາວບ້ານ: ຊາວບ້ານຕາມຊົນນະບາດບາງທ້ອງຖີ່ນກໍ່ເກັບຈາກປ່າມາແລ້ວກໍ່ຕັດເປັນຕອນ ຫຼື ເປັນປ່ຽງອອກຕາມຂະໜາດຂອງຫົວດຸກເດືອ ເຮັດໃຫ້ມີຂະໜາດນ້ອຍ ແລະ ຂະໜາດໃຫຍ່ບໍ່ຄ່ອຍຈະເທົ່າກັນ ເພາະອີ່ງຕາມຂະໜາດຂອງຫົວດຸກເດືອຈື່ງເຮັດໃຫ້ຍຸ້ງຍາກຕໍ່ການນຳໄປອົບແຫ້ງ, ເພາະວ່າຫົວນ້ອຍຈະແຫ້ງໄວ້ກວ່າ ຕ້ອງໄດ້ເລືອກອອກ, ສ່ວນຫົວໃຫຍ່ກໍ່ຍັງບໍ່ທັນແຫ້ງຈື່ງເປນຂໍ້ເສຍອີກປະການໜື່ງຂອງຊາວບ້ານ ແລະ ກ່ອນຈະຕັດເປັນປ່ຽງອອກນັ້ນເຂົາເຈົ້າກໍ່ບໍ່ໄດ້ລ້າງໃຫ້ສະອາດກ່ອນສະນັ້ນຈື່ງເປັນຫົວດຸກເດືອແຫ້ງຈື່ງບໍ່ມີຄູນນະພາບປານໃດ.

ຕາບີ

 

ຕາບີ
ຮູບພາບ ການອົບແຫ້ງຫົວດຸກເດືອແບບຊາວບ້ານ

 

Contribute