ຂຽດຂາຄຳ / Painted chorus frog

Use
Food
Income
Scientific Name / Family
Microhyla pulchra (Hallowell, 1861) / Microhylidae
Synonyms
Engystoma pulchrum Hallowell, 1861
Microhyla hainanensis Barbour, 1908
Microhyla melli Vogt, 1914
Microhyla major Ahl, 1930
Other Names
Thai: อึ่งขาคำ
Physical Description

ລັກສະນະລຳຕົວມີຂະໜາດນ້ອຍ ຍາວປະມານ 3 ຊມ. ລຳຕົວປ້ອມ, ຫົວຮູບຫຼີ້ມ. ຜິວໜັງມີຕຸ່ມນ້ອຍໆ ແລະ ໃຫຍ່ກະຈາຍປະປົນກັນ, ເທີງຫົວມີຮອຍພັບຂອງຜິວໜັງທາງດ້ານທ້າຍຕາ ແລະ ມີຮອຍພັບຂອງຜີວໜັງຈາກດ້ານທ້າຍຕາໄປຫາຕົ້ນຂາໜ້າ. ດ້ານຫຼັງເປັນສີເທົາ ຫຼື ສີນ້ຳຕານເທົາ ຫຼື ສີນ້ຳຕານເຫຼືອງ. ເທີງຫົວມີແຖບສີດຳພາດລະຫວ່າງຕາສອງຂ້າງ, ເທີງຫຼັງມີຈຸດສີດຳ ໂດຍມີຢູ່ບໍລິເວນກາງຫຼັງຫົວໄຫຼ່ ແລະ ມີຖານຢູ່ທີ່ຊອກຂາໜິບ, ທັດໄປຈະສີຈາງເປັນຮູບສາມຫຼ່ຽມທີ່ມີເສັ້ນສີເຂັ້ມຫຼາຍເສັ້ນ, ດ້ານທ້ອງສີເຫຼືອງອ່ອນ ແລະ ເປັນສີເຫຼືອງເຂັ້ມຂື້ນໄປຫາດ້ານທ້າຍຕົວ ແລະ ທີ່ໂຄນຂາຫຼັງເຊິ່ງເປັນສີເຫຼືອງສົດໆ. ຂາໜ້າ ແລະ ຂາຫຼັງມີລາຍສີເຂັ້ມພາດຂວາງ. ຂາໜ້າສັ້ນແຕ່ຂາຫຼັງຍາວກວ່າ, ເມື່ອພັບຂາຫຼັງແນບລຳຕົວໄປທາງດ້ານໜ້າ ຂໍ້ຕິນຢູ່ໃນຕໍ່າແໜ່ງສ່ວນປາຍຂອງຫົວ, ນີ້ວຕິນໜ້າບໍ່ມີຜະໜັງລະຫວ່າງນີ້ວ ນີ້ຕິນຫຼັງມີແຜ່ນຫຼັງປະມານ 1/3-1/2 ຂອງຄວາມຍາວນິ້ວ. ຮວກມີຂະໜາດຕົວນ້ອຍ ແລະ ໂປ່ງແສງ, ແຕ່ມີຈຸດສີດຳກະຈາຍທົ່ວລຳຕົວ, ສ່ວນໜ້າຂອງຫົວປູ້. ບໍລິເວນກ່ອງສະໝອງມີແຖບສີດຳຮູບຮ່າງໂຄ້ງຄ້າຍວົງເລັບ ເປີດ ແລະ ປີດ. ລຳຕົວ ແລະ ຫາງປ້ອມ, ຫາງ ແລະ ແຜ່ນຄີຫາງໃຫຍ່ ແຕ່ບໍ່ແຂງແຮງ, ສ່ວນປາຍຂອງຫາງຮຽວເລັກນ້ອຍເປັນເສັ້ນ, ປາກຢູ່ທາງດ້ານໜ້າສຸດ, ຄ່ອນມາທາງດ້ານເທີງ, ຊ່ອງປາກນ້ອຍ, ບໍ່ມີຕຸ່ມແຂ້ວ ແລະ ບໍ່ມີຈະງອຍປາກ.

Contribute