ສົ້ມແສງກາ / Creeping lady's sorrel

Use
Food
Medicine
Scientific Name / Family
Oxalis corniculata L. / Oxalidaceae
Synonyms
Other Names
Lao: ສົ້ມແສນກາ, ສົ້ມແສງກາ, ສົ້ມເຊົ້າ, ສົ້ມສັງກາ.
Thai: ສົ້ມກົບ
Eng: Creeping lady's sorrel, Indian sorrel, Yellow wood sorrel, Wood sorreal
Botanical Description

ສົ້ມແສງກາເປັນວັດຊະພືດພຸ່ມເຕ້ຍມີອາຍຸຢືນຫຼາຍລະດູ ມີລໍາຕົ້ນເລື້ອຍໄປຕາມພື້ນດິນ ແລະ ເລືອຍາວ, ສ່ວນຂອງລໍາຕົ້ນມີຂົນປົກຄຸມ. ໃບສົ້ມແສງກາມີໃບເປັນໃບປະສົມ, ມີໃບຍ່ອຍ 3 ໃບ, ລັກສະນະຂອງໃບຍ່ອຍເປັນຮູບຫົວໃຈຊື່ງເກີດຈາກຈຸດດຽວກັນຢູ່ປາຍຂອງກ້ານໃບ ແລະ ກ້ານໃບຍາວ 10 ຊມ. ດອກເປັນດອກດ່ຽວອອກຕາມຫງ່າມໃບ, ມີກີບດອກສີເຫຼືອງ, ສ່ວນກົກດອກເຊື່ອມຕິດກັນເປັນຮູບກວຍ, ແຕ່ລະດອກມີປາຍແຍກອອກເປັນກີບ 5 ກີບ, ກ້ານດອກມີຄຍາວ3-10 ຊມ ແລະ ສາມາດອອກດອກໄດ້ທັງປີ. ໝາກເປັນຝັກຕັ້ງຊື່ ຝັກມີລັກສະນະເປັນຫຼ່ຽມ 5 ຫຼ່ຽມ ແລະ ມີຂົນຂຶ້ນປົກຄຸມ, ມີຄວາມຍາວຂອງຝັກ 4-6 ຊມ, ໝາກແກ່ຈະແຫ້ງແຕກ ແລະ ດີດແກນອອກມາ.

Description of Use

ປະໂຫຍດ: 
  -  ຍອດອ່ອນ ແລະ ໃບອ່ອນນໍາມາໃຊ້ປຸງເປັນອາຫານໄດ້ເຊັ່ນດຽວກັນກັບຜັກດອງ.
  -  ນອກຈາກຈະໃຊ້ເປັນອາຫານແລ້ວ ຍັງນໍາມາໃຊ້ແທນນໍ້າໝາກຂາມປຽກ ເນື່ອງຈາກສົ້ມແສງກາມີລົດເຢັນ, ສົ້ມ, ເຄັມ ແລະ ຫວານເລັກນ້ອຍ.
ສັບພະຄຸນ:
  -  ໃບເປັນທາດບໍາລຸງຮ່າງກາຍ ໂດຍໃຊ້ໃບສົດນໍາມາແກງກິນ ຍັງເຮັດໃຫ້ຈະເລີນອາຫານ ແລະ ຊ່ວຍໃນການຍ່ອຍອາຫານອີກດ້ວຍ.
  -  ເຫງົ້າໃຊ້ເປັນຢາເຢັນຊ່ວຍໃຫ້ຈະເລີນອາຫານ.
  -  ຕົ້ນສົ້ມແສງກາຊ່ວຍແກ້ເລືອດດັງໄຫຼ ດ້ວຍການໃຊ້ຕົ້ນສົດນໍາມາຕໍາໃຫ້ລະອຽດແລ້ວນໍາເອົາມາອັດດັງໄວ້.
  -  ຊ່ວຍຮັກສາແຜນໍ້າຮ້ອນລວກ ໂດຍໃຊ້ນໍ້າຄັນຈາກໃບສົ້ມແສງກາ, ເນື່ອງຈາກມີລິດເປັນຢາເຢັນ, ຈຶ່ງນໍາມາໃຊ້ຮັກສາແຜນໍ້າຮ້ອນລວກໄດ້ດີ.
ຂໍ້ຄວນລະວັງ:
  -  ສົ້ມແສງກາມີລິດເຮັດໃຫ້ລະຄາຍເຄື່ອງຕໍ່ລະບົບທາງເດີນອາຫານ, ການຮັບປະທານຄັ້ງລະຫຼາຍໆ ອາດຈະເຮັດໃຫ້ຮູ້ສຶກວິນຫົວປວດຮາກ.
  -  ຫາກໃຊ້ຢານີ້ຕິດຕໍ່ກັນເກີນ 2 ວັນແລ້ວອາການຍັງບໍ່ດີຂຶ້ນ ຄວນຢຸດໃຊ້ທັນທີ ແລະ ປ່ຽນຢາໃໝ່.

Contribute