ປາເສືອໜໍ້ / Dark tiger fish

Use
Food
Income
Scientific Name / Family
Nandus oxyrhynchus (Ng, Vidthayanon & Ng, 1996) / Nandidae
Synonyms
Other Names
Cambodian: ត្រី ខ្លាបឹង
Thai: ดุมซี เสือปรือ เสือดำ กะเบื้องเพืองหม่อ
Conservation Status
Least Concern
Physical Description

ຮູບຮ່າງລັກສະນະ ລຳຕົວມີຮູບຮ່າງກົມຮີ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນຫົວຮຽວຍື່ນຍາວອອກໄປທາງດ້ານໜ້າ ຕາມີຂະໜາດໃຫຍ່, ປາກກວ້າງ ແລະ ຍືດຫົດໄດ້, ຖານຂອງຄີຫຼັງຍາວ ແລະ ມີງ່ຽງຄີແຂງຈຳນວນຫຼາຍ, ສ່ວນປາຍຂອງຄີຫາງມີລັກສະນະໂຄ້ງມົນ, ລຳຕົວມີສີນ້ຳຕາອົມເຫຼືອງ, ມີລາຍສີເຂັ້ມ ຫຼື ສີດຳເປັນຈຸດກະຈາຍຢູ່ທົ່ວໄປ, ຕັ້ງແຕ່ສ່ວນຫົວຈົນເຖິງໂຄນຄີຫາງ, ຄີເອິກ ແລະ ຄີຫາງໃສ, ຄີອື່ນໆມີສີເທົາ ຫຼື ສີນ້ຳຕານເຂັ້ມ. ລຳຕົວຍາວ 5-10 ຊັງຕິແມັດ. ເປັນປາທີ່ມັກອາໄສຢູ່ນິ່ງໆຕາມໃບໄມ້ໃຕ້ນ້ຳ ຫຼື ພືດນ້ຳ, ກ້ອນຫິນເພື່ອດັກລ່າເຫຍື່ອເຊັ່ນ: ກຸ້ງ, ປາຂະໜາດນ້ອຍ, ແລະ ແມງໄມ້ນ້ຳ, ມັກພົບຢູ່ຕາມແຫຼ້ງນ້ຳນິ່ງທີ່ມີພືດນ້ຳຂື້ນໜາແໜ້ນ.

Contribute