ປູນາ / Rice field crabs

Use
Food
Income
Scientific Name / Family
Esanthelphusa dugasti (Rathbun, 1902) / Gecarcinucidae
Synonyms
Sayamia dugasti (Rathbun, 1902)
Somanniathelphusa dugasti (Rathbun, 1902)
Potamon dugasti (Rathbun, 1902)
Somanniathelphusa sinensis (Rathbun, 1902) ssp. dugasti
Other Names
Conservation Status
Least Concern
Physical Description

ລັກສະນະທົ່ວໄປຂອງປູນາປະກອບດ້ວຍ 3 ສ່ວນຄື: ສ່ວນຫົວ, ສ່ວນເອິກ ແລະ ສ່ວນທ້ອງ ໂດຍມີສ່ວນຫົວ ແລະ ສ່ວນເອິກລວມກັນຕິດກັບກະດອງ, ຜິວລຳຕົວປົກຄູມດ້ວຍທາດແຂງປະກອບເປັນໂຄ້ງສ້າງຂອງຮ່າງກາຍ, ມີຕາ 2 ຄູ່, ມີຂາ 5 ຄູ່ ແລະ ແບ່ງເປັນກ້າມ 1 ຄູ່, ສ່ວນທີ່ເປັນຂາສຳລັບຍ່າງ 4 ຄູ່. ກະດອງເປັນສ່ວນທີ່ປະກອບດ້ວຍສ່ວນຫົວ ແລະ ສ່ວນເອິກ ທີ່ເປັນແຜ່ນແຂງຫຸ້ມອະໄວຍະວະພາຍໃນ. ກ້າມມີ 1 ຄູ່ຂະໜາດໃຫຍ່ ມີ 7 ປ້ອງ ເຊິ່ງປ້ອງສຸດທ້າຍເປັນຄຣິມສາມາດມາດເຄື່ອນເໜັງໄດ້. ຂາ 4 ຄູ່ຈະມີຂະໜາດນ້ອຍກວ່າກ້າມ, ແຕ່ປ້ອງສຸດທ້າຍເປັນປາຍແຫຼມຂະໜາດນ້ອຍ. ຕາເປັນຕາປະສົມຈຳນວນຫຼາຍ ມີກ້ານຕາຍາວພັັບໄວ້ໃນເບົ້າຕາທີ່ປະກອບດ້ວຍສານໂອມມາຕິດຽມມີຈຳນວນຫຼາຍເພື່ອເຮັດໜ້າໃນການເບີ່ງເຫັນເພື່ອສົ່ງໄປຍັງເສັ້ນປະສາດຮັບຄວາມຮູ້ສຶກພາຍໃນມີຈຳນວນ 6-8 ເສັ້ນ. ໜວດມີ 2 ຄູ່ ຕິດຢູ່ທາງດ້ານໜ້າຂອງກະດອງເປັນເສັ້ນຂະໜາດນ້ອຍ ແລະ ຄູ່ຍາວຢູ່ດ້ານໜ້າລຸ່ມຂອງກະດອງ ເສັ້ນໜວດຍາວຍື່ນອອກມາເຫັນໄດ້ຊັດເຈນ. ສ່ວນທ້ອງຈະມີແຜ່ນພັບຢູ່ເຊິ່ງຕົວຜູ້ຈະເປັນຮູບອັກສອນ  T ແລະ ສ່ວນຕົວແມ່ຈະເປັນແຜ່ນມົນ, ເຊິ່ງມີອະໄວຍະວະສືບພັນ. ລັກສະນະຂອງສີຈະແຕກຕ່າງກັນອອກໄປຕ່າງສະພາບແວດລ້ອມທີ່ຢູ່ອາໄສຂອງພວກມັນ.

Description of Use

ປູນາ ເປັນສັດນ້ຳທີ່ພົບທົ່ວໄປຕາມທ້ອງນາໃນຊົນນະບົດ ຂອງລາວ ເຊິ່ງມີການນຳໃຊ້ເປັນອາຫານມາຍາວນານແລ້ວ, ໂດຍສະເພາະແມ່ນອາຫານພື້ນບ້ານ ເຊັ່ນ: ແຈ່ວກະປູ, ອ່ອງກະປູ ແລະ ເຮັດເປັນນ້ຳປູ. ນອກນັ້ນຍັງນຳເຮັດດອງກະປູ ເພື່ອໃຊ້ປະກອບໃນຕໍາສົ້ມໝາກຮູ່ງ ແລະ ອື່ນໆ. ສາມາດພົບເຫັນເລື້ອຍໆຕາມຕະຫຼາດທ້ອງຖີ່ນໃນຊ່ວງລະດູຝົນເຖິງຕົ້ນລະດູໜາວ.

