ປາກ່າ / Malayan leaffish

Use
Food
Income
Scientific Name / Family
Pristolepis fasciata (Bleeker, 1851) / Pristolepididae
Synonyms
Catopra fasciata Bleeker, 1851
Catopra nandoides Bleeker, 1851
Catopra siamensis Günther, 1862
Pristolepis fasciatus (Bleeker, 1851
Other Names
Cambodian: ត្រី កន្ត្រប់
English: Striped Tiger Nandid
Thai: หมอช้างเหยียบ ก่า หมอพรต
Malaysian: Patong
Conservation Status
Least Concern
Physical Description

ຮູບຮ່າງລັກສະນະ ລຳຕົວຮູບຮ່າງກົມຮີ ແລະ ມີລັກສະນະແປດ້ານຂ້າງ, ຕາມີຂະໜາດໃຫຍ່ ແລະ ຢູ່ຄ່ອນຂ້າງໄປທາງດ້ານເທີງຂອງສ່ວນຫົວ, ສ່ວນປາກມີຂະໜາດນ້ອຍ ແລະ ຢືດຫົດໄດ້, ຄີເອິກມີລັກສະນະຍາວຮີ, ສ່ວຍປາຍໂຄ້ງມົນ, ໂຄນຂອງຄີຫູັງຍາວ ແລະ ຄີຫຼັງມີກ້ານຄີແຂງເປັນໜາມແຫຼມຈຳນວນຫຼາຍ, ຄີຫາມີຂະໜາດໃຫຍ່, ສ່ວນປາຍມີລັກສະນະໂຄ້ງມົນ, ລຳຕົວສີນ້ຳຕານ, ເຫຼືອງ, ຂຽວ ຫຼື ສີເທົາເຂັ້ມ, ດ້ານເທີງມີສີເຂັ້ມ, ດ້ານທ້ອງມີສີຈາງ ຫຼື ສີເຫຼືອງອ່ອນ, ມີແຖບສີເຂັ້ມພາດຕາມລວງຂວາງລຳຕົວ 8-10 ແຖບ. ລຳຕົວມີຂະໜາດຍາວປະມານ 8-16 ຊັງຕິແມັດ. ມັກພົບອາໄສຢູ່ຕາມແຫຼ່ງນ້ຳນີ່ງ ແລະ ແມ່ນ້ຳເກືອບທຸກສາຍ. ອາຫານຂອງພວກມັນມັກກີນແມ່ນໄມ້ນ້ຳ ແລະ ຕົວອ່ອນຂອງສັດຕ່າງໆ, ກຸ້ງຝອຍ, ປານ້ອຍ ແລະ ຫອຍຂະໜາດນ້ອຍ. ມັກວ່າງໄຂ່ໃນຊ່ວງເດືອນມັງກອນ-ພະຈິກ. 

Contribute