ຂຽດນ້ຳນອງ / Marten's puddle frog

Use
Food
Income
Scientific Name / Family
Occidozyga martensii (Peters, 1867) / Dicroglossidae
Synonyms
Other Names
Chinese: 圆舌浮蛙
Eng: Round-tongued Floating Frog
Thai: เขียดหลังปุ่ม, เขียดน้ำนอง
Conservation Status
Least Concern
Physical Description

ລັກສະນະຂອງລຳຕົວມີຂະໜາດນ້ອຍ, ຍາວປະມານ 3 ຊມ. ລຳຕົວສັ້ນ ແລະ ປ້ອມ. ຜິວໜັງມີຕຸ່ມນ້ອຍໆກະຈາຍ ແລະ ມີໜາແໜ້ນສ່ວນທ້າຍຂອງລຳຕົວຫຼາຍກວ່າສ່ວນໜ້າຂອງລຳຕົວ. ແຕ່ຜິວໜັງລຳຕົວດ້ານທ້ອງລຽບ. ມີຮອຍພົບຂອງຜິວໜັງຈາກດ້ານທ້າຍຕາຜ່ານໄປຫາທາງດ້ານເທີງຂອງແຜ່ນເຍື່ອແກ້ວຫູແລ້ວໂຄງລົງໄປທີ່ສ່ວນຕົ້ນຂອງຂາໜ້າ ແລະ ມີຮອຍພົບຂອງຜິວໜັງພາດຂວາງເທີງຫົວດ້ານທ້າຍຕາ. ດ້ານຫຼັງສີນ້ຳຕານເທົາ ຫຼື ສີນ້ຳຕານເຂັ້ມແຕ່ສີເທີງຫົວ ແລະ ເທີງຫຼັງມີຄວາມແປຜັນ, ເພາະບາງຕົວມີດ້ານຫຼັງເປັນສີດຽວສະເໜີ, ແຕ່ບາງຕົວມີແຖບສີສົ້ມກວ້າງພາດຂວາງບໍລິເວນຫົວໄຫຼ່ ຫຼື ສະເພາະສ່ວນປາຍຂອງຫົວທີ່ເປັນສີສົ້ມ ແລະ ບາງຕົວມີດ້ານຫຼັງສີດຳ ແລະ ມີທາງຂາສີນໍ້າຕານເຫຼືອງ 2 ເສັ້ນຢູ່ທາງຂອງດ້ານຂ້າງຂອງຫຼັງ ແລະ ບາງຕົວຂອງສີດ້ານຫຼັງທັ້ງ 3 ຮູບແບບມີເສັ້ນສີຄຣີມ ຫຼື ສີນ້ຳຕານດຳເລັກນ້ອຍກະຈາຍ ແລະ ມີຮອຍພັບຂອງຜິວໜັງພາດຂວາງບໍລິເວນໜ້າເອິກ. ຂາໜ້າບໍ່ມີຈຸດ ຫຼື ແຖບສີເຂັມພາດຂວາງ ແຕ່ຂາຫຼັງມີແຖບສີເຂັ້ມພາດຂວາງ. ຂາໜ້າສັ້ນແຕ່ຂາຫຼັງຄ່ອນຂ້າງຍາວ ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ ຂໍ້ຕິນຢູ່ໃນຕໍ່າແໜ່ງດ້ານທ້າຍຕາ, ນິ້ວຕິນໜ້າບໍ່ມີແຜນໜັງລະຫວ່າງນິ້ວ, ນິ້ວຕີນຫຼັງມີແຜ່ນໜັງປະມານ 3/4 ຂອງຄວາມຍາວນິວ, ສ່ວນປາຍຂອງນິ້ວທຸກນິ້ວຮຽວ. ຮວກມີຂະໜາດຕົວນ້ອຍ, ສ່ວນຫົວຮຽວ, ລຳຕົວສີນໍ້າຕານ ແລະ ມີຈຸດສີດຳກະຈາຍ ມີແຖບສີເຂັ້ມຈາກຊ່ອງເປິດຮູດັງລາກຜ່ານຕາ ແລະ ໄປສີ້ນສຸດທາງດ້ານທ້າຍຂອງຕາ. ຕາໃຫຍ່ ແລະ ຢູ່ຄ່ອນມາທາງດ້ານເທີງຂອງຫົວ, ຫາງຍາວ ແລະ ມີກ້າມເນື້ອແຂງແຮງ, ແຜ່ນຄີຫາງເລັກ, ປາກຢູ່ດ້ານໜ້າສຸດຂອງຫົວຊ່ອງປາກນ້ອຍ, ຮີມປາກດ້ານລຸ່ມມີຮູບຮ່າງໂຄ້ງຄ້າຍກິບມ້າ ແລະ ຍືດ-ຫົດເຂົ້າໄປໃນໂພ້ງປາກໄດ້, ບໍ່ມີຕຸ່ມແຂ້ວ, ແຕ່ມີຈະງອຍປາກທີ່ຂອບເປັນຮອຍວ້ຳ, ຈະງອຍປາກລຸ່ມໃຫຍ່ກວ່າຈະງອຍປາກເທີງ.

Contribute