Reproduction and Lifecycle

ປູນາສາມາດດຳລົງຊີວິດຢູ່ໃນບ່ອນທີ່ມີຄວາມຊຸ່ມຊື່ນພຽງພໍ, ມັນສາມາດຂຸດຮູໃຫ້ເລິກເຖິງ 1 ແມັດ ເພື່ອຈຳສິນໃນຊ່ວງລະດູແລ້ງ. ອາຫານຂອງພວກມັນໄດ້ແກ່ ພືດນ້ຳ, ຫອຍ, ກຸ້ງ, ໄຮນ້ຳ, ລູກຍຸງ, ຂີ້ກະເດືອນ ແລະ ແມງໄມ້ນ້ຳຕ່າງໆ. ມັນຈະອອກຫາກີນໃນຊ່ວງກາງຄືນເປັນສ່ວນຫຼາຍ. ໃນຊ່ວງປະສົມພັນຕົວແມ່ຈະລອກຄາບ ແລະ ມີກະດອງອ່ອນນຸ້ມ, ຕົວແມ່ຈະເລືອກຕົວຜູ້ເພື່ອປະສົມພັນ ໂດຍເພດຜູ້ຈະໃຊ້ກ້າມຈັບປູໂຕແມ່ໃຫ້ຫງ່າຍດ້ານທ້ອງຂຶ້ນ ແລະ ແນບໂຕໃຫ້ຕິດກັນ, ພ້ອມສອດອະໄວຍະວະເຂົ້າ ແລະ ສິດນ້ຳເຊື້ອເຂົ້າຮູເປິດຂອງປູກເພດແມ່ ເຊິ່ງມີສອງຮູ ເມື່ອນ້ຳເຊື້ອຖືກສິດເຂົ້າໄປຈະຖືກນ້ຳເກັບໃນຖົງເກັບນ້ຳເຊື້ອ ເຊິ່ງຈະເກັບໄດ້ດົນເຖິງ 3-4 ເດືອນ, ການປະສົມພັນນີ້ຈະໃຊ້ເວລາປະມານ 3 ຊົ່ວໂມງ. ເມື່ອປະສົມພັນແລ້ວ ປູໂຕຜູ້ຈະຍັງຕິດກັບປູໂຕແມ່ປະມານ 2-3 ວັນ ເພື່ອໃຫ້ປ້ອງກັນອັນຕະລາຍ ຈົນກວ່າປູໂຕແມ່ກະດອງຈະແຂງ ແລະ ສາມາດອາຫານໄດ້ເອງ. ເມື່ອໄຂ່ທີ່ຖືກປະສົມພັນກັບນ້ຳເຊື້ອ ຈະອອກມາທາງຮູສົ່ງໄຂ່ມາເກັບໄວ້ທີ່ແຜ່ນພັບໜ້າທ້ອງ, ມັນສາມາດວາງໄຂ່ໄດ້ປະມານ 300-400 ໜ່ວຍຕໍ່ຄັ້ງ. ໄຂ່ທີ່ອອກມາຈະເປັນສີເຫຼືອງອ່ອນ ແລະ ພັດທະນາເປັນຕົວອ່ອນ ໂດຍອາໄສອາຫານຈາກໄຂ່ແດງ ເມື່ອເຖິງໄລຍະຟັກໄຂ່ຈະໃຫຍ່ຂຶ້ນ ແລະ ມີສີເຫຼືອງຄ້ຳ ຈະໃຊ້ເວລາປະມານ 3-4 ອາທິດ. ລູກປູທີ່ຟັກອອກມາຈະຢູ່ໃນແຜ່ນພັບໜ້າທ້ອງເຖິງ 2-3 ອາທິດ ຈະນັ້ນແມ່ຈະໃຊ້ຂາເຂ່ຍອອກໄປເພື່ອຫາອາຫານເອງ. ພວກມັນຈະເປັນຕົວເຕັມໄວເມື່ອອາຍຸໄດ້ປະມານ 8 ເດືອນ ແລະ ຈະມີການລອກຄາບປະມານ 13-15 ຄັ້ງ.

Contribute