ຂຽດນ້ຳເຕົ້າ / Mukhlesur's narrow-mouthed frog

Use
Food
Income
Scientific Name / Family
Microhyla mukhlesuri Hasan, Islam, Kuramoto, Kurabayashi, and Sumida, 2014 / Microhylidae
Synonyms
Other Names
Chinese: 饰纹姬蛙
Thai: อึ่งน้ำเต้า
Conservation Status
Least Concern
Physical Description

ລັກສະນະລຳຕົວຂະໜາດນ້ອຍ ຍາວປະມານ 3 ຊມ. ລຳຕົວມົນ ແລະ ອວບ. ຜິວໜັງລຳຕົວມີຕຸ່ມນ້ອຍໆ ແລະ ໃຫຍ່ກະຈາຍປົນກັນໄປ. ຕຸ່ມຜິວໜັງລຳຕົວຂອງອື່ງບາງຕົວອາດເປັນສີແດງ. ດ້ານຫຼັງສີນ້ຳຕານເທົາ ຫຼື ສີນໍ້າແດງ, ມີລວດລາຍສີເຂັ້ມຮູບຄ້າຍນ້ຳເຕົ້າຢູ່ເຄີ່ງກາງຫຼັງ, ໂດຍເລີ່ມຈາກເຄີ່ງກາງຕາທັ້ງສອງຂ້າງ ແລະ ຂະຫຍາຍກວ້າງຂຶ້ນບໍລິເວນຫົວໄຫຼ່ ແລະ ຂະຫຍາຍກວ້າງຂຶ້ນອິກບໍລິເວນກະໂພກ. ບໍລິເວນຂອບນອກລວດລາຍມີສີເຂັ້ມກວ່າບໍລິເວນເຄີ່ງກາງ, ດ້ານທ້ອງສີຂາວອົມເຫຼືອງ. ເພດຜູ້ມີຄາງ ແລະ ສ່ວນຕົ້ນຂອງໜ້າເອິກສີດຳ, ຂາໜ້າ ແລະ ຂາຫຼັງມີລາຍສີເຂັ້ມພາດຂວາງ. ຂາໜ້າ ແລະ ຂາຫຼັງສັ້ນ, ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ, ຂໍ້ຕິນຈະຢູ່ໃນຕໍ່າແໜ່ງດ້ານທ້າຍຂອງຕາ, ນິ້ວຕິນໜ້າບໍ່ມີແຜ່ນໜັງລະຫວ່າງນິ້ວ, ນິ້ວຕິນຫຼັງມີແຜ່ນໜັງເລັກນ້ອຍຢູ່ທີ່ງ່າມນິ້ວ, ສ່ວນປາຍຂອງນີ້ວທຸກນີ້ວຂະຫຍາຍເປັນຕຸ່ມເລັກນ້ອຍ. ຮວກມີຂະໜາດຕົວນ້ອຍ ແລະ ໂປ່ງແສງ, ສ່ວນໜ້າສຸດຂອງຫົວປູ້, ຕາຢູ່ທາງດ້ານຂ້າງຂອງຫົວ. ມີຈຸດສີດຳກະຈາຍທົ່ວລຳຕົວແຕ່ໜາແໜ້ນບໍລິເວນເປັນກ້ອງສະໜອງ. ແຜ່ນຄີຫາງໃຫຍ່ ແລະ ມີຈຸດສີດຳກະຈາຍທົ່ວແຜນຄີ, ຫາງຍາວ ແລະ ສ່ວນປາຍຂອງຫາງຮຽວເລັກນ້ອຍເປັນເສັ້ນ. ປາກຢູ່ປາຍສຸດຂອງຫົວ, ຊ່ອງປາກນ້ອຍ, ບໍ່ມີຕຸ່ມແຂ້ວ ແລະ ບໍ່ມີຈະງອຍປາກ.

Reproduction and Lifecycle

ພົບຂະຫຍາຍພັນໄດ້ທົ່ວໄປບໍລິເວນທີ່ມີຄວາມຊຸ່ມຊື່ນ, ມັກພົບຕາມປ່າໂຄກໃນຊ່ວງລະດູຝົນ. ຈັບຄູ່ອອກລູກໃນຊ່ວງລະດູຝົນຕາມອ່າງນ້ຳຊົ່ວຄາວຕາມປ່າໂຄກ. 

Contribute