ກົບຫ້ວຍ / Taylor's creek frog

Use
Food
Income
Scientific Name / Family
Limnonectes taylori Matsui, Panha, Khonsue & Kuraishi, 2010 / Dicroglossidae
Synonyms
Rana kuhlii Tschudi, 1838
Other Names
Eng: Aquatic frog
Thai: กบมื่น, กบห้วยขาปุ่ม
Physical Description

ລັກສະນະລຳຕົວມີຂະໜາດຄ່ອນຂ້າງໃຫຍ່ ຍາວປະມານ 10 ຊມ. ລຳຕົວຍາວ, ຜິວໜັງມີຕຸ່ມກະຈາຍຢູ່ບາງຈຸດ ແລະ ບາງບ່ອນລຽບ. ແຕ່ຜິວໜັງສ່ວນທ້າຍລໍາຕົວ ແລະ ຂາຫຼັງມີຕຸ່ມໃຫຍ່ກະຈາຍ. ສ່ວນຍອດຂອງຕຸ່ມຂອງບາງຕົວອາດເປັນສີຂຽວ. ເພດຜູ້ມີຫົວໃຫຍ່ ແລະ ມີໂຄງສ້າງຄ້າຍແຂ້ວຢູ່ທີ່ສ່ວນປາຍຂອງຄາງກະໄຕດ້ານລຸ່ມ.  ດ້ານຫຼັງສີນ້ຳຕານອົມຂຽວ ຫຼື ສີນ້ຳຕານອົມເຫຼືອງ ແລະ ເທີງຫົວລະຫວ່າງຕາທັ້ງສອງຂ້າງມີແຖບສີຄຣິມຂອງທ້າຍສີດຳພາດຂວາງ, ແຕ່ສີດ້ານຫຼັງຂອງເພດແມ່ແຕກຕ່າງຈາກເພດຜູ້ ເພາະເພດແມ່ມີຈຸດສີເຂັ້ມກະຈາຍຢູ່ເທີງຫຼັງຄ່ອນຂ້າງຫຼາຍ ແລະ ມີຈຸດສີເຂັ້ມ 2 ຈຸດໃກ້ຄຽງກັນຢູ່ 2 ຄູ່ບໍລິເວນເຄີ່ງກາງຂອງດ້ານຫຼັງ. ກົບໂຕຜູ້ ແລະ ໂຕແມ່ບາງຕົວອາດມີເສັ້ນສີຂາວພາດຍາວເຄີ່ງກາງຫຼັງຈາກປາຍປາກເຖິງຮູ້ກົ້ນ ໂດຍເສັ້ນທີ່ຢູ່ເທີງຫົວກວ້າງກວ່າເສັ້ນທີ່ຢູ່ເທີງຫຼັງ,​ ຄາງ ແລະ ດ້ານທ້ອງສີເຫຼືອງ. ຂາໜ້າ ແລະ ຂາຫຼັງມີແຖບສີເຂັ້ມພາດຂວາງເປັນປ້ອງເຊິ່ງຊັດເຈັນໃນໂຕແມ່. ຂາໜ້າ ແລະ ຂາຫຼັງສັ້ນແຕ່ໃຫຍ່, ເມື່ອພັບຂາຫຼັງແນບກັບລໍາຕົວໄປຫາທາງດ້ານໜ້າ, ຂໍ້ຕິນຢູ່ໃນຕໍ່າແໜງດ້ານທ້າຍຕາ, ນິ້ວຕິນໜ້າບໍ່ມີໜັງລະຫວ່າງນີ້ວ, ນີ້ວຕິນຫຼັງມີແຜ່ນຫຼັງລະຫວ່າງນິ້ວ, ສ່ວນປາຍຂອງນິ້ວຕິນໜ້າຮຽວ, ແຕ່ສ່ວນປາຍຂອງນິ້ວຕິນຫຼັງຂະຫຍາຍອອກເປັນຕຸ່ມເລັກນ້ອຍ. ຮວກມີຂະໜາດນ້ອຍ, ລໍາຕົວສີນໍ້າຕານ ແລະ ມີລວດລາຍສີເຂັ້ມທົ່ວລຳຕົວ, ຫາງຍາວ ແລະ ມີກ້າມເນື້ອແຂງແຮງແຕ່ແຜ່ນຄີຫາງເລັກ, ປາກຢູ່ທາງດ້ານລຸ່ມຂອງຫົວ, ຊ່ອງປາກນ້ອຍ, ຕຸ່ມແຂ້ວໃນໂພ່ງປາກມີຈຳນວນຫຼາຍເປັນແຖວ. 

Contribute