ມັນເພົາ / Yam bean

Use
Food
Income
Medicine
Scientific Name / Family
Pachyrhizus erosus (L.) Urb. / Leguminosae
Synonyms
Cacara bulbosa Thouars
Cacara bulbosa Rumphius ex Du Petit-Thouars
Cacara erosa (L.) Kuntze
Cacara palmatiloba (DC.) Kuntze
Dolichos articulatus Lam.
Dolichos bulbosus L.
Dolichos erosus L.
Dolichos palmatilobus DC.
Pachyrhizus angulatus DC.
Pachyrhizus articulatus Walp.
Pachyrhizus bulbosus (L.) Kurz
Pachyrhizus erosus var. erosus
Pachyrhizus erosus var. palmatilobus (DC.) R.T.Clausen
Pachyrhizus erosus var. typicus R.T.Clausen
Pachyrhizus jicamas Blanco
Pachyrhizus palmatilobus (DC.) Benth. & Hook.f.
Pachyrhizus strigosus R.T.Clausen
Robynsia lobata M.Martens & Galeotti
Robynsia macrophylla M.Martens & Galeotti
Stizolobium bulbosum (L.) Spreng.
Stizolobium domingense Spreng.
Taeniocarpum articulatum (Lam.) Desv.
Other Names
Thai: ມັນແກວ
Eng: Yam bean, Jicama
Botanical Description

ລໍາຕົ້ນມີຂົນ, ເປັນພືດປະເພດເຄືອ, ແຕ່ບໍ່ມີືເກາະ, ລໍາຕົ້ນອາດຍາວໄດ້ເຖິງ 5.5 ມ, ຕົ້ນບໍ່ແຕກຂະແໜງ, ກົກຕົ້ນໄມ້ເນື້ອແຂງ, ມີຫົວຢູ່ໃຕ້ດິນເປັນຮາກສະສົມອາຫານ, ຫົວມີລັກສະນະໃຫຍ່, ຫົວມີສີນໍ້າຕານ ໃນໜຶ່ງຕົ້ນຈະມີຫົວພຽງຫົວດຽວ, ເນື້ອໃນເປັນສີຂາວຂຸ່ນ, ມີເສັ້ນໃຍອາຫານຫຼາຍ, ລົດຊາດຄ້າຍຄືແປ້ງ. ໃບເປັນໃບປະສົມແບບຂົນນົກ, ມີໃບຍ່ອຍ 3 ໃບ, ແຕກຈາກກ້ານໃບອອກລຽງສະລັບ, ກ້ານຍາວ 10 ຊມ, ລັກສະນະຂອງໃບຍ່ອຍເປັນຮູບຈັກໃຫຍ່ ຫຼື ຮູບສາມຫຼ່ຽມ, ປາຍໃບແຫຼມ, ແຜນໃບລຽບແຕ່ສາກມື, ໃບມີຂະໜາດກວ້າງ 10 ຊມ. ດອກເປັນຊໍ່ຈະອອກອກດ່ຽວໆຢູ່ງ່າມໃບ, ມີຂົນສີນໍ້າຕານ, ຊໍ່ດອກຍາວ 15-30 ຊມ, ລັກສະນະເປັນຮູບດອກຖົ່ວ ຫຼື ຮູບໄຕ, ກີບດອກເປັນສີມ່ວງແກມສີນໍ້າເງິນ, ສີບົວ ຫຼື ສີຂາວ, ເມື່ອດອກບານຈະມີຮູບຮ່າງຄ້າຍຄືດອກແຄ ແຕ່ມີຂະໜາດນ້ອຍກວ່າ ແລະ ຍາວ 2 ຊມ. ອອກໝາກເປັນຝັກ ລັກສະນະຂອງຝັກເປັນຮູບຂອບຂະໜາດ, ແປ ແລະ ມີຂົນປົກຄຸມທົ່ວທັງຝັກ, ຝັກກວ້າງ 1 ຊມ ແລະ ຍາວ 7-15 ຊມ, ຝັກເມື່ອແກ່ຈະລຽບ, ໃນຝັກຈະມີແກ່ນລຽງກັນ 4-10 ແກ່ນ.

Description of Use

ປະໂຫຍດ:
   -  ໝາກມັນເພົາສາມາດຮັບປະທານໄດ້ ໂດຍນໍາມາໃຊ້ຕົ້ມ ຫຼື ປຸງເປັນອາຫານທັງຄາວ ແລະ ຫວານ, ສາມາດຮັບປະທານສົດໆໄດ້.
   -  ສ່ວນໝາກອ່ອນ ຫຼື ແກ່ນອ່ອນ ໃຊ້ຮັບປະທານເປັນຜັກສົດຄູ່ກັບຕໍາສົ້ມ.
   -  ໃບນໍາໄປສອຍໃຫ້ມຸນລະອຽດ, ຕາກໃຫ້ແຫ້ງ ແລ້ວນໍາໄປຮອງກົ້ນຫຼຸມທີ່ໃຊ້ປູກພືດຕ່າງໆ.
ສັບພະຄຸນ:
   -  ມັນເພົາອຸດົມໄປດ້ວຍກົດໂຟລິກທີ່ມີສ່ວນຊ່ວຍຄວບຄຸມບໍ່ໃຫ້ຫຼອດເລືອດຫົວໃຈຕີບ, ຊ່ວຍເຮັດໃຫ້ເລືອດໄຫຼວຽນໄປລ້ຽງກ້າມເນື້ອຫົວໃຈໄດ້ດີ.
   -  ມັນເພົາມີວິຕາຊີ (ແຕ່ບໍ່ຫຼາຍ) ແຕ່ມັນກະຊ່ວຍປ້ອງກັນຫວັດ, ມະເຮັງ ແລະ ຕ້ານອະນຸມຼນອິດສະຫຼະ.
   -  ຊ່ວຍແກ້ອາການເຈັບຫົວ, ໜ້າແດງ.
   -  ໃບມັນມີສັບພະຄຸນເປັນຢ່າຖ່າຍແມ່ທ້ອງ.
   -  ຊ່ວຍແກ້ຄວາມດັນໂລຫິດສູງ.
   -  ໃບມີສັບພະຄຸນໃຊ້ໃນການຮັກສາພະຍາດຜິວໜັງ.

Contribute