ແມງຕັກກະແຕນຫົວແຫຼມ / Slant-faced Grasshopper

Use
Food
Income
Scientific Name / Family
Acrida willemsei Dirsh, 1954 / Acrididae
Synonyms
Acrida cinerea willemsei (Dirsh, 1954)
Other Names
Thai: ตั้กแตนง้าว ตั้นแตนหน้าแหลม
Physical Description

ແມງຕັກກະແຕນຫົວແຫຼມລຳໂຕຍາວ, ຫົວຮຽວແຫຼມ, ໜວດແປ ແລະ ສັ້ນ, ມີລັກສະນະເປັນຮູບສາມຫຼ່ຽມ. ສ່ວນໂຄນຫົວໃຫຍ່, ແລ້ວຮຽວແຫຼມໄປຫາສ່ວນປາຍຫົວ. ປາກແບບກັດ. ປີກໂປ່ງໃສມີລັກສະນະຍາວແຄບ. ລຳຕົວເປັນສີຂຽວ, ໂຕຜູ້ສາມາດເຮັດເປັນສຽງໂດຍໃຊ້ຂາຄູ່ຫຼັງສີກັນກັບຂອບປີກ, ຂະໜາດຂອງລຳໂຕຍາວປະມານ 60-78 ມມ. ສີຂອງປີກ ແລະ ລຳໂຕແມ່ນຂຶ້ນຢູ່ກັບສະພາບແວດລ້ອມ ເຊັ່ນ: ສີຂຽວປົນສີເທົາ ຫຼື ສີນ້ຳຕານເຂັ້ມ.
ແຫຼ່ງອາໄສ: ເປັນແມງໄມ້ທີ່ອາໄສຕາມທົ່ງຫຍ້າຂຽວ ຫຼື ທົ່ງນາເຂົ້າ.

Reproduction and Lifecycle

-

Contribute