ຂຽດເຫຼືອງ / Yellow-backed frog

Use
Food
Income
Scientific Name / Family
Pelophylax lateralis (Boulenger, 1887) / Raninae
Synonyms
Rana nigrolineata, Liu & Hu (1960)
Rana lateralis Boulenger (1887)
Hylarana lateralis Boulenger (1887)
Pelophylax lateralis Boulenger (1887)
Other Names
Eng: Dry zone frog, Kokarit frog
Thai: เขียดหลังไพล
Conservation Status
Least Concern
Physical Description

ລັກສະນະມີຂະໜາດຕົວປານກາງ, ຍາວ 4-6 ຊມ. ລຳຕົວຮຽວຍາວ, ຫົວແຫຼມ. ຜິວໜັງລຳຕົວເທີງຫົວລຽບ, ແຕ່ຜິວໜັງສ່ວນຫຼັງມີຕຸ່ມລະອຽດກະຈາຍໜາແໜ້ນ, ແລະ ມີຕຸ່ມໃຫຍ່ກະຈາຍຢູ່. ລວມທັ້ງມີຕຸ່ມທີ່ຂ້າງລຳຕົວ ແລະ ຄ່ອນຂ້າງໃຫຍ່. ຂອບດ້ານຂ້າງຂອງລຳຕົວມີແຜ່ນຫຼັງຄ່ອນຂ້າງໜາ. ຈາກດ້ານທ້າຍຕາໄປທີ່ບໍລິເວນສ່ວນກົກຂາຫຼັງ ເພດຜູ້ມີຕ່ອມ 2 ອັນຢູ່ທ້າຍສຸດຂອງແຜ່ນເຍື່ອແກ້ວຫູ ແລະ ອິກ 1 ຕ່ອມທາງດ້ານໜ້າຂອງຕົ້ນຂາໜ້າ. ດ້ານຫຼັງສີນ້ຳຕານອົມສີຂຽວ ຫຼື ສີນ້ຳຕານເຫຼືອງ ຫຼື ສີນ້ຳຕານແດງ. ບາງຕົວອາດມີຈຸດແຕ່ສີເຂັ້ມເປັນແຖບຕາມລວງຍາວ ຫຼື ເປັນແຖບພາດລະລຽງຢູ່ເທີງຫຼັງມີຫຼາຍແຖບ. ດ້ານຂ້າງຂອງຫົວມີແຖບສີດຳຈາກສ່ວນປາຍຂອງປາກຫາຕາ. ແຜ່ນເຍື່ອແກ້ວຫູສີນໍ້າຕານ. ດ້ານຂ້າງຂອງລຳຕົວທາງດ້ານທ້າຍຂອງແຜ່ນເຍື່ອແກ້ວຫູມີແຖບສີດຳກວ້າງພາດສະລຽບກັບມີຈຸດສີດຳໃຫຍ່ຢູ່ສ່ວນກົກຂາຫຼັງ ແລະ ມີຈຸດສີດຳໃຫຍ່ ບໍລິເວນເຄີ່ງກາງສ່ວນລຸ່ມຂອງດ້ານຂ້າງລຳຕົວ, ບໍລິເວນດ້າານຂ້າງລຳຕົວທີ່ຢູ່ເຄີ່ງກາງລະຫວ່າງຈຸດສີດຳດັ່ງກ່າວເປັນສີດຽວກັບດ້ານຫຼັງ. ດ້ານທ້ອງສີເຫຼືອງຈາງ, ຄາງ ແລະ ໜ້າເອິກສີຂາວອົມເທົາ, ຂອບປາກເທີງສີຂາວ. ຂາໜ້າ ແລະ ຂາຫຼັງມີທາງສີເຂັ້ມພາດຂວາງ. ຂາໜ້າສັ້ນແຕ່ໃຫຍ່, ຂາຫຼັງຄ່ອນຂ້າງຍາວ, ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າຂໍ້ຕິນຢູ່ໃນຕໍ່ແໜ່ງທາງດ້ານໜ້າຂອງຕາ, ນິ້ວຕິນໜ້າບໍ່ມີແຜ່ນໜັງລະຫວ່າງນິ້ວ, ນີ້ວຕິນຫຼັງມີແຜ່ນໜັງລະຫວ່າງນິ້ວ, ສັນຝາຕິນຫຼັງມີຕຸ່ມໃຫຍ່ 1 ອັນ.

Contribute