ຂຽດໂມ້ / Grass frog

Use
Food
Income
Scientific Name / Family
Fejervarya limnocharis (Gravenhorst, 1829) / Dicroglossidae
Synonyms
Rana limnocharis Gravenhorst, 1829
Other Names
Eng: Ricefield frog, Asian Grass Frog, Common Pond Frog, Field Frog, Grass Frog, Indian Rice Frog
Thai: กบหนอง เขียดอีโม้
Conservation Status
Least Concern
Physical Description

ລັກສະນະລຳຕົວມີຂະໜາດນ້ອຍ-ປານກາງ, ຍາວ 3-6 ຊມ. ລຳຕົວຮຽວ ແລະ ສ່ວນປາຍຂອງຫົວຮຽວແຫຼມ. ຜິວຫຼັງລຳຕົວມີຕຸ່ມຮູບຮ່າງຍາວລຽງຕົວເປັນແຖວຕາມຄວາມຍາວລຳຕົວຫຼາຍແຖວ, ມີຮອຍພັບຂອງຜິວໜັງເທີງແຜ່ນເຍື່ອແກ້ວຫູ. ດ້ານຫຼັງສີເທົາ ຫຼື ສີນ້ຳຕານເທົາ ຫຼື ສີນໍ້າຕານເຫຼືອງ ຫຼື ສີຂຽວ. ມີຈຸດສີເຂັ້ມຮູບຮ່າງບໍ່ແນ່ນອນກະຈາຍທົ່ວ. ເສັ້ນເທີງຫຼັງເຄີ່ງກາງຈາກປາຍປາກເຖິງຮູກົ້ນ, ມີຄວາມແປຜັນ, ເພາະບາງຕົວບໍ່ມີເສັ້ນດັ່ງກ່າວນີ້. ບາງຕົວເປັນເສັ້ນນ້ອຍໆສີຄຣີມ. ບາງຕົວເປັນແຖບກວ້າງສີຄຣີມ ແລະ ບາງຕົວເປັນແຖບກວ້າງສີນໍ້າຕານແດງ. ຂອບປາກເທີງ ແລະ ຂອບປາກລຸ່ມມີແຖບສີເຂັ້ມພາດຂວາງ. ຄາງ ແລະ ດ້ານທ້ອງສີຂາວ ແລະ ມີຮອບພັບຂອງຜິວໜັງພາດຂວາງທີ່ໜ້າເອິກ. ແຕ່ເພດຜູ້ມີຄາງສີດຳເຊິ່ງເປັນຕ່ຳແໜ່ງຂອງຖົງສຽງ. ຂາໜ້າສັ້ນ ແລະ ຂາຫຼັງຄ່ອນຂ້າງຍາວ, ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ, ຂໍ້ຕິນຢູ່ໃນຕໍ່າແໜ່ງດ້ານໜ້າຕາ, ນິ້ວຕີນໜ້າບໍ່ມີແຜ່ນໜັງລະຫວ່າງນິ້ວ. ນິ້ວຕີນຫຼັງມີແຜ່ນໜັງປະມານ 1/2 ຂອງຄວາມຍາວນີ້ວ. ຮວກມີຂະໜາດຕົວນ້ອຍ-ປານກາງ, ລຳຕົວສີນ້ຳຕານ ແລະ ມີລວດລາຍສີເຂັ້ມ. ມີແຖບສີດຳຮູບຕົວີ, ພາດຂວາງລະຫວ່າງຕາທັ້ງສອງດ້ານ ແລະ ເທີງຫຼັງເປັນໄລຍະຫາງ, ມີວົງສີຂາວຮອບຕາ ແລະ ມີແຖບສີຂາວພາດຂວາງສ່ວນທ້າຍລຳຕົວ. ຫາງມີກ້າມເນື້ອແຂງແຮງ, ແຜ່ນຄີຫາງຄ່ອນຂ້າງນ້ອຍ. ຕຸ່ມແຂ້ວໃນໂພ່ງປາກເປັນແຖວ. ຂອບຂອງປາກເທິງລຽບ ແຕ່ຂອບຂອບຈະງອຍປາກດ້ານລຸ່ມມີຮອຍແຂ້ວ.

Contribute