ເພັດສັງຂາດ / Veldt-grape

Use
Medicine
Scientific Name / Family
Cissus quadrangularis L. / Vitaceae
Synonyms
Cissus bifida Schumach. & Thonn.
Cissus edulis Dalzell
Cissus quadrangula L.
Cissus quadrangula Salisb.
Cissus succulenta (Galpin) Burtt-Davy
Cissus tetragona Harv.
Cissus tetraptera Hook.f.
Cissus triandra Schumach. & Thonn.
Vitis quadrangularis (L.) Wall. ex Wight
Vitis succulenta Galpin
Other Names
Thai: ເພັດສັງຂາດ
Eng: Veldt-grape
Botanical Description

ເພັດສັງຂາດເປັນພືດປະເພດເຄືອ, ມີເຄືອອ່ອນສີຂຽວເປັນສີ່ຫຼ່ຽມ ແລະ ເປັນຂໍ້ຕິດກັນ. ໃບເປັນຮູບສາມຫຼ່ຽມ, ແຜ່ນໃບລຽບເປັນສີຂຽວເປັນມັນ, ອອກລຽງສະລັບກັນຕາມຂໍ້, ປາຍໃບມົນ, ຂອບໃບຫຍັກມົນຫ່າງໆ, ກ້ານຍາວ 2-3 ຊມ. ດອກເປັນສີຂຽວອ່ອນ, ອອກຕາມຂໍ້ກົງກັນຂ້າມກັນກັບໃບ, ກີບດອກມີ 4 ກີບ, ກົກດອກດ້ານນອກເປັນສີແດງສ່ວນດ້ານໃນເປັນສີຂຽວອ່ອນ, ເມື່ອດອກບານຈະມີງໍງຸ້ມໄປດ້ານລຸ່ມ, ໃນດອກມີເກສອນ 4 ອັນ. ໝາກເປັນໝາກຊົງກົມ, ຜິວໝາກລຽບເປັນມັນ, ໝາກອ່ອນເປັນສີຂຽວ, ໝາກສຸກເປັນສີແດງອອກດໍາ, ໃນໝາກມີແກ່ນກົມສີນໍ້າຕານ 1 ແກ່ນ, ໂດຍສ່ວນທີ່ນໍາມາໃຊ້ເປັນຢາສະໝຸນໄພໄດ້ແກ່: ເຄືອ, ຮາກ, ໃບອ່ອນ ແລະ ນໍ້າຈາກຕົ້ນ.

Description of Use

ປະໂຫຍດ ແລະ ສັບພະຄຸນ:
   - ນໍ້າຈາກຕົ້ນໃຊ້ປຸງເປັນຢາທາດຊ່ວຍໃຫ້ຈະເລີນອາຫານ.
   - ນໍ້າຈາກຕົ້ນເພັດສັງຂາດໃຊ້ຢອດຫູແກ້ອາການໜວກໄຫຼ.
   - ນໍ້າຈາກຕົ້ນໃຊ້ຢອດດັງ ແກ້ເລືອດເສຍໃນແມ່ຍິງທີ່ປະຈໍາເດືອນບໍ່ປົກກະຕິ.
   - ເຄືອໃຊ້ຂັບລົມໃນລໍາໄສ້.
   - ໃບ, ຮາກ ໃຊ້ເປັນຢາພອກເມື່ອກະດູກຫັກ.
   - ເຄືອໃຊ້ເປັນຢາຮັກສາລິດສີດວງທະວານ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   1) ແກ້ລິດສີດວງທະວານ ໂດຍໃຊ້ເຄືອສົດທີ່ແກ່ 1-2 ປ້ອງແລ້ວຕັດເປັນທ່ອນຍາວປະມານ 1 ຊມ. ຫຸ້ມດ້ວຍໝາກຂາມປຽກ ຫຼື ກ້ວຍນໍ້າຫວ້າເພື່ອປ້ອງກັນອາການຄັນຈາກແຄວຊຽມອອກຊາເລັດໃນເພັດສັງຂາດ, ຮັບປະທານມື້ລະ 3 ເວລາຢ່າງເປັນປະຈໍາ. 
   2) ຫຼື ໃຊ້ເຄືອແຫ້ງມາບົດເປັນຜົງໃສ່ແຄັບຊູນເບີ 2 ຂະໜານ 250 ມກ, ຮັບປະທານຄັ້ງລະ 2 ແຄັບຊູນ, ມື້ລະ 4 ເທື່ອກ່ອນອາຫານ ແລະ ກ່ອນນອນ, ຮັບປະທານໄປປະມານອາທິດໜຶ່ງກໍ່ຈະເຫັນຜົນ.

Contribute