ປາຂະແຍງໃບເຂົ້າ / Long-fatty finned mystus
APA 6th ed. ປາຂະແຍງໃບເຂົ້າ / Long-fatty finned mystus. (2022, August 1). Retrieved from https://www.phakhaolao.la/kb/0000669
MLA 8th ed. ປາຂະແຍງໃບເຂົ້າ / Long-fatty finned mystus. Pha Khao Lao, 1 August 2022, https://www.phakhaolao.la/kb/0000669.
Chicago 17th ed. Pha Khao Lao. 2022. "ປາຂະແຍງໃບເຂົ້າ / Long-fatty finned mystus." Published August 1, 2022. https://www.phakhaolao.la/kb/0000669.
Bagrus singaringan Bleeker, 1846
Hypselobagrus macronema (Bleeker, 1846)
Thai: แขยงใบข้าว ขะแยงหนวดยาว
ປາຂະແຍງເປັນປາໜັງ, ລຳຕົວຄ່ອນຂ້າງກົມ ແລະ ຍາວແບດ້ານຂ້າງເລັກນ້ອຍ, ຫຼັງໂຄງ, ຫົວຄ່ອນຂ້າງນ້ອຍ, ປາກມົນ, ມີໜວດ 4 ຄູ່, ສະເພາະຄູ່ທີຮີມປາກຍາວຈົນຮອດຫາງດ ຄີໄຂມັນຍາວເຖິງໂຄນຄີຫຼັງ, ຫາງເປັນສອງແສກ, ແສກເທີງຍາວກວ່າແສກລຸ່ມ, ພື້ນລຳຕົວສີເຫຼືອງອ່ອນອົມສີເທົາ ຫຼື ຂຽວມະກອກ, ສ່ວນທ້ອງສີຈາງ. ຂະໜາດສະເລ່ຍຄວາມຍາວປະມານ 20 ຊມ. ອາຫານຂອງພວກມັນແມ່ນລູກກຸ້ງ, ແມງໄມ້ນ້ຳ, ຊາກສັດ ແລະ ພືດທີ່ເນົ່າເປື່ອຍ. ມັກລ້ຽງໃນຕູ້ລວມກັບປາຊະນິດອື່ນທີ່ມີຂະໜາດໃກ້ຄຽງ, ຈັດຕູ້ໂດຍວາງວັດຖຸຕົກແຕ່ງປະເພດກ້ອນຫີນ ຫຼື ຂອນໄມ້ ເພື່ອໃຫ້ມີທີ່ຫຼົບຊ້ອນ.