ກົບຫອນ / Capped frog

Use
Food
Income
Scientific Name / Family
Limnonectes gyldenstolpei (Andersson, 1916) / Dicroglossidae
Synonyms
Elachyglossa gyldenstolpei Andersson, 1916
Rana pileata Boulenger, 1916
Other Names
Eng: Gyldenstolpe's Frog
Thai: กบหงอน, กบจุก, กบหัวโล่
Conservation Status
Least Concern
Physical Description

ລັກສະນະຂອງລຳຕົວມີຂະໜາດຕົວປານກາງ, ຍາວປະມານ 6 ຊມ. ລຳຕົວປ້ອມ. ເພດຜູ້ມີຫົວໃຫຍ່ ແລະ ຄາງກະໄຕໃຫຍ່ກວ່າຕົວແມ່ ແລະ ມີໂຄງສ້າງຄ້າຍແຂ້ວທີ່ຢູ່ສ່ວນປາຍຂອງຄາງກະໄຕ, ຜິວລຽບເທີງຫົວ. ແຕ່ເທີງຫຼັງມີຕຸ່ມໃຫຍ່ຮູບຮ່າງກົມ ຫຼື ຍາວກະຈາຍ, ມີຮອຍພັບຂອງຜິວໜັງຈາກດ້າຍທ້າຍຕາຜ່ານດ້ານເທີງຂອງແຜ່ນເຍື່ອແກ້ວຫູແລ້ວໂຄງລົງໄປຫາສ່ວນໂຄນຂອງຂາໜ້າ. ເທີງຫົວລະຫວ່າງຕາສອງຂ້າງມີແຜ່ນໜັງທີ່ຂອງດ້ານທ້າຍເປັນອິດສະຫຼະ ແລະ ຍົກຕັ້ງຂຶ້ນໄດ້ ເຊິ່ງເພດຜູ້ມີຂະໜາດໃຫຍ່ກວ່າເພດແມ່. ເພດຜູ້ມີດ້ານຫຼັງສີນ້ຳຕານອົບສີຂຽວ ຫຼື ສີນ້ຳຕານແດງ, ແຕ່ສີເທີງຫົວ ແລະ ເທີງຫຼັງຂອງເພດແມ່ ແລະ ຕົວນ້ອຍແຕກຕ່າງໄປຈາກຕົວຜູ້, ໂດຍມີແຖບສີນ້ຳຕານເຫຼືອງຂອງທ້າຍສີດຳພາດຂວາງ, ລະຫວ່າງຕາທັ້ງສອງຂ້າງ ແລະ ເທີງຫຼັງມີຈຸດສີດຳກະຈາຍ, ກົບທັ້ງສອງເພດບາງຕົວມີເສັ້ນສີຂາວໃນແນວກາງຕົວ. ຄາງສີເທົາ, ໜ້າເອິກ ແລະ ທ້ອງສີເຫຼືອງອ່ອນ, ດ້ານໃນຂອງຕົ້ນຂາຫຼັງສີຂາວ, ຂາໜ້າ ແລະ ຂາຫຼັງມີທາງສີເຂັ້ມພາດຂວາງແຕ່ບໍ່ເປັນປ້ອງຊັດເຈັນ. ຂາໜ້າສັ້ນ ແລະ ຂາຫຼັງຍາວ, ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ ຂໍ້ຕິນຢູ່ໃນຕໍ່າແໜ່ງຊ່ອງເປີດຮູດັງ. ນິ້ວຕິນໜ້າບໍ່ມີແຜ່ນລະຫວ່າງນິ້ວ, ນິ້ວຕີນຫຼັງໃຫຍ່ກວ່າຂອງນິ້ວຕີນໜ້າ. ຮວກມີຂະໜາດຕົວນ້ອຍ, ຫົວ ແລະ ລຳຕົວກວ້າງ, ຫາງຍາວ ແລະ ໃຫຍ່ແຕ່ແຜ່ນຄີຫາງນ້ອຍ, ລຳຕົວສີນ້ຳຕານອົບເຫຼືອງ ແລະ ມີຮ່າງແຫສີເທົາເຂັ້ມສະຫຼັບກັບຈຸດສີຂາວກະຈາຍ. ປາກຢູ່ປາຍສຸດຂອງຫົວຄ່ອນໄປທາງດ້ານລຸ່ມ, ຊ່ອງປາກໃຫຍ່, ຕຸ່ມແຂ້ວໃນໂພງປາກເປັນແຖວ. ຂອບຂອງຈະງອຍປາກເທີງ ແລະ ຂອງຈະງອຍປາກລຳລຸ່ມມີຮອຍວ້ຳ.

Contribute