ຂຽດຈະນາ / Common puddle frog

Use
Food
Income
Scientific Name / Family
Occidozyga lima (Gravenhorst, 1829) / Dicroglossidae
Synonyms
Other Names
Eng: Granulated puddle frog
Thai: เขียดจะนา, เขียดทราย, เขียดอีแว๊ด
Conservation Status
Least Concern
Physical Description

ລັກສະນະລຳຕົວມີຂະໜາດນ້ອຍ, ຍາວປະມານ 4 ຊມ. ລຳຕົວປ້ອມ, ຫົວຮູບຫຼີ້ມ, ຜິວໜັງລຳຕົວທັ້ງດ້ານຫຼັງ ແລະ ດ້ານທ້ອງມີຕຸ່ມລະອຽດຈຳນວນຫຼາຍກະຈາຍໜາແໜ້ນ, ແຕ່ຕຸ່ມທີ່ຢູ່ດ້ານຂ້າງລຳຕົວມີຂະໜາດໃຫຍ່ ແລະ ມີຊ່ອງເປີດ, ເຊີ່ງເປັນອະໄວຍະວະຂອງລະບົບເສັ້ນຂ້າງຕົວ. ດ້ານຫຼັງສີເທົາ ຫຼື ສີນ້ຳຕານຈາງ ຫຼື ສີນ້ຳຕານອົບຂຽວ ແລະ ມີຈຸດສີເຂັ້ມກະຈາຍ, ບາງຕົວມີແຖບສີຂຽວກວ້າງ ຫຼື ເສັ້ນສີຂາວເລັກພາດຍາວເຄີ່ງກາງຫຼັງຈາກປາຍປາກເຖີງຮູກົ້ນ. ຂອບດ້ານລຸ່ມຂອງດ້ານຂ້າງຕົວມີແຖບສີດຳພາດຍາວຈາກດ້ານທ້າຍຂາໜ້າໄປຫາຕົ້ນຂາຫຼັງ, ດ້ານທ້າຍບໍລິເວນຕົ້ນຂອງຂາຫຼັງຈາກຮູກົ້ນມີແຖບສີດຳກ້ວາງທີ່ມີຂອງເປັນເສັ້ນສີຂາວຕໍ່ເສັ້ນສີດຳພາດຕາມຄວາມຍາວຂອງຂາ, ດ້ານທ້ອງ, ຄາງ ແລະ ໜ້າເອິກສີຂາວ.
ຂາໜ້າ ແລະ ຂາຫຼັງສັ້ນ, ເມື່ອພົບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ: ຂໍ້ຕີນຢູ່ໃນຕໍ່າແໜ່ງດ້ານທ້າຍຂອງແຜ່ນເຍື່ອແກ້ວຫູ, ນິ້ວຕີນໜ້າມີແຜ່ນຫຼັງປະມານ 1/4 ຂອງຄວາມຍາວນີ້ວ, ນີ້ວຕີນຫຼັງມີແຜ່ນຫຼັງເຕັມຄວາມຍາວນີ້ວ, ສັນໃຕ້ຜ່າຕີນຫຼັງມີ 2 ອັນ, ຂະໜາດໃຫຍ່, ແຕ່ສັນດ້ານໃນໃຫຍ່ກວ່າສັນດ້ານນອກ. ຮວກມີຂະໜາດຕົວໃຫຍ່, ລຳຕົວຮຽວຍາວ, ສ່ວນປາຍຂອງຫົວຮຽວແຫຼມ, ຕາຢູ່ທາງດ້ານເທີງຂອງຫົວ, ຫາຮຽວ ແລະ ມີກ້າມເນື້ອແຂງແຮງ, ແຜ່ນຄີຫາງໃຫຍ່ສີດຳ ແລະ ມີລັກສະນະຍົ້ນຍຸບ, ຄີຫາງເທີງໃຫຍ່ກວ່າຄີຫາງລ່າງລຸ່ມ. ປາກຢູ່ທາງດ້ານໜ້າຂອງຫົວ, ຊ່ອງປາກນ້ອຍ, ຮີມປາກລຸ່ມມີຮູບຮ່າງໂຄງຄ້າຍກິບຕິນມ້າ ແລະ ຍືດຫົດໄດ້ເຂົ້າໄປໃນໂພງປາກ, ບໍ່ມີຕຸ່ມແຂ້ວ, ແຕ່ມີຈະງອຍປາກທີ່ຂອງເປັນຮອຍວ້ຳ, ຈະງອຍປາກລຸ່ມໃຫຍ່ກວ່າຈະງອຍປາກດ້ານເທີງ.

Contribute