ຂຽດຂາຍາວ / Stripe-backed frog

Use
Food
Income
Scientific Name / Family
Hylarana macrodactyla (Gunther, 1858) / Ranidae
Synonyms
Other Names
Eng: Long-toed frog, Guangdong grass frog
Thai: เขียดหลังขีด, เขียดหญ้า
Conservation Status
Least Concern
Physical Description

ລັກສະນະມີຂະໜາດນ້ອຍ, ຍາວປະມານ 4 ຊມ. ລຳຕົວຮຽວຍາວ, ຜິວໜັງລຽບ, ມີແຜ່ນໜັງໜາ, ສີຂາວ ຫຼື ສີຄຣິມເປັນເສັ້ນແຄບຢູ່ທີຂອງດ້ານນອກລຳຕົວ, ແຜ່ນໜັງນີ້ເລີ່ມຕົ້ນຈາກດ້ານທ້າຍຕາໄປທີ່ສ່ວນຕົ້ນຂອງຂາຫຼັງ. ດ້ານຫຼັງ ແລະ ດ້ານຂ້າງລຳຕົວສີເທົາ ຫຼື ສີນ້ຳຕານອົມຂຽວ ຫຼື ສີນ້ຳຕານດຳ ແລະ ມີຈຸດສີເຂັ້ມກະຈາຍຢູ່ທີ່ດ້ານຂ້າງລຳຕົວກັບເທີງຫຼັງທາງສ່ວນທ້າຍຂອງລຳຕົວ. ເທີງຫຼັງກາງຕົວທີ່ມີເສັ້ນສີຄຣິມ ຫຼື ສີເຫຼືອງພາດຍາວຈາກປາຍປາກຮູກົ້ນ ແລະ ມີແຖບສີຂາວຢູ່ທີ່ຂອງລຸ່ມຂອງດ້ານຂ້າງລຳຕົວແຖບສີຂາວນີ້ເລີ່ມຕົ້ນຈາກດ້ານທ້າຍຂອງແຜ່ນເຍື່ອແກ້ວຫູໄປທີ່ຊອກຂາໜີບ, ຂອບປາກເທີງສີຂາວ, ດ້ານທ້ອງສີຂາວ, ຂາໜ້າ ແລະ ຂາຫຼັງສີນ້ຳຕານແດງ ແລະ ສີແຖບສີເຂັ້ມພາດຂວາງແຕ່ບໍ່ຄາດເປັນປ້ອງ. ລວມທັ້ງມີແຖບສີເຂັ້ມພາດຕາມຄວາມຍາວຂອງຂາ. ຂາໜ້າຮຽວ ແລະ ນີ້ວຕິນຍາວ, ຂາຫຼັງຮຽວຍາວ ແລະ ນິ້ວຕີນຍາວຫຼາຍ, ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ, ຂໍ້ຕິນຢູ່ໃນຕໍ່ແໜ່ງຊ່ອງເປີດຮູດັງ, ນີ້ວຕີນໜ້າບໍ່ມີແຜ່ນໜັງລະຫວ່າງນີ້ວ, ນີ້ວຕິນຫຼັງແຜ່ນໜັງປະມານ 1/2 ຂອງຄວາມຍາວນີ້ວຕິນ. ຮວກມີຂະໜາດຕົວປາຍກາງ, ລຳຕົວຍາວ ແລະ ຫົວແປ, ຕົວສີນ້ຳຕານ, ຫາງຍາວ ແລະ ແຜ່ນຄີຫາງໃຫຍ່, ແຜ່ນຄີຫາງໂປ່ງແສງແຕ່ມີລວດລາຍສີນ້ຳຕານ, ປາກຢູ່ດ້ານລຸ່ມແຕ່ຄ່ອນຂ້າງສູງຂຶ້ນມາທາງດ້ານໜ້າຂອງສ່ວນຫົວ, ຊ່ອງປາກນ້ອຍ, ຕຸ່ມແຂ້ວໃນໂພ່ງປາກມີເປັນແຖວ. ຂອບຂອງຈະງອຍປາກເທີງ ແລະ ລຸ່ມມີຮອຍວ້ຳ, ຈະງອຍປາກລຸ່ມໃຫຍ່ກວ່າຈະງອຍປາກເທີງ.

Contribute