ຂຽດຕະປາດ / White-spotted Thigh Tree frog

Use
Food
Income
Scientific Name / Family
Polypedates megacephalus Hallowell, 1861 / Rhacophoridae
Synonyms
Other Names
Four-lined tree frog
Conservation Status
Least Concern
Physical Description

ລັກສະນະລຳຕົວມີຂະໜາດປານກາງ, ຍາວ 4-7 ຊມ. ລຳຕົວຮຽວຍາວ ແລະ ແປ. ຜິວໜັງລຳຕົວລຽບ. ເປັນຕຸ່ມນ້ອຍໆບໍ່ສາມາດເບີ່ງເຫັນດ້ວຍຕາເປົ່າ, ຜິວໜັງທີ່ສ່ວນຫົວເຊື່ອມຕິດກັບກະດູກໂຫຼກຫົວ. ດ້ານຫຼັງສີເທົາ ຫຼື ສີນ້ຳຕານເຫຼືອງ, ສາມາດປ່ຽນສີລຳຕົວໄດ້ໄວວາ. ລວດລາຍເທີງຫຼັງມີຄວາມແປຜັນ, ເພາະບາງຕົວບໍ່ມີລວດລາຍ, ບາງຕົວອາດມີຈຸດສີດຳເລັກກະຈາຍ ແລະ ມີຈຳນວນໜ້ອຍ, ບາງຕົວທາງດ້ານທ້າຍຂອງຕາ ແລະ ບໍລິເວນຫົວໄຫຼ່ມີຈຸດສີດຳຮູບໂມງ ຫຼື ບາງຄັ້ງເປັນຕົວເອັກໃນອັກສອນພາສາອັງກິດ ແລະ ບາງຕົວມີທາງສີເຂັ້ມ 5-6 ເສັ້ນພາດຕາມຄວາມຍາວເທີງຫຼັງ. ລວດລາຍຂອງສີດ້ານຂ້າງລຳຕົວກໍ່ມີຄວາມແປຜັນ, ເພາະບາງຕົວບໍ່ມີແຖບສີດຳທີ່ດ້ານຂ້າງລຳຕົວ ແລະ ເປັນສີຄືກັບສີດ້ານຫຼັງ, ແຕ່ບາງຕົວມີແຖບສີດຳຈາກສ່ວນປາຍຂອງປາກໄປຫາດ້ານໜ້າຂອງຕາ ແລະ ຕໍ່ຈາກດ້ານທ້າຍຕາຜ່ານໄປທາງດ້ານເທີງຂອງແຜ່ນເຍື່ອແກ້ວຫູ ແລະ ສີ້ນສຸດເມື່ອກາຍແຜ່ນເຍື່ອແກ້ວຫູໄປເລັກນ້ອຍ,  ເຊິ່ງແຖບດັ່ງກ່າວຂອງບາງຕົວເປັນເສັ້ນເລັກ ແລະ ບາງຕົວເປັນແຖບກວ້າງນອກຈາກນັ້ນບາງຕົວຍັງມີຈຸດສີດຳໃຫຍ່ອິກ 2 ຈຸດລຽງຕົວຕໍ່ເນື່ອງຈາກດ້ານທ້າຍຂອງແຖບດັ່ງກ່າວ,  ດ້ານທ້ອງສີຂາວ ຫຼື ສີນ້ຳຕານຈາງໆ. ດ້ານທ້າຍສ່ວນຕົ້ນຂອງຂາຫຼັງຈາກຮູກົ້ນເປັນລວດລາຍຂອງຈຸດສີຂາວເລັກກະຈາຍຢູ່ໃນພື້ນສີດຳພາດຕາມຄວາມຍາວຂອງຂາ, ຂາໜ້າ ແລະ ຂາຫຼັງມີເສັ້ນສີເຂັ້ມພາດຂວາງ. 

Contribute